ເຈົ້າຂອງເຮືອນທີ່ Maryland ຈູດໄຟເຜົາເຮືອນຕົນເອງໄລ່ງູ


ທີ່ເມືອງ Dickerson, ລັດ Maryland ສະຫະລັດອາເມຣິກາ ໄດ້ເກີດເຫດໄຟໄໝ້ເຮືອນທັງຫຼັງ. ໂດຍສາເຫດເກີດຈາກເຈົ້າຂອງເຮືອນນັ້ນພະຍາຍາມຈູດໄຟເພື່ອໄລ່ງູທີ່ບຸກເຂົ້າມາເຮືອນໃຫ້ອອກໄປ ແຕ່ກາຍເປັນຈູດໄຟລາມໄປໄໝ້ເຮືອນຕົນເອງ.

ເນື່ອງຈາກວ່າການທີ່ມີງູເຂົ້າມາໃນເຮືອນ ເປັນບັນຫາທີ່ບໍ່ມີທາງສິ້ນສຸດ ແລະ ກໍເປັນບັນຫາໜັກໃຈຂອງເຈົ້າຂອງຄົນເກົ່າເຊັ່ນກັນ. ດ້ວຍເຫດນັ້ນ, ເຈົ້າຂອງເຮືອນຄົນໃໝ່ຈຶ່ງໄດ້ໃຊ້ຖ່ານໃນການຈູດໄຟໄວ້ໃຫ້ເກີດຄວັນເພື່ອໄລ່ສັດເລືອຄານອອກໄປ. ແຕ່ວ່າຖ່ານພວກນັ້ນຖືກວາງໃກ້ກັບວັດຖຸໄວໄຟເກີນໄປ, ເລີ່ມຈາກໃຕ້ດິນ ແລ້ວຄ່ອຍໆລາມໄປໄໝ້ແຕ່ລະຊັ້ນຈົນໝົດເຮືອນ.

ໂຊກດີທີ່ໃນຂະນະນັ້ນບໍ່ໄດ້ມີໃຜຢູ່ໃນເຮືອນ ແລະ ຜູ້ທີ່ເຫັນເຫດການແມ່ນຜູ້ອາໄສຢູ່ຂ້າງເຮືອນ. ພວກເຂົາເຫັນຄວັນຕອນທີ່ກຳລັງຜ່ານເຮືອນຫຼັງດັ່ງກ່າວ ກ່ອນຈະຮີບໂທແຈ້ງ 911. ຈົນເວລາປະມານ 10 ໂມງກາງຄືນ, ນັກດັບເພີງ 75 ຄົນມາຮອດ ເຊິ່ງມັນໃຊ້ເວລາຫຼາຍຊົ່ວໂມງກວ່າທີ່ຈະຄວບຄຸມສະຖານະການໄດ້. ຈົນມາຮອດຕອນເຊົ້າມື້ຕໍ່ມາຈຶ່ງດັບລົງ.

ຄ່າເສຍຫາຍທັງໝົດນັ້ນສູງເຖິງ 1 ລ້ານໂດລາສະຫະລັດ ເຊິ່ງເຈົ້າຂອງໄດ້ຊື້ມັນມາ 1.8 ລ້ານໂດລາສະຫະລັດ. ທາງໜ່ວຍດັບເພີງໄດ້ກ່າວວ່າມັນແມ່ນອຸບັດຕິເຫດ, ເນື່ອງຈາກພວກເຂົາບໍ່ພົບເຫັນຫຼັກຖານ ຫຼື ແຮງຈູງໃຈທີ່ຈະຈູດໄຟ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/