ເຈົ້າແຂວງຫົວພັນ ກ່າວຂອບໃຈຫວຽດນາມ ທີ່ຊຸກຍູ້ສົ່ງເສີມເສດຖະກິດ ສປປ ລາວ ສ້າງລາຍໄດ້ບັນລຸ 16 ລ້ານໂດລາ

ແຂວງຫົວພັນ

ວັນທີ 25 ສິງຫາທີ່ຜ່ານມາ, ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າ ແຂວງຫົວພັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງແຂວງ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ ແລະ ວັນເຊັນສັນຍາຮ່ວມມືມິດຕະພາບ ລະຫວ່າງ 2 ແຂວງ ແທັງຮວາ-ຫົວພັນ ຄົບຮອບ 55 ປີ ທີ່ນະຄອນແທັງຮວາ ສສ ຫວຽດນາມ ໂດຍມີ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ໂດຈ໋ອງຮຶງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານກຳມະການສະພາປະຊາຊົນແຂວງແທັງຮວາ ໄດ້ກ່າວຄໍາປາໄສ ໂດຍສະຫາຍໄດ້ຢືນຢັນເຖິງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນດີງາມລະຫວ່າງລາວ-ຫວຽດ ນາມ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງຄວາມຮັກແພງ, ຊຸກຍູ້, ເສີມຂະຫຍາຍ ແລະ ບຳລຸງສ້າງຈາກການນຳຮຸ່ນຕໍ່ມາ ແລະ ປະຊາຊົນສອງປະເທດ ອັນໄດ້ກາຍເປັນປັດໄຈສຳຄັນ ເພື່ອປົກປັກຮັກສາຜົນສຳເລັດຂອງການປະຕິວັດຂອງແຕ່ລະປະເທດ; ລາວ ແລະ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962. ນີ້ແມ່ນເຫດການສຳຄັນ, ເປີດໄລຍະແຫ່ງການພັດທະນາໃໝ່ ໃນການພົວພັນລະຫວ່າງ 2 ປະເທດ, ຢືນຢັນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງ ປະຊາຊົນສອງປະເທດ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ເປັນເອກະພາບ, ບົນພື້ນຖານຄວາມຕ້ອງການ ການຮ່ວມມືຢ່າງກວ້າງຂວາງ ແລະ ຮີບດ່ວນລະຫວ່າງສອງປະເທດ ໃນສະພາບການໃໝ່ ມາຮອດວັນທີ 18 ກໍລະກົດ 1977 ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ເຊິ່ງສົນທິສັນຍາ ໄດ້ກາຍເປັນພື້ນຖານດ້ານການເມືອງ, ກົດໝາຍທີ່ສຳຄັນ, ນຳການພົວພັນ ຫວຽດນາມ-ລາວ ໃຫ້ພັດທະນາຮອບດ້ານ, ປະກອບສ່ວນຢ່າງແຂງແຮງເຂົ້າໃນຂະບວນການປ່ຽນໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

ແຂວງຫົວພັນ

ດ້ວຍຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່, ວັນທີ 2 ພຶດສະພາ 1967, ສອງແຂວງແທັງຮວາ ແລະ ແຂວງຫົວພັນ ໄດ້ລົງນາມໃນສັນຍາການຄ້າ, ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນ “ນ້ຳໃຈອ້າຍນ້ອງ” ໃນຊຸມປີມໍ່ໆມານີ້, ໄດ້ເຮັດໃຫ້ການພົວພັນຮ່ວມມືຮອບດ້ານສອງແຂວງ ນັບມື້ນັບເລິກເຊິ່ງກວ່າເກົ່າ, ມີການເຄື່ອນໄຫວພົບປະແລກປ່ຽນ, ຮຽນຮູ້, ເຈລະຈາ ແລະ ການພົວພັນຮ່ວມມືດ້ານເສດຖະກິດ ສືບຕໍ່ພັດທະນາ, ການຄ້າລະຫວ່າງ ສອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມູນຄ່າການຄ້າໃນໄລຍະ 2016-2020 ບັນລຸເກືອບ 74 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະ 2011-2015; ໃນປີ 2021 ບັນລຸ 28.72 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 2.6 ເທົ່າ ເມື່ອທຽບໃສ່ປີ 2016 ແລະ ສະເພາະ 6 ເດືອນຕົ້ນປີ 2022 ບັນລຸເກືອບ 16 ລ້ານໂດລາສະຫະລັດ.

ແຂວງຫົວພັນ

ໃນພິທີ, ສະຫາຍ ວັນໄຊ ແພງຊຸມມາ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແຂວງ ແທັງຮວາ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນໃນໄລຍະຜ່ານມາ. ພ້ອມນີ້ ໂດຍໄດ້ຮັບອະນຸຍາດຈາກ ທ່ານປະທານປະເທດ ສປປ ລາວ, ສະຫາຍ ວັນໄຊ ແພງຊຸມມາ ຍັງໄດ້ຕາງໜ້າພັກ, ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊພັດທະນາຊັ້ນໜຶ່ງ ໃຫ້ I ກົມກອງ, ຫຼຽນກາແຮງງານຊັ້ນ II ຈຳນວນ 2 ສະຫາຍ, ຫຼຽນກາແຮງງານຊັ້ນ III ຈຳນວນ 4 ສະຫາຍ ແລະ 7 ກົມກອງລວມໝູ່ ແລະ ມອບໃບຍ້ອງຍໍຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ບໍລິສັດກໍ່ສ້າງ ແລະ ມະຫາວິທະຍາໄລ ຈໍານວນ 2 ໃບ.

ແຂວງຫົວພັນ

ຂໍ້ມູນຈາກ: https://cutt.ly/3X8KeHU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply