ເມື່ອດ້ານໜ້າຂອງອາຄານ ບົ່ງບອກເຖິງການອາການ Pareidolia – ອາການທີ່ສະໝອງເຊື່ອມໂຍງສິ່ງຕ່າງໆກັບໜ້າຕາຂອງຄົນ


ທຳອິດທີ່ເຈົ້າເບິ່ງພາບນີ້ ເຈົ້ານຶກເຖິງຫຍັງ?

ບາງຄົນເບິ່ງແລ້ວ ນຶກເຖິງຄືໜ້າຄົນ ທັ້ງໆທີ່ບາງຮູບເປັນດ້ານໜ້າຕຶກ ເປັນດ້ານໜຶ່ງຂອງກຳແພງລ້າໆ ແລ້ວຖ້າມີຄຳຖາມຕໍ່ອີກວ່າ ນອກຈາກຮູູບພາບເຫຼົ່ານີ້ແລ້ວ ທ່ານເຄີຍມີປະສົບການເຫັນກ້ອນເມກຄືຮູບຄົນ ເຫັນສິ່ງຕ່າງໆໃນຊີວິດປະຈຳວັນເປັນຕາເປັນປາກຫຍັງບໍ່?

ທີ່ຈິງແລ້ວ ອາການນີ້ມັນບໍ່ແມ່ນເລື່ອງທີ່ແປກ ມັນບໍ່ແມ່ນສະເພາະແຕ່ເລື່ອງຂອງການຈິນຕະນາການຂອງຄົນເທົ່ານັ້ນ ແຕ່ໃນເບື້ອງຫຼັງແລ້ວ ອາການນີ້ເປັນປາກົດການທີ່ເກີດຂຶ້ນໃນສະໝອງເຮົາ ເຊິ່ງໃນທາງຈິດຕະວິທະຍາເອງເພິ່ນເອີ້ນອາການນີ້ວ່າ Pareidolia  ຫຼື  ແພຣິໂດເລຍ.

ຄຳວ່າ Pareidolia ມາຈາກພາສາກຣີກ ຄຳວ່າ “Pare” ແປວ່າຜິດພາດ ແລະ ຄຳວ່າ “eidolen” ແມ່ນແປວ່າພາບ ຫຼື ຮູບຮ່າງ ເວົ້າງ່າຍໆກໍຄືພາບທີ່ຜິດພາດໄປນັ້ນເອງ.

ເຊິ່ງເລື່ອງນີ້ເປັນເລື່ອງທຳມະຊາດຂອງຈິດໃຈທີ່ເກີດຂຶ້ນໄດ້ເລື້ອຍໆຈາກການກະຕຸ້ນສະໝອງຂອງເຮົາໃຫ້ເກີດການຈົດຈຳໃບໜ້າ ເຊິ່ງເປັນການກະຕຸ້ນທີ່ທຸກຄົນມີມາຕັ້ງແຕ່ກຳເນີດ ແຕ່ບາງຄັ້ງມັນໄປກະຕຸ້ນກັບສິ່ງຂອງທີ່ບໍ່ມີຊີວິດ ແລະ ບໍ່ມີໃບໜ້າ.

ຖ້າຈະເວົ້າແລ້ວ ປາກົດການນີ້ເກີດຈາກການສັ່ງຂອງສະໝອງສ່ວນໜ້າ ແລະ ສ່ວນການເບິ່ງເຫັນ (Visual Cortex) ແລະ ສະໝອງເຮັດການທົບທວນຄວາມຊົງຈຳຈາກສິ່ງທີ່ເຮົາເບິ່ງເຫັນ ໂດຍພະຍາຍາມນຶກເຖິງພາບທີ່ໃກ້ຄຽງ ແລະ ເຮົາມີຄວາມຄຸ້ນເຄີຍອອກມາກາຍເປັນໜ້າຄົນ ຫຼື ສັດຕ່າງໆ.

ດັ່ງທີ່ຮູບຂອງຕຶກທີ່ຖືກນຳມາໃຊ້ນີ້ ກໍເປັນສ່ວນໜຶ່ງຂອງບັນດາອາຄານບ້ານເຮືອນຢູ່ຫຼວງພະບາງທີ່ “ເຫັນທຳອິດແລ້ວ ນຶກເຖິງຮູບໜ້າຄົນ ແລະ ບາງຮູບກໍເຮັດໃຫ້ນຶກເຖິງອິໂມຈິໃນໂທລະສັບ” ຜູ້ຖ່າຍຮູບ ກ່າວ.

ເຊິ່ງສິ່ງນີ້ກໍຖືວ່າເປັນສິ່ງທີ່ດີ ເພາະມັນທັງເສີມສ້າງການຈິນຕະນາການ ແລະ ພັດທະນາການຕໍ່ຍອດເຊື່ອມໂຍງສິ່ງຕ່າງໆພ້ອມ.

ແລະໃຜທີ່ມີປະສົບການຄັກໆ ຫຼື ມີຮູບຂອງສິ່ງທີ່ເຫັນແລ້ວນຶກເຫັນຫຍັງຈັກຢ່າງ ກໍຢ່າລືມເອົາມາແບ່ງປັນກັບພວກເຮົາພ້ອມເດີ້.

ພາບ: LaoX Team

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/