ສູນພະຍາກອນອາກາດອຸທົກກະສາດແຫ່ງຊາດຫວຽດນາມໄດ້ລະບຸວ່າ ໃນວັນເສົາທີ່ຜ່ານມາໜ່ວຍງານສາມາດວັດແທກອຸນຫະພູມໄດ້ 44,1 ອົງສາ ໂດຍສະຖານທີ່ວັດເເທກອຸນຫະພູມໄດ້ເເມ່ນທາງພາກເໜືອຂອງເເຂວງ Thanh Hóa, ເຊິ່ງໄດ້ທຳລາຍສະຖິຕິທີ່ຜ່ານມາໃນປີ 2019 ທີ່ 43,4 ອົງສາ ຢູ່ເມືອງ Hương Khê ເເຂວງ Hà Tĩnh.
ຜູ້ຊ່ຽວຊານຄາດວ່າອຸນຫະພູມຈະເພີ່ມຂຶ້ນໃນໄວໆນີ້ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດ ເຊິ່ງເຈົ້າໜ້າທີ່ໄດ້ອອກມາເຕືອນໃຫ້ປະຊາຊົນຢູ່ໃນບ່ອນຮົ່ມໃນເວລາທີ່ຮ້ອນທີ່ສຸດຂອງມື້.

ສ່ວນບັນດາປະເທດອື່ນໃນພູມີພາກນີ້ກໍປະສົບກັບສະພາບອາກາດທີ່ຮ້ອນເຊັ່ນກັນ. ປະເທດໄທໄດ້ລາຍງານວ່າ ອຸນຫະພູມສູງສຸດເປັນປະຫວັດສາດເຖິງ 44,6 ອົງສາ ຢູ່ແຂວງຕາກ. ໃນຂະນະດຽວກັນສຳນັກຂ່າວຂອງມຽນມາກໍລາຍງານວ່າ ເມືອງທາງພາກຕາເວັນອອກກໍມີອຸນຫະພູມສູງເຖິງ 43,8 ອົງສາ ເຊິ່ງເປັນອຸນຫະພູມທີ່ສູງສຸດໃນຮອບທົດສະວັດ.
Nguyễn Ngọc Huy ຜູ້ຊ່ຽວຊານດ້ານການປ່ຽນເເປງສະພາບພູມອາກາດກ່າວວ່າ ສະຖິຕິໃໝ່ຂອງຫວຽດນາມນັ້ນ “ໜ້າເປັນຫ່ວງ” ເມື່ອພິຈາລະນາຈາກ “ສະພາບການຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ພາວະໂລກຮ້ອນ” ແລະ ເຊື່ອວ່າສະຖິຕິນີ້ຈະເກີດຂຶ້ນຊໍ້າອີກຫຼາຍຮອບ.

ກ່ອນໜ້ານີ້ ລັດຖະບານໄດ້ຕົກລົງກັນທີ່ຈະດຳເນີນມາດຕະການເພື່ອຫຼີກເວັ້ນບໍ່ໃຫ້ອຸນຫະພູມໂລກເພີ່ມຂຶ້ນເກີນ 1,5 ອົງສາ, ແຕ່ໂລກໄດ້ຮ້ອນຂຶ້ນແລ້ວ 1,1 ອົງສາ ແລະ ຜູ້ຊ່ຽວຊານກ່າວວ່າ ມີທ່າອ່ຽງອາດຈະສູງຂຶ້ນກວ່າ 1,5 ອົງສາ ໃນປີ 2030.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/