ແຫຼ່ງຂ່າວເຜີຍ Xi Jinping ກຽມເດີນທາງຢ້ຽມຢາມ ຣັດເຊຍ ພົບປະຫາລືກັບ Putin ຫວັງແກ້ໄຂບັນຫາ ຣັດເຊຍ-ຢູເຄຣນ ໃນອາທິດໜ້າ

ແຫຼ່ງຂ່າວເຜີຍ

ວັນທີ 13​ ມີນາ Reuters ສຳນັກຂ່າວຊື່ດັງຈາກອັງກິດ ທີ່ມີນັກຂ່າວ ຫຼາຍກວ່າ 2.500 ຄົນ ປະຈຳຢູ່ທົ່ວໂລກ ໄດ້ອ້າງເຖິງແຫຼ່ງຂ່າວທີ່ໃກ້ຊິດວ່າ ປະທານປະເທດ ສີຈິ້ນຜິງ (Xi Jinping) ຜູ້ນໍາສູງສຸດຂອງ ສປ ຈີນ ກຽມເດີນທາງໄປຢ້ຽມຢາມ ຣັດເຊຍ ເພື່ອພົບກັບ ປະທານາທິບໍດີ ວະລາດິເມຍ ປູຕິນ (Vladimir Putin) ຂອງຣັດເຊຍ ເພື່ອປຶກສາຫາລືແກ້ໄຂບັນຫາ ຂໍ້ຂັດແຍ້ງ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ໃນອາທິດໜ້າ.

ໂດຍລາຍງານລະບຸວ່າ ແຜນການເດີນທາງດັ່ງກ່າວມີຂຶ້ນ ຫຼັງຈີນສະເໜີຕົວເປັນຜູ້ໄກ່ເກ່ຍ ໃນຂໍ້ຂັດແຍ້ງ ຣັດເຊຍ-ຢູເຄຣນ ທ່າມກາງຄວາມວິຕົກກັງວົນ ແລະ ສົງໄສຫຼາຍຢ່າງຂອງຊາດຕາເວັນຕົກ ເນື່ອງຈາກການສະໜັບສະໜູນທາງການທູດຂອງຈີນທີ່ມີຕໍ່ຣັດເຊຍ.

ກ່ອນໜ້ານີ້ ເມື່ອທ້າຍເດືອນມັງກອນທີ່ຜ່ານມາ ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ປະກາດເຊື້ອເຊີນ ສີຈິ້ນຜິງ ມາທີ່ຣັດເຊຍ ໃນລະດູໃບໄມ້ຫຼົ່ນ ຫຼື ໃນກາງປີນີ້ ແລະ ຫຼາຍຝ່າຍກໍຄາດກັນວ່າ ສີຈິ້ນຜິງ ໜ້າຈະເດີນທາງມາຢາມຣັດເຊຍ ໃນໄລຍະທ້າຍເດືອນເມສາ ຫາ ຕົ້ນເດືອນ ພຶດສະພານີ້.

ແຫຼ່ງຂ່າວເຜີຍ

ເຊິ່ງໃນທ້າຍເດືອນກຸມພາທີ່ຜ່ານມານີ້ ສປ ຈີນ ໄດ້ມີການສົ່ງ ຫວັງອີ້ (Wang Yi) ກຳມະການກົມການເມືອງ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ເຂົ້າພົບກັບ ປູຕິນ ທີ່ທຳນຽບລັດຖະບານ ຂອງຣັດເຊຍ ເພື່ອປູທາງສູ່ການພົບກັນຂອງ ສີຈິ້ນຜິງ ແລະ ປູຕິນ. ພ້ອມປະກາດວ່າ ຈີນ-ຣັດເຊຍ ຕົກລົງເປັນຄູ່ຮ່ວມມືກັນແບບໄຮ້ຂີດຈຳກັດ.

ແຫຼ່ງຂ່າວເຜີຍ

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນທ່າມກາງຄວາມພະຍາຍາມຂອງລັດຖະບານຈີນ ທີ່ຕ້ອງການສະແດງບົດບາດເປັນຜູ້ສັນຫາສັນຕິພາບຂອງໂລກ ຫຼັງປະສົບຄວາມສຳເລັດໃນການຊ່ວຍຟື້ນຟູຄວາມສຳພັນລະຫວ່າງ ຊາອຸດີອາຣະເບຍ ແລະ ອີຣານ  2 ປະເທດທີ່ມີຄວາມຂັດແຍ້ງກັນມາຍາວນານ ໃນພາກພື້ນເອເຊຍຕາເວັນອອກກາງ ໃຫ້ກັບມາເປີດສາຍພົວພັນທາງການທູດນຳກັນອີກຄັ້ງ ເມື່ອບໍ່ເທົ່າໃດມື້ທີ່ຜ່ານມານີ້.

ແຕ່ຢ່າງໃດກໍຕາມ ກ່ຽວກັບແຜນການເດີນທາງດັ່ງກ່າວ ທາງກະຊວງການຕ່າງປະເທດຂອງຈີນ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນແນວໃດກ່ຽວກັບເລື່ອງນີ້ ແລະ ທຳນຽບລັດຖະບານຂອງ ຣັດເຊຍ ກໍຍັງປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບເລື່ອງນີ້ ເຊັ່ນດຽວກັນ.

ແຫຼ່ງຂ່າວເຜີຍ

ຖ້າແຜນການເດີນທາງຄັ້ງນີ້ ເກີດຂຶ້ນແທ້ ຈະຖືເປັນການເດີນທາງອອກນອກປະເທດຂອງ ສີຈິ້ນຜິງ ຄັ້ງທຳອິດ ຫຼັງໄດ້ຮັບການຕໍ່ອາຍຸຕຳແໜ່ງປະທານປະເທດຈີນ ສະໄໝທີ 3 ຈາກສະພາປະຊາຊົນ ເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ. ໂດຍ ກ່ອນໜ້ານີ້ ສີຈິ້ນຜິງ ໄດ້ພົບປະກັບປູຕິນມາແລ້ວທັງໝົດ 39 ຄັ້ງ ນັບຕັ້ງແຕ່ຂຶ້ນມາເປັນປະທານປະເທດ ໂດຍຄັ້ງຫຼ້າສຸດທີ່ສອງຄົນນີ້ໄດ້ພົບປະກັນ ແມ່ນເກີດຂຶ້ນໃນໄລຍະເດືອນກັນຍາ 2022 ໃນລະຫວ່າງການປະຊຸມເອເຊຍກາງ ປະເທດອຸສເບກິສຖານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/