ແບບໃດຈຶ່ງເອີ້ນວ່າ ຄຸກຄາມທາງເພດ?


ການຄຸກຄາມທາງເພດ (Sexual Harassment) ແມ່ນຫຍັງ?

ການຄຸກຄາມທາງເພດ ຫຼື Sexual Harassment ໝາຍເຖິງການຄຸກຄາມ ຫຼື ການລ່ວງລະເມີດທາງເພດ ໂດຍບໍ່ຈຳກັດພຽງແຕ່ລ່ວງລະເມີດທາງຮ່າງກາຍເທົ່ານັ້ນ ຍັງລວມໄປເຖິງການຄຸກຄາມທາງຄຳເວົ້າ ແລະ ສາຍຕາ ນອກຈາກນັ້ນກໍຍັງມີ ການພິມ ຫຼື ໂພສ ໃນອິນເຕີເນັດກໍຖືໄດ້ວ່າເປັນການຄຸກຄາມທາງເພດໄດ້ຄືກັນ.

ໃນສັງຄົມ ຄຳວ່າ ການຄຸກຄາມທາງເພດ ແມ່ນມີຫຼາຍຮູບແບບທີ່ແຕກຕ່າງກັນອອກໄປຢ່າງກວ້າງຂວາງ ແຕ່ພຶດຕິກຳຫຼັກໆ ທີ່ເອີ້ນວ່າຄຸກຄາມທາງເພດ ທັງຕັ້ງໃຈ ຫຼື ບໍ່ຕັ້ງໃຈນັ້ນ ສະແດງອອກແບບໃດກັນແທ້?

  1. ການສຳຜັດຮ່າງກາຍຜູ້ອື່ນໂດຍທີ່ອີກຝ່າຍບໍ່ຍິນຍອມ

ການສຳຜັດຮ່າງກາຍຜູ້ອື່ນໂດຍທີ່ບໍ່ໄດ້ຖືກຍິນຍອມນັ້ນຖືວ່າເປັນການຄຸກຄາມທາງເພດທີ່ເຫັນໄດ້ຊັດເຈນທີ່ສຸດ ເພາະການສຳຜັດ,ການຈັບ ຫຼື ການລູບອະໄວຍະວະສ່ວນໃດໜຶ່ງເຊັ່ນວ່າ: ກອດຄໍ,ກອດແອວ, ຈັບເສັ້ນຜົມ ຫຼືແມ່ນແຕ່ຕີເບົາໆກໍຖືວ່າເປັນການຄຸກຄາມທາງເພດໄດ້ຄືກັນ.

  1. ການຫຼິ້ນມຸກຕະຫຼົກກ່ຽວກັບເລື່ອງເພດ

ມຸກຕະຫຼົກທີ່ເວົ້າກ່ຽວກັບເພດໝາຍເຖິງການ ໃຊ້ຄຳເວົ້າລໍ້ລຽນກ່ຽວກັບພຶດຕິກຳທາງເພດຕ່າງໆ ບໍ່ວ່າຈະເປັນການປຽບທຽບເພື່ອໃຫ້ເຫັນພາບ, ການຫຼິ້ນຄຳ ຫຼື ແມ່ນແຕ່ການເວົ້າຫາບຸກຄົນທີສາມ ການຄຸກຄາມປະເພດນີ້ແມ່ນຈະບໍ່ຮຸນແຮງ ແຕ່ກໍບໍ່ຄວນເຮັດເພາະອາດຈະເຮັດໃຫ້ຜູ້ອື່ນບໍ່ສະບາຍໃຈ ຫຼື ອັບອາຍໄດ້.

  1. ການພິມ,ສົ່ງຂໍ້ຄວາມ ຫຼື ໂພສ ແບບລໍ່ແຫຼມໃນສື່ສັງຄົມອອນລາຍ

ການພິມຂໍ້ຄວາມແບບລໍ່ແຫຼມໃນສື່ສັງຄົມອອນລາຍກໍເປັນການຄຸມຄາມທາງເພດອີກຢ່າງໜຶ່ງ ໂດຍມາໃນຮູບແບບການລໍ້ລຽນ ຫຼືວິຈານ ອະໄວຍະວະ, ຮູບຮ່າງໜ້າຕາ, ການນຸ່ງຖື ໃນອິນເຕີເນັດ ນອກຈາກນັ້ນແລ້ວຍັງລວມໄປເຖິງການສົ່ງ ຮູບຮ່າງກາຍ ຫຼື ອະໄວຍະວະ(ລັບ)ໃຫ້ແກ່ຜູ້ອື່ນ.

  1. ການຄຸກຄາມໂດຍການໃຊ້ຄຳເວົ້າຈາ

ຄືການໃຊ້ວາຈາຕໍ່ຜູ້ອື່ນໃນຮູບແບບຊູ້ສາວ ນອກຈາກນັ້ນ, ຍັງມີການເວົ້າວິຈານ ຮູບຮ່າງ ຫຼື ຮ່າງກາຍຜູ້ອື່ນ ບໍ່ວ່າຈະເປັນການເວົ້າວ່າ: ຕຸ້ຍ, ຂາໃຫຍ່ ແລະ ອື່ນໆ ທີ່ເຮັດໃຫ້ຜູ້ຟັງ ຫຼື ຜູ້ຖືກວິຈານອັບອາຍກໍຖືໄດ້ວ່າເປັນການຄຸກຄາມທາງເພດ.

  1. ເປີດອະໄວຍະວະເພດໃຫ້ຄົນອື່ນເບິ່ງ

ການເປີດອະໄວຍະວະທີ່ບໍ່ຄວນໃຫ້ຜູ້ອື່ນເບິ່ງຢ່າງມີເຈຕະນາ ບໍ່ວ່າຈະເປັນການຍົວະ ຫຼື ເຮັດໃຫ້ຜູ້ອື່ນຮູ້ສຶກອັບອາຍ ແມ່ນເປັນການຄຸກຄາມທາງເພດເຊັ່ນກັນ ສາມາດພົບເຫັນໄດ້ສ່ວນໃຫຍ່ຈາກຜູ້ທີ່ມີບັນຫາທາງຈິດເປັນຕົ້ນ.

  1. ຢອກຜູ້ອື່ນໂດຍການຖອດເຄື່ອງທີ່ສວມໃສ່

ການຢອກຜູ້ອື່ນໂດຍເຈຕະນາ ບໍ່ວ່າຈະເປັນການດຶງໂສ້ງ, ປົດສາຍເສື້ອໃນ ຫຼື ການບັງຄັບໃຫ້ຜູ້ອື່ນໃສ່ເສື້ອຜ້າທີ່ສ້າງຄວາມອັບອາຍໃຫ້ແກ່ຕົນເອງ ກໍຖືໄດ້ວ່າເປັນການຄຸກຄາມທາງເພດ.

+ ແລ້ວເຮົາຈະປົກປ້ອງຕົນເອງໄດ້ແນວໃດ?

  1. ຮຽນຮູ້ທີ່ຈະປະຕິເສດເມື່ອຕົກເປັນເຫຍື່ອຂອງການຄຸກຄາມເຊັ່ນວ່າ: ການຂໍຮ້ອງໃຫ້ຢຸດ ຫຼື ສະແດງຄວາມຮູ້ສຶກບໍ່ພໍໃຈຕໍ່ການກະທຳດັ່ງກ່າວ.
  2. ບໍ່ເມີນເສີຍຕໍ່ຜູ້ທີ່ຖືກຄຸກຄາມ ຫຼາຍຄັ້ງທີ່ຜູ້ຖືກຄຸກຄາມຈະຮູ້ສຶກອັບອາຍ ຫຼື ຢ້ານ ຫາກເຮົາຢູ່ໃນເຫດການຂໍໃຫ້ບໍ່ເມີນເສີຍກັບເຫດການດັ່ງກ່າວ ແຕ່ຈົ່ງຫ້າມ ຫຼື ຂໍໃຫ້ຜູ້ຄຸກຄາມນັ້ນຢຸດ
  3. ເຄົາລົບສິດ ແລະ ເສລີພາບຂອງຜູ້ອື່ນບໍ່ວ່າຈະເປັນການແຕ່ງກາຍ, ຮູບຮ່າງ, ໜ້າຕາ.
  4. ບໍ່ມີສ່ວນຮ່ວມ ຫຼື ເລີ່ມຄຸກຄາມຜູ້ອື່ນ

ທີ່ມາ: https://www.mangozero.com/what-is-sexual-harassment/

ພາບ: SmallBizDaily, HR Daily Advisor

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/