ສານສູງສຸດຂອງເກົາຫຼີໃຕ້ ສັ່ງໃຫ້ບໍລິສັດຫຼັກປະກັນສຸຂະພາບແຫ່ງຊາດຮັບຮອງເອົາສິດຄວາມຄຸ້ມຄອງໃຫ້ຄູ່ສົມຣົດເພດດຽວກັນຂອງຊາວເກົາຫຼີໃຕ້ ຫຼັງຈາກບໍລິສັດຖອນຄວາມຄຸ້ມຄອງເມື່ອພົບວ່າທັງຄູ່ເປັນ LGBTQIAN+ ຖືວ່າເປັນການຮັບຮອງເອົາສິດທິໃຫ້ກຸ່ມ LGBTQIAN+ ເປັນຄັ້ງທຳອິດໃນເກົາຫຼີໃຕ້.

ຄຳຕັດສິນດັ່ງກ່າວມີຂຶ້ນ ຫຼັງຈາກທີ່ ໂຊ ຊຶງວຸກ ແລະ ຄິມ ຍອງມິນ ຄູ່ຮັກ LGBTQIAN+ ຊາວເກົາຫຼີໃຕ້ໄດ້ຟ້ອງຮ້ອງຕໍ່ສານກໍລະນີໜ່ວຍງານດ້ານປະກັນສຸຂະພາບແຫ່ງຊາດຂອງເກົາຫຼີໃຕ້ ໄດ້ຍຸຕິການຄຸ້ມຄອງ ແລະ ສິດທິປະໂຫຍດຕ່າງໆ ຂອງ ຄິມ ຍອງມິນ ເມື່ອປີ 2021 ທີ່ຜ່ານມາ ຫຼັງພົບວ່າພວກເຂົາເປັນຄູ່ຮັກກັນ ໂດຍທັງສອງຄົນໄດ້ອາໄສຢູ່ນຳກັນ ແລະ ສົມຣົດກັນຕັ້ງແຕ່ປີ 2019 ແຕ່ບໍ່ມີຜົນທາງກົດໝາຍ.

ທາງດ້ານ ຣຽວ ມິນຮີ ທະນາຍຂອງທັງສອງໄດ້ເຜີຍວ່າ ຄຳຕັດສິນຂອງສານໃນນະຄອນໂຊລ ໃນເທື່ອນີ້ນັບເປັນການຮັບຮອງສະຖານະທາງກົດໝາຍຂອງຄູ່ຮັກເພດດຽວກັນເປັນເທື່ອທຳອິດຂອງເກົາຫຼີໃຕ້. ເຖິງແມ່ນວ່າກ່ອນໜ້ານີ້ສານຈະໄດ້ຕັດສິນເຫັນດີກັບ ໜ່ວຍງານດ້ານປະກັນສຸຂະພາບແຫ່ງຊາດ ແຕ່ສານສູງສຸດຂອງໂຊລໄດ້ພິກຄຳຕັດສິນ ໂດຍອອກຄຳສັ່ງໃຫ້ໜ່ວຍງານດັ່ງກ່າວມອບຄວາມຄຸ້ມຄອງ ແລະ ສິດທິປະໂຫຍດຕ່າງໆ ກັບ ຍອງມິນ ເຊັ່ນເດີມ ພ້ອມຍັງກ່າວວ່າ ທັງສອງຄວນຄູ່ທີ່ໄດ້ຮັບການປະຕິບັດຈາກໜ່ວຍງານຂອງລັດເຊັ່ນດຽວກັບຄູ່ຮັກຕ່າງເພດ.

ທາງດ້ານທັງສອງ ກໍຍິນດີກັບຄຳຕັດສິນໃນຄັ້ງນີ້ ໂດຍບອກວ່າ ຄຳຕັດສິນນີ້ມີຄວາມໝາຍຕໍ່ພວກເຂົາ LGBTQIAN+ ແລະ ສະແດງໃຫ້ເຫັນເຖິງຄວາມສະເໝີພາບຂອງຄົນທຸກຊົນຊັ້ນໃນປະເທດນີ້ ນັບເປັນໄຊຊະນະ ແລະ ຄວາມເທົ່າທຽມກັນໃນປະເທດເກົາຫຼີ.
ທາງດ້ານ Human Rights Watch ໄດ້ລາຍງານວ່າເມື່ອປີ 2021 ກຸ່ມຄົນ LGBTQIAN+ ຍັງຄົງຖືກເລືອກປະຕິບັດຢູ່ຫຼາຍຄັ້ງ.
ຢ່າງໃດກໍຕາມ ໃນປະເທດເກົາຫຼີໃຕ້ຍັງບໍ່ອະນຸມັດໃຫ້ຄູ່ຮັກເພດດຽວກັນແຕ່ງງານກັນໄດ້ ເຖິງແມ່ນວ່າຈະແຕ່ງງານກັນໄດ້ແຕ່ກໍບໍ່ມີຜົນໃດໆທາງດ້ານກົດໝາຍ ເຮັດໃຫ້ພວກເຂົາເຫຼົ່ານີ້ຖືກກີດກັນອອກຈາກສະຫວັດດີການຂອງລັດ ແຕ່ວ່າການຕັດສິນທີ່ສານຍອມຮັບໃນຄັ້ງນີ້ ອາດຈະຍາກໃນການຊຸກຍູ້ກົດໝາຍຄູ່ຊີວິດ ຫຼື ກົດໝາຍສົມຣົດເທົ່າທຽມ ແຕ່ກໍເປັນອີກໜຶ່ງບາດກ້າວຂອງກຸ່ມຄົນ LGBTQIAN+ ໃນປະເທດເກົາຫຼີໃຕ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/