ເຮືອບິນຕຳໃສ່ຕຶກໃນມິລານ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 8 ຄົນ


ໃນເຊົ້າວັນຈັນນີ້ມີເຮືອບິນສ່ວນຕົວຂະໜາດນ້ອຍໄດ້ບິນຕຳໃສ່ຕຶກຫ້ອງການໃນເມືອງມິລານ, ພາກເໜືອຂອງປະເທດອິຕາລີ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 8 ຄົນ.

ເຮືອບິນສ່ວນຕົວດັ່ງກ່າວມີຜູ້ໂດຍສານ 6 ຄົນ ແລະ ຄົນຂັບອີກ 2 ລວມມີ 8 ຄົນ. ໜຶ່ງໃນຄົນຂັບເປັນມະຫາເສດຖີພັນລ້ານ Dan Petrescu ອາຍຸ 68 ປີ ກັບພັນລະຍາ Regina Dorotea ພ້ອມດ້ວຍລູກຊາຍ Dan Stefano ແລະ ຜູ້ໂດຍສານ ກຳລັງອອກຕົວບິນຈາກເມືອງມິລານ ທີ່ສະໜາມບິນ Linate ແຕ່ກໍໄດ້ບິນຕຳໃສ່ທາງຂ້າງຂອງຕຶກອາຄານສອງຊັ້ນ. ການກະທົບດັ່ງກ່າວເຮັດໃຫ້ລົດທີ່ຈອດໃນພື້ນທີ່ນັ້ນເກີດໄຟລຸກໄປທົ່ວ, ໂຊກດີທີ່ໃນຕຶກຫ້ອງການນັ້ນວ່າງເປົ່າ ແລະ ບໍ່ມີຄົນຢູ່ໃກ້ສະຖານທີ່ທີ່ເກີດເຫດບາດເຈັບ. ແຕ່ໂຊກຮ້າຍຂອງເຮືອບິນ Dan Petrescu ທີ່ທຸກຄົນໃນພາຫະນະດັ່ງກ່າວຕ່າງເສຍຊີວິດທັງໝົດ.

ສອງຄົນໃນຈຳນວນຜູ້ໂດຍສານທີ່ເສຍຊີວິດ ເຈົ້າໜ້າທີ່ສາມາດລະບຸຕົວຕົນໄດ້ວ່າແມ່ນຊາວຕ່າງຊາດ ເນື່ອງຈາກພວກເຂົາໄດ້ຖືເອກະສານຢືນຢັນຕິດຕົວໄປພ້ອມ ພ້ອມທັງເຊື່ອວ່າທຸກຄົນໃນເຮືອບິນຕ່າງກໍແມ່ນຊາວຕ່າງຊາດ ລວມໄປເຖິງມະຫາເສດຖີທີ່ເປັນຊາວໂຣມັນເນຍໂດຍອ້າງອີງຈາກເອກະສານທີ່ໄດ້ຖືກຈົດທະບຽນໃນປະເທດນັ້ນ.

Dan Petrescu ເປັນນັກທຸລະກິດ ແລະ ນັກອະສັງຫາທີ່ມີອິດທີພົນ ທັງຍັງເປັນໜຶ່ງໃນຄົນທີ່ຮັ່ງມີທີ່ສຸດໃນປະເທດໂຣມັນເນຍ ຈາກການເປັນເຈົ້າຂອງບໍລິສັດກໍ່ສ້າງ ແລະ ມີຫຸ້ນກັບຕະຫຼາດຍັກໃຫຍ່ ແລະ ຫ້າງໃນປະເທດ. ລາວຍັງຖືສັນຊາດເຢຍລະມັນອີກພ້ອມ.

ຜູ້ຄວບຄຸມທີ່ຫໍບັງຄັບການໄດ້ລາຍງານວ່າຕົວເຮືອບິນ PC-12 ກຳລັງບິນຢ່າງປົກກະຕິ ແຕ່ວ່າຄວາມຜິດປົກກະຕິກໍປາກົດຂຶ້ນໃນໜ້າຈໍເຣດ້າຢ່າງໄວວາ ໂດຍບໍໄດ້ສົ່ງສຽງສັນຍານເຕືອນໃດໆ ຈາກຕົວເຄື່ອງ, ໃນເວລາບໍ່ດົນ ເຮືອບິນກໍໄດ້ຕຳເຂົ້າໃສ່ຕຶກຮຽບຮ້ອຍແລ້ວ.

ເຖິງຢ່າງໃດກໍຍັງບໍ່ສາມາດຢືນຢັນສາເຫດຄັ້ງນີ້ໄດ້ ແລະຍັງບໍ່ສາມາດດ່ວນສະຫຼຸບຄວາມເປັນໄປໄດ້ຕ່າງໆເທື່ອ, ທາງເຈົ້າໜ້າທີ່ສາມາດດຶງກ່ອງດຳຈາກຕົວເຄື່ອງໄດ້ຮຽບຮ້ອຍ ພ້ອມທັງກຳລັງເລີ່ມປະຕິບັດການສືບສວນສອບສວນຢ່າງທັນທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/