ເປັນຫຍັງການອ່ານປຶ້ມຊ້າໆ ຈຶ່ງສົ່ງຜົນດີຕໍ່ສະໝອງ?


ຮູ້ບໍໍ່ວ່າ ການອ່ານປຶ້ມຢ່າງຄ່ອຍໆອ່ານ ຄ່ອຍໆເກັບຄວາມຮູ້ສຶກ ເປັນຜົນດີຕໍ່ສະໝອງ ແຖມຍັງມີປະໂຫຍດຕໍ່ທັກສະການຂຽນຂອງເຮົາ. ມີໃຜເຄີຍເປັນບໍ່? ເວລາເຫັນປະໂຫຍກທີ່ເຮົາມັກຈາກປຶ້ມ ຫຼື ຫຍໍ້ໜ້າທີ່ອ່ານແລ້ວ ປະທັບໃຈແຮງໆ ເຮົາກໍຢາກຈະໃຊ້ເວລາຢູ່ກັບພື້ນທີ່ນັ້ນດົນໆ ຄ່ອຍໆອ່ານເທື່ອລະຕົວອັກສອນຢ່າງບໍ່ຟ້າວຟັ່ງ ເພື່ອເກັບຄວາມຮູ້ສຶກເອົາໄວ້ໃນຄວາມຊົງຈຳ.

ເຊື່ອວ່າຫຼາຍຄົນໜ້າຈະເຄີຍໄດ້ຍິນຄຳແນະນຳກ່ຽວກັບວິທີ ແລະ ຂໍ້ດີຂອງການອ່ານປຶ້ມແບບໄວໆ (Speed Reading) ແຕ່ໃນທາງກົງກັນຂ້າມ ການອ່ານແບບຊ້າໆ (Slow Reading) ມັນກໍມີຂໍ້ດີໃນຕົວເອງດ້ວຍເຊັ່ນກັນ ເຊິ່ງຫຼາຍຄົນໜ້າຈະອິນກັບການອ່ານແບບນີ້ບໍ່ໜ້ອຍເລີຍ.

ແນ່ນອນວ່າ ຂໍ້ດີຂໍ້ທຳອິດກໍຄືການອ່ານປຶ້ມແບບຊ້າໆ ມັນຄືການຊ່ວຍໃຫ້ເຮົາໄດ້ “ອິນ” ກັບຂໍ້ຄວາມນັ້ນໆ ແລະ ໃຊ້ເວລາເກັບບັນທຶກມັນລົງໃນຄວາມຊົງຈຳໄດ້ດີກວ່າການອ່ານແບບໄວເກີນໄປ.

ບົດຄວາມຈາກ The Wall Street Journal ອະທິບາຍວ່າ ການອ່ານແບບຊ້າໆຈະຊ່ວຍໃຫ້ເຮົາຄ່ອຍໆໄດ້ຄາຍຄວາມຕຶງຄຽດ ທີ່ສະສົມຢູ່ ທັງຍັງຈະປັບໂຟກັດຂອງເຮົາໃຫ້ເຮົາຢູ່ກັບປຶ້ມໄດ້ເປັນພິເສດ ເປັນການເຝິກສະມາທິ ແລະ ສະໝອງຂອງເຮົາໃຫ້ເຮັດສິ່ງໃດສິ່ງໜຶ່ງໃນເວລາໜຶ່ງໆໃຫ້ໄດ້ດີຂຶ້ນ.

ຂະນະທີ່ນັກຂຽນຢ່າງ Jacqueline Woodson ໄດ້ເວົ້າເອົາໄວ້ເທິງເວທີ TED Talks ວ່າການອ່ານຊ້າໆ ມັນຍັງຊ່ວຍໃຫ້ເຮົາມີເວລາແຕ່ງເຕີມຄວາມຄິດ ຕໍ່ເຕີມຈິນຕະນາການຈາກຖ້ອຍຄຳໃນປຶ້ມ ນາງຍັງປຽບທຽບດ້ວຍວ່າ ມັນຊ່ວຍໃຫ້ເຮົາໄດ້ຮູ້ຈັກກັບໂລກທີ່ເຮົາທີ່ບໍ່ຮູ້ຈັກມາກ່ອນ ດ້ວຍປະໂຫຍກເຊັ່ນນີ້ ການອ່ານຢ່າງຊ້າໆ ຊ່ວຍເພີ່ມທັກສະ ແລະ ໄດ້ແຕ່ງເຕີມວິທີການຂຽນປຶ້ມຂອງເຮົາໄດ້ຫຼາຍຂຶ້ນ.

ການອ່ານປຶ້ມຢ່າງຊ້າໆ ຈຶ່ງບໍ່ແມ່ນເລື່ອງບໍ່ດີແຕ່ຢ່າງໃດ ເພາະມັນຍັງຊ່ວຍໃຫ້ເຮົາຜ່ອນຄາຍຄວາມຕຶງຄຽດ ຂະຫຍາຍຂອບເຂດຈິນຕະນາການ ຊ່ວຍເຮົາລົງເລິກເຖິງຄວາມໝາຍຈາກຕົວໜັງສື ທັງຍັງຊ່ວຍເຮົາເຊື່ອມຕໍ່ກັບຄວາມຮູ້ສຶກຕົວເອງ ແລະ ເສີມສ້າງໂລກການຂຽນຂອງເຮົາໃຫ້ໄດ້ເພີ່ມເຕີມອີກດ້ວຍ.

ທີ່ມາ: https://web.facebook.com/thematterco/photos/a.1735876059961122/2452548914960496/