ແພດເຕືອນ! ບໍ່ໃຫ້ໃຊ້ຊຸດກວດ COVID–19 ແບບໄວດ້ວຍຕົນເອງ


ປັດຈຸບັນ ທາງກະຊວງສາທາລະນະສຸກບ້ານເຮົາ ໄດ້ອະນຸຍາດການນຳໃຊ້ຊຸດກວດ COVID–19 ແບບໄວ ສະເພາະແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນ.

ເນື່ອງຈາກວ່າຈຳນວນຜູ້ຕິດເຊື້ອນັ້ນສູງຂຶ້ນຫຼາຍ ແລະ ໄວ, ການນຳໃຊ້ເຄື່ອງກວດແບບປົກກະຕິອາດຈະບໍ່ທັນ ເຊິ່ງໃຊ້ເວລາດົນກວ່າທີ່ຜົນກວດຈະອອກ ອີກທັງມັນຍັງບໍ່ສາມາດເຂົ້າເຖິງທົ່ວທຸກຄົນ ບໍ່ວ່າຈະເປັນຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ຫຼື  ສຳລັບຜູ້ປ່ວຍທີ່ບໍ່ສາມາດເດີນທາງໄດ້ເອງ. ດ້ວຍເຫດນັ້ນຈຶ່ງໄດ້ມີການນຳໃຊ້ຊຸດກວດແບບໄວເພື່ອທີ່ແພດໝໍຈະສາມາດກວດເຊື້ອໂດຍທົ່ວເຖິງ.

ນອກຈາກນີ້ຍັງມີຫຼາຍຄົນຊື້ເຄື່ອງກວດແບບໄວມານຳໃຊ້ເອງ ເຊິ່ງທາງຄະນະສະເພາະກິດບໍ່ໄດ້ອະນຸຍາດເນື່ອງຈາກວ່າ:

  1. ຊຸດກວດແບບໄວນັ້ນມີຫຼາກຫຼາຍຊະນິດທີ່ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
  2. ຊຸດກວດທີ່ມີການໂຄສະນາໄປທົ່ວນັ້ນ ສ່ວນໃຫຍ່ແມ່ນຖືກນຳເຂົ້າມາແບບບໍ່ໄດ້ຮັບອະນຸຍາດ.
  3. ຊຸດກວດແບບໄວທັງໝົດໃນປັດຈຸບັນ ບໍ່ມີຊະນິດໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ເຖິງແມ່ນຜົນກວດຈະອອກເປັນລົບ ແຕ່ກໍບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ.
  4. ຜູ້ທີ່ຊື້ມານຳໃຊ້ເອງ ບໍ່ມີຄວາມຊຳນານເກັບຕົວຢ່າງ ເຊັ່ນ, ຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກ
  5. ການຖິ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.

ດ້ວຍເຫດນັ້ນແລ້ວ ຕໍ່ໃຫ້ມີຊຸດກວດແບບໄວ ແລະ ໄດ້ກວດຮຽບຮ້ອຍແລ້ວ ເຖິງຢ່າງໃດກໍຍັງຕ້ອງໄດ້ໄປກວດແບບປົກກະຕິທີ່ສູນບໍລິການຂອງຄະນະແພດອີກເທື່ອໜຶ່ງ. ໂດຍສະເພາະທ່ານທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້. ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ທ່ານຈະໄປກວດນັ້ນຊາບກ່ອນວ່າ ທ່ານໄດ້ກວດດ້ວຍເຄື່ອງກວດແບບໄວແລ້ວພົບຜົນບວກ ເພື່ອທີ່ເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໃກ້ຊິດກັບຄົນອື່ນ.

ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອ, ແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.

ອ້າງອີງຈາກ: https://cutt.ly/mR2eDVs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/