ເດັກນ້ອຍ ຫຼາຍກວ່າ 2 ແສນຄົນ ຖືກນັກບວດລ່ວງລະເມີດທາງເພດ ທີ່ໂບດກາໂຕລິກ ປະເທດຝຣັ່ງ


ຈາກບົດລາຍງານການສືບສວນສອບສວນກ່ຽວກັບການລ່ວງລະເມີດທາງເພດ (sexual abuse) ພາຍໃນໂບດ ໃນວັນອັງຄານທີ 05 ຕຸລາ 2021 ເຮັດໃຫ້ຮູ້ວ່າ ໃນ 7 ທົດສະວັດທີ່ຜ່ານມາ (ນັບແຕ່ປີ 1950) ໄດ້ມີຜູ້ລ່ວງລະເມີດທາງເພດ ທີ່ເປັນນັກບວດ ປະມານ 2,900 – 3,200 ຄົນ ແລະ ມີເດັກນ້ອຍທີ່ເປັນເຫຍື່ອຂອງການລ່ວງລະເມີດທາງເພດ ປະມານ 216,000 ຄົນ ແລະ ເປັນເດັກນ້ອຍຜູ້ຊາຍ ທີ່ມີອາຍຸ ປະມານ 10 – 13 ປີ ເປັນສ່ວນໃຫຍ່.

ຈາກບົດລາຍງານການສືບສວນສອບສວນກ່ຽວກັບການລ່ວງລະເມີດທາງເພດ (sexual abuse) ພາຍໃນໂບດ ໃນວັນອັງຄານທີ 05 ຕຸລາ 2021 ເຮັດໃຫ້ຮູ້ວ່າ ໃນ 7 ທົດສະວັດທີ່ຜ່ານມາ (ນັບແຕ່ປີ 1950) ໄດ້ມີຜູ້ລ່ວງລະເມີດທາງເພດ ທີ່ເປັນນັກບວດ ປະມານ 2,900 – 3,200 ຄົນ ແລະ ມີເດັກນ້ອຍທີ່ເປັນເຫຍື່ອຂອງການລ່ວງລະເມີດທາງເພດ ປະມານ 216,000 ຄົນ ແລະ ເປັນເດັກນ້ອຍຜູ້ຊາຍ ທີ່ມີອາຍຸ ປະມານ 10 – 13 ປີ ເປັນສ່ວນໃຫຍ່.

ອ້າງອີງຈາກຫຼັກຖານ ພົບວ່າມີຜູ້ລ່ວງລະເມີດຈຳນວນ 3,200 ຄົນ ຈາກຈຳນວນນັກບວດທັງໝົດ 115,000 ຄົນ, ເຊິ່ງນີ້ເປັນຕົວເລກທີ່ຄາດເດົາກັນໄວ້ ຄວາມເປັນຈິງອາດຈະຫຼາຍກວ່ານີ້ອີກ. ຈຳນວນຜູ້ຖືກເຄາະຮ້າຍ ກໍອາດມີສູງເຖິງ 330,000 ກໍລະນີ ຫາກນັບລວມທັງກໍລະນີທີ່ເກີດຈາກຄົນອື່ນທີ່ບໍ່ແມ່ນນັກບວດ ແຕ່ມີສ່ວນພົວພັນກັບໂບດ ເຊັ່ນ: ຄູ ຫຼື ອາຈານ ຢູ່ໂຮງຮຽນກາໂຕລິກ.

ທ່ານ ຊັງ ມາກ ໂຊເວ, ຫົວໜ້າທີມສືບສວນສອບສວນ ກ່າວກັບນັກຂ່າວວ່າ “ມັນເປັນຜົນຂອງ ການເມີນເສີຍ, ຄວາມບົກຜ່ອງ, ຄວາມມິດງຽບ, ການປົກປ້ອງເອົາສະຖາບັນ ຈົນເຖິງຕົ້ນຊຸມປີ 2000 ເຫັນໄດ້ວ່າ ໂບດນັ້ນ ມີຄວາມເມີນເສີຍຢ່າງສົມບູນຕໍ່ກັບຜູ້ຖືກເຄາະຮ້າຍ”. ລາວອະທິບາຍຕື່ມວ່າ “ຜູ້ຖືກເຄາະຮ້າຍນັ້ນ ບໍ່ມີໃຜຮັບຟັງ ບໍ່ມີຄົນເຊື່ອເຂົາເຈົ້າ, ເມື່ອພວກເຂົາຖືກຮັບຟັງ ກໍຖືກບອກວ່າ ພວກເຂົາເອງອາດມີສ່ວນພາໃຫ້ເກີດມີການກະທຳເຫຼົ່ານັ້ນ”.

A service held in a French cathedral after a plaque unveiled in memory of victims of clerical abuse

ການລ່ວງລະເມີດທາງເພດເດັກຢູ່ໃນພື້ນທີ່ໂບດ ກວມເອົາເກືອບ 4% ຂອງຄວາມຮຸນແຮງທາງເພດ (sexual violence) ທັງໝົດ ໃນປະເທດຝຣັ່ງ. ນອກຈາກນີ້, ບົດລາຍງານ ໄດ້ຊີ້ໃຫ້ເຫັນວ່າ ຮອງຈາກຄອບຄົວ ແລະ ແວດວົງໝູ່ເພື່ອນແລ້ວ ໂບດກາໂຕລິກເປັນສະຖານທີ່ທີ່ມີການລ່ວງລະເມີດທາງເພດສູງ.

ທ່ານ ໂອລິວີເອ ຊາວີຍັກ, ຫົວໜ້າສະມາຄົມຜູ້ຖືກເຄາະຮ້າຍ ທີ່ມີຊື່ວ່າ Parler et Revivre (ເວົ້າອອກມາ ແລະ ມີຊີວິດອີກຄັ້ງ) ໄດ້ເລົ່າປະສົບການຖືກລ່ວງລະເມີດຕອນລາວອາຍຸພຽງ 13 ປີ ໂດຍຜູ້ອຳນວຍການຂອງແຄັ້ມພັກຮ້ອນກາໂຕລິກແຫ່ງໜຶ່ງ ຢູ່ພາກໃຕ້ຂອງປະເທດຝຣັ່ງ, ເຊິ່ງກ່ອນໜ້ານັ້ນ ລາວເຄີຍຄິດວ່ານັກບວດແມ່ນຄົນດີຄົນໜຶ່ງ ແລະ ແມ່ນຄົນທີ່ຈະບໍ່ທຳຮ້າຍລາວ. ລາວໄດ້ແຕ່ເກັບເລື່ອງນີ້ໄວ້ ແລະ ມັນເປັນຄືກັບຖົງຊີສຕ໌, ເປັນຄືດັ່ງຊີ້ນເນົ່າ ທີ່ຕິດຢູ່ໃນຮ່າງກາຍ ແລະ ຈິດໃຈຂອງລາວ. ພາຍຫຼັງຖືກລ່ວງລະເມີດ ຜູ້ຖືກເຄາະຮ້າຍ ປະມານ 60% ທັງຍິງ ແລະ ຊາຍ ໄດ້ປະເຊີນກັບບັນຫາອື່ນໆ ທີ່ເປັນຜົນກະທົບຕາມມາ ເຊັ່ນ: ໃນດ້ານອາລົມ ແລະ ດ້ານການມີເພດສຳພັນ…

ເຫດການລັກສະນະນີ້ ມີມາດົນກວ່າ 70 ປີ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງຄະດີທັງໝົດແມ່ນເກີດຂຶ້ນກ່ອນປີ 1970, ມີພຽງຄະດີຈໍານວນໜ້ອຍໜຶ່ງທີ່ສາມາດຖືກນໍາມາດໍາເນີນຕາມກົດໝາຍໄດ້, ໃນຂະນະທີ່ຫຼາຍຄະດີບໍ່ສາມາດດໍາເນີນຜ່ານສານໄດ້ ກໍໄດ້ມີການຮຽກຮ້ອງໃຫ້ ໂບດອອກມາຮັບຜິດຊອບຕໍ່ກັບສິ່ງທີ່ເກີດຂຶ້ນ ລວມທັງການຈ່າຍຄ່າຊົດເຊີຍໃຫ້ກັບຜູ້ຖືກເຄາະຮ້າຍ ເຖິງແມ່ນວ່າການທົດແທນເປັນເງິນອາດຈະທຽບບໍ່ໄດ້ຕໍ່ກັບຄວາມເຈັບປວດທີ່ຜູ້ຖືກເຄາະຮ້າຍໄດ້ຮັບ.

ທ້າຍສຸດ ຈາກບົດລາຍງານທັງໝົດ 2,500 ໜ້າ ໄດ້ຂຽນບັນດາຂໍ້ແນະນຳ 45 ຂໍ້ ເພື່ອເປັນການປ້ອງກັນການລ່ວງລະເມີດຢູ່ໂບດ ລວມທັງແນະນຳໃຫ້ມີການຝຶກສອນນັກບວດ ແລະ ສົ່ງເສີມນະໂຍບາຍເພື່ອໃຫ້ເຂົ້າໃຈເຖິງຜູ້ຖືກເຄາະຮ້າຍ.

ແຫຼ່ງທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/