ເຄື່ອງປະດັບແບຣນ “Balenciaga” ທີ່ເຮັດຈາກຂີ້ເຫຍື້ອພລາສຕິກໃນທະເລ


Shahar Livne ນັກອອກແບບຊາວອິດສະຣາເອວ ຜູ້ຊະນະເລີດຮາງວັນ Dezeen-Awards ຮ່ວມມືກັບບໍລິສັດ Balenciaga ອອກແບບເຄື່ອງປະດັບທີ່ເຮັດຈາກຂີ້ເຫຍື້ອພລາສຕິກ “Dystopian” ສຳລັບຄໍເລັກຊັນ Fall 2021 ຂອງແບຣນທີ່ຕັ້ງໃຈອອກແບບໃຫ້ເປັນສະໄຕລ໌ແບບອະນາຄົດ.

ເຄື່ອງປະດັບເຊັດນີ້ ຈະປະກອບດ້ວຍສາຍແຂນ 3, ແຫວນ 1, ຕຸ້ມຫູ 2 ຄູ່ ອອກແບບມາເພື່ອໃຫ້ເຂົ້າກັບຄໍເລັກຊັນ Balenciaga’s Afterworld: Age.

ໂດຍທີມເຄື່ອງປະດັບຂອງແບຣນຈະນຳແບບຕາມທີ່ອອກແບບກັນໄວ້ໄປໃຫ້ Livne ເອົາໄປຫຼໍ່ອີກຮອບເພື່ອໃຫ້ມັນມີຜິວແບບຟອສຊິວ. ໃນຂະບວນການນີ້ Livne ຈະປະສົມຂີ້ເຫຍື້ອພລາສຕິກໃນທະເລທີ່ເກັບມາໂດຍທີມ Oceanworks ເຂົ້າກັບແຄລຊຽມຄາບອນເນດທີ່ເຫຼືອຖິ້ມຈາກໂຮງງານຜະລິດຫີນອ່ອນ.

Livne ໃຫ້ສຳພາດວ່າ ຕົວຂອງລາວເອງ ຮ່ວມກັບ Creative Director ຂອງແບຣນ Demma Gvasalia ໃຊ້ວິທີຜະລິດດຽວກັນກັບທີ່ລາວໃຊ້ເຮັດໃນໂຄງການແປສະພາບຫີນມາເປັນເຄື່ອງປະດັບ.

ຖືວ່າ ເປັນແບຣນເຄື່ອງປະດັບທີ່ຫຼູອີກແບຣນໜຶ່ງທີ່ຫັນມາໃຫ້ຄວາມສຳຄັນກັບການອະນຸລັກທຳມະຊາດ ແລະ ບັນຫາຂີ້ເຫຍື້ອ ເຊິ່ງເປັນການຣີໄຊເຄິນທີ່ໜ້າຈັບຕາເລີຍ.

ທີ່ມາ: https://www.facebook.com/environman.th/posts/3291797084282049