ເຮືອບິນຕຳກັນກາງອາກາດ ເກືອບຂາດເຄິ່ງ ແຕ່ນັກບິນສາມາດລົງຈອດໃນເດີ່ນໄດ້


ນັກບິນຂອງເຮືອບິນລຳໜຶ່ງ ເກີດອຸບັດຕິເຫດຕຳກັບເຮືອບິນອີກລຳຢູ່ກາງອາກາດ ທັ້ງໆທີ່ນັກບິນບໍ່ຮູ້ເລີຍວ່າ ເຮືອບິນນັ້ນເກືອບຂາດອອກເປັນ 2 ທ່ອນ ແລະ ຈົນສາມາດລົງຈອດທີ່ເດີ່ນ ຈຶ່ງພົບຄວາມຈິງວ່າເຮືອບິນນັ້ນເກືອບຫັກ, ຖືວ່າເປັນຄວາມໂຊກດີຂອງຜູ້ຂັບຫຼາຍ.

ເຮືອບິນທັງສອງລຳ ກຳລັງກຽມພ້ອມຈອດທີ່ສະໜາມບິນທ້ອງຖິ່ນແຫ່ງໜຶ່ງ ໃກ້ເມືອງເດນເວີ ສະຫະລັດອາເມຣິກາ ໃນວັນພຸດ 12 ພຶດສະພາ ທີ່ຜ່ານມາ, ລະຫວ່າງການເດີນທາງເກີດມີການຕຳກັນ ຈາກການເຜີຍຂໍ້ມູນຂອງຄະນະກຳມະການຄວາມປອດໄພ ດ້ານການຂົນສົ່ງແຫ່ງຊາດສະຫະລັດ (NTSB) ແລະ ໜ່ວຍດັບເພີງເຊົາເມໂທ.

ມີການລາຍງານວ່າ ເຮືອບິນລຳທີ 1: ມີນັກບິນຄົນດຽວ ສາມາດນຳພາເຮືອບິນລຳນັ້ນໄປເຖິງຈຸດມຸ່ງໝາຍ ບັນທຶກການສົນທະນານັກບິນກ່າວວ່າເຄື່ອງຈັກທາງເບື້ອງຂວາເກີດຂັດຂ້ອງ ດັ່ງນັ້ນ ຜູ້ຂັບຈຶ່ງຕັດສິນໃຈລົງຈອດສຸກເສີນ ໂດຍບໍ່ຮູ້ວ່າເຮືອບິນໄດ້ຮັບຄວາມເສຍຫາຍສ່ວນທ້າຍຂອງລຳ.

ສ່ວນລຳທີ 2: ເປັນເຮືອບິນ ເຊີຣັສ SR22 ຮຸ່ນປີ 2016 ເຊິ່ງເຊົ່າໂດຍ Independence Aviation ແລະ ທາງນັກບິນປະສົບຜົນສຳເລັດໃນການປ່ອຍລະບົບຮົ່ມຊູຊີບ Airframe Parachute System ທີ່ອອກແບບໂດຍບໍລິສັດ Cirrus Aircraft ສຳລັບຜ່ອນຄວາມໄວໃນການດິ່ງລົງຂອງເຮືອບິນຫຼັງຈາກອຸບັດຕິເຫດ.

ຈອນ ບາມັນ ຮອງອຳນວຍການ ອາຣາພາໂຣ ເຄົານີ ໄດ້ລາຍງານວ່າ: ເຮືອບິນເຊີຣັສ ມີນັກບິນ 1 ຄົນ ແລະ ຜູ້ໂດຍສານອີກຄົນຢູ່ໃນເຮືອບິນ ຕອນທີ່ປະສົບອຸບັດຕິເຫດ ແລະ ປ່ອຍລະບົບຮົ່ມຊູຊີບອອກມາ ຖືວ່າໂຊກດີສຸດໆ ແລະ ເຫຼືອເຊື່ອທີ່ສຸດ.

ປັດຈຸບັນ ກຳລັງຊອກຫາກົກປາຍສາເຫດການເກີດອຸບັດຕິເຫດຄັ້ງນີ້ ແລະ ຢູ່ໃນລະຫວ່າງການສືບສວນເຫດການທີ່ເກີດຂຶ້ນ ແລະ ຄາດໝາຍວ່າຈະສາມາດເຜີຍແຜ່ລາຍງານການສືບສວນເບື້ອງຕົ້ນໃນ 2 ອາທິດ ແຕ່ຖ້າສືບສວນຢ່າງຄົບຖ້ວນ ແມ່ນຕ້ອງໄດ້ໃຊ້ເວລາປະມານ 18 ເດືອນ.

ທີ່ມາ: https://bit.ly/3hpEVhJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/