ເຄີຍສົງໄສກັນບໍ່ວ່າເປັນຫຍັງມະນຸດເຮົາຈຶ່ງບໍ່ມີຂົນປົກຄຸມທົ່ວຮ່າງກາຍຄືກັບສັດລ້ຽງລູກດ້ວຍນ້ຳນົມສ່ວນຫຼາຍ ແຕ່ກັບມີເປັນບາງຈຸດແທນເຊັ່ນ: ຜົມ, ຄິ້ວ, ຕາ, ບໍລິເວນຂີ້ແຮ້, ອະໄວຍະວະເພດ ເປັນຕົ້ນ
ອີງຕາມທິດສະດີວິວັດທະນາການ
ຕ້ອງຢ້ອນກັບໄປເມື່ອຫຼາຍລ້ານປີກ່ອນທີ່ທະວີບອາຟຣິກາຍັງຄົງມີສະພາບເປັນປ່າ ນັກວິທະຍາສາດເຊື່ອວ່າບັນພະບຸລຸດຂອງຄົນເຮົານັ້ນເປັນລີງໄຮ້ຫາງທີ່ອາໄສຢູ່ບໍລິເວນຊາຍປ່າແຖວນັ້ນ ເຊິ່ງພວກເຂົາກໍມີຮູບຮ່າງໜ້າຕາຄ້າຍລີງທົ່ວໄປທີ່ມີຂົນປົກຄຸມເຕັມຕົວ ແລະ ໃຊ້ຊີວິດຢູ່ໃນປ່າໂດຍອາໄສຫາກິນໝາກໄມ້ ຂົນພວກນີ້ກໍຄືກັບຂົນຂອງສັດລ້ຽງລູກດ້ວຍນົມຊະນິດອື່ນໆ ທີ່ມີໄວ້ເພື່ອຮັກສາອຸນຫະພູມຂອງຮ່າງກາຍ.
ແຕ່ເນື່ອງຈາກມະນຸດເຮົານັ້ນເປັນສັດເລືອດອຸ່ນເຊິ່ງໝາຍຄວາມວ່າ ການຮັກສາອຸນຫະພູມຮ່າງກາຍ ນັ້ນເປັນເລື່ອງສຳຄັນຫຼາຍເມື່ອຮ່າງກາຍຮ້ອນ ຫຼື ໜາວເກີນໄປຈະເຮັດໃຫ້ເປັນໄຂ້ ຫຼື ເຖິງຂັ້ນເສຍຊີວິດໄດ້.
ແຕ່ເມື່ອປະມານ 1.7 ລ້ານປີທີ່ຜ່ານມາ ພູມອາກາດຂອງໂລກກໍປ່ຽນແປງໄປເຮັດໃຫ້ປ່າໄມ້ທີ່ຂຽວອຸດົມສົມບູນໃນອາຟຣິການັ້ນກາຍມາເປັນທົ່ງຫຍ້າຄືທຸກມື້ນີ້ ເຮັດໃຫ້ບັນພະບຸລຸດເຮົາມີທາງເລືອກຢູ່ 2 ທາງນັ້ນກໍຄືການເດີນທາງເຂົ້າໄປໃນປ່າ ຫຼື ປັບຕົວເພື່ອໃຊ້ຊີວິດຢູ່ທີ່ທົ່ງຫຍ້າ.
ແນ່ນອນວ່າບັນພະບຸລຸດທີ່ກາຍມາເປັນຄົນໃນອະນາຄົດນັ້ນເລືອກທີ່ຈະປັບຕົວ ດ້ວຍຄວາມທີ່ວ່າການໃຊ້ຊີວິດໃນທົ່ງຫຍ້ານັ້ນແຕກຕ່າງຈາກໃນປ່າຢ່າງສິ້ນເຊີງ ສະພາບອາກາດທີ່ຮ້ອນກວ່າ ແລະ ເປັນທີ່ໂລ່ງເຮັດໃຫ້ການຫາອາຫານມີການປ່ຽນແປງໄປໂດຍປ່ຽນຈາກການຫາກິນໝາກໄມ້ມາເປັນການລ່າສັດ ເຮັດໃຫ້ມະນຸດຕ້ອງຈຳຕ້ອງມີ 2 ທັກສະເພື່ອທີ່ຈະສາມາດລ່າສັດ ແລະ ຢູ່ລອດນັ້ນກໍຄື: ທັກສະການແລ່ນທີ່ຍາວນານ ແລະ ທັກສະການສື່ສານ.

- ທັກສະການແລ່ນທີ່ຍາວນານ
ໃນການລ່າສັດ ມະນຸດບໍ່ແມ່ນສັດທີ່ແລ່ນໄວຄືກັບເສືອ ຫຼື ກວາງ ແຕ່ສິ່ງທີ່ເຮັດໃຫ້ມະນຸດຍັງຄົງສາມາດຫາອາຫານຢູ່ລອດມາໄດ້ກໍຄືທັກສະການແລ່ນທີ່ຍາວນານປະກອບກັບການເຮັດວຽກເປັນທີມນັ້ນເອງ ແຕ່ດ້ວຍຄວາມທີ່ອາກາດຮ້ອນຫຼາຍ ການມີຂົນໜາປົກຄຸມຮ່າງກາຍຈຶ່ງບໍ່ເອື້ອອຳນວຍຕໍ່ການລະບາຍຄວາມຮ້ອນອອກຈາກຮ່າງກາຍ ທຳມະຊາດຈຶ່ງສ້າງໃຫ້ຮ່າງກາຍຂອງມະນຸດປ່ຽນຂົນໃຫ້ນ້ອຍ ແລະ ບາງລົງຈົນແນມບໍ່ເຫັນດ້ວຍຕາເປົ່າ ແຕ່ນັ້ນກໍຍັງບໍ່ພຽງພໍ ຕໍ່ມາຮ່າງກາຍຈຶ່ງໄດ້ສ້າງເຫື່ອຂຶ້ນມາ ເຊິ່ງເຫື່ອນີ້ຖືເປັນລະບົບລະບາຍຄວາມຮ້ອນອອກຈາກຮ່າງກາຍໄດ້ດີສຸດໆຈົນເຮັດໃຫ້ມະນຸດກາຍເປັນສິ່ງມີຊີວິດທີ່ແລ່ນໄດ້ຍາວນານທີ່ສຸດໃນໂລກໃນເວລາຕໍ່ມານັ້ນເອງ.
- ທັກສະການສື່ສານ
ມະນຸດເປັນສັດທີ່ເຮັດວຽກເປັນທີມສະນັ້ນການສື່ສານຈຶ່ງເປັນສິ່ງສຳຄັນຫຼາຍ ນັກວິທະຍາສາດພົບວ່າໃບໜ້າທີ່ໄຮ້ຂົນນັ້ນຊ່ວຍເນັ້ນການສື່ສານໄດ້ດີກວ່າ ໃນເມື່ອສາມາດສື່ສານໄດ້ດີກໍຈະຫາອາຫານໄດ້ເຮັດໃຫ້ມີໂອກາດມີຊີວິດລອດ ແລະ ສົ່ງຕໍ່ກຳມະພັນໃຫ້ຄົນຮຸ່ນຕໍ່ໆໄປເລື້ອຍໆ.
ທິດສະດີການຄັດເລືອກທາງເພດ
ໃນໄລຍະຕໍ່ມາການທີ່ຄົນຈະເລືອກຄູ່ສືບພັນນັ້ນແມ່ນອີງໃສ່ສຸຂະພາບຂອງອີກຝ່າຍເປັນຫຼັກ ສຳລັບຄົນທີ່ມີຂົນໜ້ອຍຈະເຮັດໃຫ້ອີກຝ່າຍສາມາດແນມເຫັນເຫັບ, ເຫົາໄດ້ງ່າຍຈຶ່ງສາມາດຮັບຮູ້ໄດ້ວ່າຄົນໃດມີສຸຂະພາບດີ ຫຼື ບໍ່ດີ ສະນັ້ນຜູ້ທີ່ຮ່າງກາຍໄຮ້ຂົນກໍຈະມີໂອກາດຫາຄູ່ໄດ້ງ່າຍກວ່າຄົນທີ່ມີຂົນ ເພາະແບບນີ້ພວກເຂົາຈຶ່ງສາມາດສົ່ງຕໍ່ກຳມະພັນໄຮ້ຂົນຂອງຕົນເອງຕໍ່ໄປເລື້ອຍໆ.

ສະຫຼຸບແລ້ວຂໍ້ດີຂອງການບໍ່ມີຂົນໜາປົກຄຸມກໍຄື: ຊ່ວຍໃນເລື່ອງການລະບາຍຄວາມຮ້ອນຂອງຮ່າງກາຍ, ຊ່ວຍໃນການລ່າສັດ (ແລ່ນໄດ້ຍາວນານ) ແລະ ການຫາຄູ່ນັ້ນເອງ
ດັ່ງນັ້ນ, ມະນຸດໃນຍຸກປັດຈຸບັນຈຶ່ງເກືອບຈະບໍ່ເຫຼືອຂົນຢູ່ເລີຍ ຈະມີກໍສະເພາະແຕ່ບາງຈຸດທີ່ສຳຄັນເທົ່ານັ້ນ ເຊິ່ງທຳມະຊາດກໍຄັດເລືອກມາໃຫ້ພ້ອມກັບໜ້າທີ່ຂອງມັນ ຕົວຢ່າງເຊັ່ນ:
– ຂົນຂີ້ແຮ້ສາມາດຊ່ວຍຫຼຸດການສຽດສີບໍລິເວນຂີ້ແຮ້ໄດ້
– ຂົນໃນອະໄວຍະເພດມີໜ້າທີ່ປ້ອງກັນສິ່ງເປິເປື້ອນລວມທັງຊ່ວຍຫຼຸດການສຽດສີເວລາມີເພດສຳພັນກັນ
– ຂົນຄິ້ວມີໜ້າທີ່ປ້ອງກັນເຫື່ອບໍ່ໃຫ້ເຂົ້າຕາ ແລະ ຊ່ວຍໃນການສື່ສານໂດຍຄິ້ວມີຄວາມສຳຄັນໃນການສະແດງສີໜ້າອາລົມຂອງມະນຸດ
– ຜົມເຮັດໜ້າທີ່ຄວບຄຸມອຸນຫະພູມໃນສະໝອງເນື່ອງຈາກສະໝອງເປັນອະໄວຍະວະທີ່ອ່ອນໄຫວຕໍ່ອຸນຫະພູມ
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/