ເຊວຫຸ່ນຍົນທີ່ມີຊີວິດທຳອິດຂອງໂລກ ສາມາດສືບພັນໄດ້ແລ້ວ!


ກຸ່ມນັກວິທະຍາສາດຈາກມະຫາວິທະຍາໄລເວີເມົາ, ມະຫາວິທະຍາໄລທັຟ ແລະ ມະຫາວິທະຍາໄລຮາວາດ ໄດ້ມີການຄົ້ນພົບອັນຍິ່ງໃຫຍ່ຕໍ່ການສ້າງ ແລະ ພັດທະນາຫຸ່ນຍົນທຳອິດໃນໂລກທີ່ສາມາດສືບພັນໄດ້ດ້ວຍຕົວມັນເອງ.

ຫຸ່ນຍົນດັ່ງກ່າວນັ້ນແມ່ນສະເຕັມເຊວ ທີ່ມີຊື່ວ່າ ເຊໂນບັອດ (Xenobots) ມີຂະໜາດນ້ອຍກວ່າ 1 ມິນລີແມັດ. ມັນໄດ້ຖືກນຳມາປະກອບສ້າງຈາກເຊວຂອງກົບອາຟຣິກາ African Clawed Frog ຫຼືຊື່ທາງວິທະຍາສາດ Xenopus laevis ທີ່ເປັນຕົ້ນແບບຂອງຊື່ ເຊວຫຸ່ນຍົນ. ເຖິງຈະເອີ້ນວ່າຫຸ່ນຍົນ ແຕ່ມັນບໍ່ແມ່ນຫຸ່ນຍົນແບບເຄື່ອງຈັກທີ່ເຮົາເຂົ້າໃຈກັນ, ມັນແມ່ນການທີ່ມະນຸດເຂົ້າມາກ່ຽວຂ້ອງ ໃນການນຳໃຊ້ເຄື່ອງຈັກເພື່ອພັດທະນາເຊວນັ້ນອອກມາໃນແບບທີ່ມະນຸດໄດ້ວາງໄວ້. ມັນຖືກເອີ້ນວ່າຫຸ່ນຍົນ ແຕ່ວ່າມັນແມ່ນສິ່ງທີ່ມີຊີວິດຈາກເຊວຂອງກົບທີ່ບໍ່ໄດ້ຜ່ານການປ່ຽນແປງທາງກຳມະພັນມາແຕ່ຢ່າງໃດ.

ໃນປີ 2020, ເຊໂນບັອດໄດ້ຖືກນຳມາທົດລອງ ແລະ ພິສູດວ່າສາມາດເຄື່ອນໄຫວໄດ້, ເຮັດວຽກເປັນກຸ່ມໄດ້ ແລະ ຍັງສາມາດປິ່ນປົວຕົນເອງໄດ້. ນັບຕັ້ງແຕ່ປີ 1940, ບັນດານັກວິທະຍາສາດພະຍາຍາມພັດທະນາສ້າງເຄື່ອງຈັກທີ່ຈະເຮັດໃຫ້ຮ່າງກາຍສາມາດເພີ່ມຈຳນວນຕົນເອງໄດ້ ແຕ່ກໍລົ້ມເຫຼວຈາກຄວາມຫຍຸ້ງຍາກຊັບຊ້ອນນີ້. ປັດຈຸບັນ, ພວກເຂົາກໍສຳເລັດໃນການວາງກົນໄກໃຫ້ເຊໂນບັອດ ສາມາດເພີ່ມຈຳນວນໄດ້ດ້ວຍຕົນເອງ ເຊິ່ງເປັນຫຸ່ນຍົນຕົວທຳອິດໃນໂລກທີ່ເຮັດໄດ້. ການຄົ້ນພົບນີ້ແມ່ນບາດກ້າວອັນຍິ່ງໃຫຍ່ ເນື່ອງຈາກພວກເຂົາເຫັນວ່ານີ້ແມ່ນຮູບແບບການສືບພັນທາງຊີວະວິທະຍາໃໝ່ທີ່ແຕກຕ່າງຈາກທຸກຮູບແບບບໍ່ວ່າຈະເປັນສັດ ຫຼື ພືດ ເທົ່າທີ່ນັກວິທະຍາສາດເຄີຍຮຽນຮູ້ມາ.

ສະເຕັມເຊວ ແມ່ນເຊວທີ່ມີຈຸດເດັ່ນທີ່ຄວາມສາມາດຂອງມັນ ໃນການພັດທະນາຕົນເອງໃຫ້ເປັນເຊວຊະນິດອື່ນ. ການສ້າງເຊໂນບັອດນັ້ນເກີດຈາກການນຳເອົາສະເຕັມເຊວຕົວເປັນໆ ຈາກຕົວອ່ອນຂອງກົບ ແລ້ວປ່ອຍໃຫ້ມັນຟັກຕົວ ໂດຍບໍ່ມີການປອມແປງຢີນເຂົ້າໄປກ່ຽວຂ້ອງ. ກົບຈະມີວິທີການສືບພັນຂອງມັນຕາມທຳມະຊາດ ແຕ່ເມື່ອໄດ້ນຳເຊວອອກມາຈາກຕົວອ່ອນແລ້ວ ໃຫ້ມັນຢູ່ໃນສະພາບແວດລ້ອມແບບໃໝ່. ມັນບໍ່ພຽງແຕ່ຫາຫົນທາງໃໝ່ໃນການເຄື່ອນໄຫວ ແຕ່ມັນຍັງສາມາດຫາຮູບແບບສືບພັນໃໝ່ໄດ້.

ໃນຂັ້ນເລີ່ມຕົ້ນຂອງການທົດລອງນັ້ນ, ເຊໂນບັອດຈະມີຮູບຮ່າງເປັນວົງມົນໂດຍປະກອບມີປະມານ 300 ເຊວ. ແຕ່ມັນ ເພີ່ມຈຳນວນຕົນເອງໄດ້ລຳບາກ ເນື່ອງຈາກສະພາບແວດລ້ອມຕ່າງໆ. ເມື່ອໄດ້ນຳໃຊ້ລະບົບ AI ເຂົ້າມາຊ່ວຍ, ບັນດານັກວິໄຈກໍໄດ້ທົດລອງຮູບຮ່າງຂອງຮ່າງກາຍກວ່າພັນລ້ານຮູບແບບ ເພື່ອຊ່ວຍໃຫ້ເຊໂນບັອດສາມາດເພີ່ມຈຳນວນໄດ້ຢ່າງມີປະສິດທິຜົນ. ຕົວຊູເປີຄອມພິວເຕີຈຶ່ງໃຫ້ຄຳຕອບດ້ວຍຮູບຮ່າງຕົວອັກສອນ C.

ໃນຂັ້ນຕອນການເພີ່ມຈຳນວນແບບໃໝ່ນີ້, ຕົວເຊໂນບັອດຈະເກັບລວມຜິວໜັງຂອງກົບເຂົ້າໄປໃນປາກທີ່ເປັນຮູບຄືຕົວເກມ Pac-Man ຈາກນັ້ນຈະບີບອັດ ແລະ ປະກອບໃຫ້ເປັນ “ລູກ” ຈາກນັ້ນກໍປ່ອຍອອກມາຈາກປາກ ໃຫ້ເປັນຕົວເຊໂນບັອດໃນຮູບຕົວ C ຄືກັນ; ແລ້ວພວກມັນກໍຈະໄປລວມເຊວໃຫ້ອອກມາເປັນເຊວເຊໂນບັອດ ຊ້ຳໄປເລື້ອຍໆ.

ການປະສົມປະສານລະຫວ່າງໂມເລກຸນທາງຊີວະວິທະຍາ ແລະ AI ມີຄວາມເປັນໄປໄດ້ໃນການພັດທະນາລະບົບສຸຂະພາບເຊັ່ນ: ການເກັບກຳພລາສຕິກຂະໜາດນ້ອຍທີ່ເບິ່ງດ້ວຍຕາເປົ່າບໍ່ເຫັນ (Microplastics) ໃນມະຫາສະໝຸດ, ກວດຫາລະບົບຮາກຖານ ແລະ ປະຕິຮູບການຢາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/