ຣັດເຊຍ ເປີດສາກໂຈມຕີຢູເຄຣນຢ່າງໜັກ ກ່ອນຮອດວັນປະກາດໄຊຊະນະປະຈຳຊາດ ໃນວັນທີ 9 ພຶດສະພາ ນີ້


ຄວາມຮຸນແຮງໃນຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ນັ້ນຍັງດຳເນີນໄປເລື້ອຍໆ ແລະ ຍັງບໍ່ມີທ່າທີວ່າຈະຢຸດລົງ ເຖິງແມ່ນວ່າຈະມີສຽງຮຽກຮ້ອງຈາກປະຊາຄົມໂລກ ແລະ ແຮງສະໜັບສະໜູນຈາກ ຈີນ ເພື່ອໃຫ້ຂໍ້ຂັດແຍ້ງດັ່ງກ່າວ ຢຸດລົງກໍຕາມ.

ຫຼ້າສຸດໃນໄລຍະ 1-2​ ມື້ທີ່ຜ່ານມານີ້ ຣັດເຊຍ ເປີດສາກໂຈມຕີຢູເຄຣນຢ່າງໜັກ ເພື່ອເປັນການປູທາງກ່ອນຮອດວັນປະກາດໄຊຊະນະປະຈຳຊາດ (Victory Day)  ທີ່ຈະຈັດຂະບວນການສະເຫຼີມສະຫຼອງຂຶ້ນໃນນະຄອນຫຼວງ ມອສໂຄ ໃນວັນທີ 9 ພຶດສະພາ ນີ້ ເຊິ່ງເປັນວັນຄົບຮອບໄຊຊະນະຂອງສະຫະພາບໂຊວຽດ ຕໍ່ກອງທັບນາຊີ ເຢຍລະມັນ ແລະ ນຳໄປສູ່ການສິ້ນສຸດສົງຄາມໂລກຄັ້ງທີ 2 ໃນທີ່ສຸດ.

ໂດຍເຈົ້າໜ້າທີ່ຂອງ ຢູເຄຣນ ເປີດເຜີຍວ່າມີຜູ້ໄດ້ຮັບບາດເຈັບ 5 ຄົນຈາກການໂຈມຕີໃນເມືອງຫຼວງ ຄຽບ ຂະນະທີ່ມີລູກສອນໄຟຂອງຣັດເຊຍເຮັດໃຫ້ເກີດໄຟໄໝ້ໂຮງເກັບອາຫານໃນເມືອງ ໂອເດສຊາ ແລະ ເມືອງອື່ນໆກໍມີລາຍງານວ່າຖືກໂຈມຕີຢ່າງໜັກໃນສະພາບທີ່ບໍ່ຕ່າງກັນ.

ຜູ້ເຫັນເຫດການເປີດເຜີຍກັບສຳນັກຂ່າວ Reuters ວ່າ ເຂົາເຈົ້າໄດ້ຍິນສຽງລະເບີດດັງຂຶ້ນຫຼາຍຕໍ່ຫຼາຍຮອບ ໃນເມືອງຫຼວງ ຄຽບ. ດ້ານເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າລະບົບປ້ອງກັນໄພທາງອາກາດໄດ້ພະຍາຍາມສະກັດກັ້ນການໂຈມຕີຢູ່ຕະຫຼອດ ແລະ ຕອນນີ້ກໍຍັງບໍ່ເປັນທີ່ຊັດເຈນເທື່ອວ່າ ມີເຮືອບິນໄຮ້ຄົນຂັບຈັກລຳ ທີ່ຖືກປ່ອຍໃຫ້ລອຍຢູ່ເໜືອທ້ອງຟ້າຂອງ ເມືອງຫຼວງ ຄຽບ ປະເທດ ຢູເຄຣນ.

ນາຍພົນລະດັບສູງຂອງ ຢູເຄຣນ ເປີດເຜີຍວ່າ ຣັດເຊຍໄດ້ຍົກລະດັບການໂຈຕີໃນເມືອງ ບັກມຸດ ເຊິ່ງເປັນແນວຮົບທີ່ສຳຄັນ ແລະ ດຸເດືອດທີ່ສຸດໃນຂະນະນີ້ ເພື່ອຫວັງຈະຢຶດຄອງພື້ນທີ່ນັ້ນໃຫ້ໄດ້ພາຍໃນມື້ອື່ນ ສ່ວນສະຖານະການໃນເມືອງຫຼວງ ຄຽບ ນັ້ນ ມີຜູ້ໄດ້ຮັບບາດເຈັບ 3 ​ຄົນ ໃນເຫດການລະເບີດທີ່ ເຂດໂຊມຽນສກີ້ (Solomyanskyi) ຂະນະທີ່ເຂດສະເວຍໂຕຊິນ (Sviatoshyn) ມີຜູ້ບາດເຈັບອີກ 2 ຄົນ ເນື່ອງຈາກຖືກ ເສດຊາກຂອງ ເຮືອບິນໄຮ້ຄົນຂັບຕົກໃສ່.

ການໂຈມຕີຄັ້ງນີ້ມີຂຶ້ນໃນຂະນະທີ່ ຣັດເຊຍກຳລັງກຽມສະຫຼອງວັນແຫ່ງໄຊຊະນະ ເຊິ່ງຈະມີການຍ່າງຂະບວນກັນໃນວັນທີ 9 ພຶດສະພານີ້ ໂດຍວັນແຫ່ງໄຊຊະນະເປັນອີກໜຶ່ງວັນທີ່ສຳຄັນ ທີ່ປະທານາທິບໍດີ ວະລາດິເມຍ ປູຕິນ ຈະໃຊ້ໂອກາດນີ້ໃນການປະກາດວ່າຣັດເຊຍຈະສາມາເອົາຊະນະ ຢູເຄຣນໄດ້ ແນວໃດ ດັ່ງເຊັ່ນໃນອະດີດທີ່ກອງທັບ ໂຊວຽດສາມາດມີໄຊເໜືອກອງທັບນາຊີ ເຢຍລະມັນໄດ້.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/