ຮຽນຮູ້ ແລະ ເສີມສ້າງຈິນຕະນາການ ໃຫ້ລູກຫຼານຂອງທ່ານ ໄປກັບ Meysa Thanva Kids Channel ສື່ການຮຽນ-ການສອນອອນລາຍສຳລັບເດັກ ໂດຍສີມືຄົນລາວ


ຈາກການປ່ຽນແປງຮູບແບບການຮຽນຂອງເດັກນ້ອຍໃນປັດຈຸບັນ ທີ່ໄດ້ມີການນຳໃຊ້ແພລັດຟອມເທັກໂນໂລຢີຕ່າງໆ ເຂົ້າມາໃນການຮ່ຳຮຽນ ເຊັ່ນ ການນຳໃຊ້ YouTube, Facebook ເປັນຕົ້ນ ເພາະແພລັດຟອມດັ່ງກ່າວເຮັດໃຫ້ເດັກຮຽນຮູ້ແລະມີພັດທະນາການໄດ້ໄວ.

ດັ່ງນັ້ນຈຶ່ງໄດ້ເຮັດໃຫ້ທາງ Hod Media ຜູ້ທີ່ເປັນບໍລິສັດຜະລິດສື່ອອນລາຍ ທີ່ເນັ້ນເນື້ອຫາທີ່ມີຄຸນະພາບ ເກີດແນວຄິດຢາກຜະລິດສື່ການຮຽນທີ່ເໝາະສຳລັບເດັກ ເພື່ອເສີມສ້າງພັດທະນາການທາງດ້ານຄວາມຮູ້, ຈິນຕະນາການ ແລະ ເປັນຊ່ອງທາງການຮຽນໃນຮູບແບບໃໝ່ ເຊິ່ງໃນທີ່ສຸດກໍໄດ້ເຮັດໃຫ້ເກີດເປັນ Meysa Thanva Kids Channel ຊ່ອງທາງຂອງສື່ການຮຽນ-ການສອນອອນລາຍສໍາລັບເດັກ ໂດຍມີທີມງານແລະຜູ້ຜະລິດເປັນຄົນລາວທັງໝົດ.

ໂດຍ Meysa Thanva Kids Channel ເປັນສື່ການຮຽນການສອນອອນລາຍສໍາລັບເດັກ (ກຸ່ມເປົ້າໝາຍ ອະນຸບານ 2 ອາຍຸ 3-6ປີ ແລະ ຜູ້ປົກຄອງທີ່ຕ້ອງສອນລູກດ້ວຍຕົນເອງ) ເຊິ່ງຄອນເທັ້ນຕ່າງໆຈະປະກອບໄປດ້ວຍຮູບພາບທີ່ມີສີສັນດຶງດູດ, ວິດີໂອທີ່ເໝາະແກ່ການຮຽນຮູ້ຂອງເດັກ ແລະ ກິດຈະກຳຕ່າງໆ ທີ່ຈະສາມາດຊ່ວຍສົ່ງເສີມພັດທະນາການຂອງເດັກ ໂດຍເນື້ອຫາທັງໝົດພາຍໃນຊ່ອງຈະເປັນພາສາລາວ.

ຈຸດປະສົງຂອງ Meysa Thanva Kids Channel ແມ່ນເພື່ອເປັນສື່ການຮຽນສໍາລັບເດັກ, ເພື່ອເປັນແຫຼ່ງຂໍ້ມູນສໍາລັບຜູ້ປົກຄອງສາມາດນໍາເອົາບົດຮຽນຕ່າງໆໄປສິດສອນລູກຫຼານໄດ້ ແລະ ເພື່ອໃຫ້ເດັກມີສື່ການຮຽນອອນລາຍ ທີ່ມີຄຸນະພາບ.

ນອກຈາກນີ້ແລ້ວ Meysa Thanva Kids Channel ຍັງໄດ້ໃຫ້ຄຸນປະໂຫຍດທັງເດັກແລະຜູ້ປົກຄອງຄື:

  • ສໍາລັບເດັກ:
    – ມີພັດທະນາການທາງດ້ານຄວາມຮູ້
    – ກ້າສະແດງອອກ ແລະ ອອກຄວາມຄິດເຫັນ
    – ມີພັດທະນາການທາງດ້ານແນວຄິດ ແລະ ການປະພຶດ
    – ສາມາດໄຈ້ແຍກ ແລະ ວິເຄາະເຫດການຕ່າງໆທີ່ເກີດຂຶ້ນໃນຊີວິດປະຈໍາວັນ
    – ເຮັດໃຫ້ມີຄວາມມ່ວນຊື່ນ ແລະ ເພີດເພີນໃນການຮຽນ
  • ສໍາລັບຜູ້ປົກຄອງ:
    – ເປັນເຄື່ອງມືຊ່ວຍຜູ້ປົກຄອງໃນການດູແລ ແລະ ສິດສອນເດັກ
    – ເປັນຜູ້ຊ່ວຍແບ່ງເບົາພາລະໃນການຄິດວຽກບ້ານ, ກິດຈະກຳຕ່າງໆສຳລັບເດັກ ຜູ້ປົກຄອງສາມາດ Print ອອກມາສອນລູກຫຼານໄດ້ເອງຢູ່ເຮືອນ.

Meysa Thanva Kids Channel ມີ 2 ຊ່ອງການການຕິດຕາມຄື:

Facebook: Meysa Thanva Kids Channel

– ມີ Platform ການຮຽນການສອນທີ່ໃຫ້ຄວາມຮູ້ທີ່ເຂົ້າໃຈງ່າຍ ແລະ ມ່ວນຊື່ນ. ມີເກມເພື່ອພັດທະນາທັກສະ ແລະ ເສີມສ້າງຈິນຕະນາການ.
– ມີແບບຮຽນ Offline ເພື່ອ Print ສຳລັບຜູ້ປົກຄອງ ແລະ ໂຮງຮຽນ

YouTube Channel:  Meysa Thanva Kids Channel

– ວິດີໂອເພງ ແລະ ກາຕູນອານິເມະຊັ່ນປະກອບທີ່ພວກເຮົາສ້າງຂຶ້ນເອງທັງໝົດ ເຊິ່ງໃຫ້ຄວາມມ່ວນຊື່ນ ແລະ ເພີດເພີນໃນການຮຽນ
– ວິດີໂອສອນໃນດ້ານຕ່າງໆເຊັ່ນ: ຮຽນຄໍາສັບໃໝ່, ຮຽນນັບເລກ, ຮຽນກ່ຽວກັບສິ່ງຂອງຮອບຕົວ ແລະ ອື່ນໆ

ສໍາລັບໃຜທີ່ຕ້ອງການຢາກໃຫ້ການຮຽນຂອງລູກຫຼານ ມີຄວາມມ່ວນຊື່ນ, ໄດ້ຄວາມຮູ້ ແລະ ພັດທະນາທາງດ້ານແນວຄິດ ຕ້ອງບໍ່ພາດທີ່ຈະຕິດຕາມຊ່ອງ Meysa Thanva Kids Channel ແລະ ພ້ອມກັນນັ້ນຍັງໄດ້ຊ່ວຍສະໜັບສະໜູນບຸກຄະລາກອນລາວເຮົາອີກດ້ວຍ.

ໂດຍທາງລຸ່ມນີ້ຈະແມ່ນວິດີໂອຕ່າງໆຈາກ YouTube Channel:  Meysa Thanva Kids Channel

  • ເພີດເພີນກັບການທ່ອງພະຍັນຊະລາວ ໃນຮູບແບບໃໝ່ ພ້ອມກັບຈັງຫວະສຽງດົນຕີມ່ວນໆໄປ ກັບ ເພງ ກຂຄ ຂອງ Meysa Thanva Kids Channel.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=UP_qMSElE0I
  • ເດັກນ້ອຍໃນໄວອາຍຸ 3-6 ປີ ນັ້ນແມ່ນມັກຄວາມສວຍງາມແລະກຳລັງຢູ່ໃນໄລຍະຂອງການຮຽນຮູ້ສິ່ງຕ່າງໆ. ດັ່ງນັ້ນ ເມສາ ແລະ ທັນວາ ຈະຂໍອາສາສອນເດັກໃຫ້ຮູ້ກ່ຽວກັບເລື່ອງສີ, ການຫຼິ້ນສີ ເຊິ່ງມັນຈະຊ່ວຍໃຫ້ເດັກສາມາດຈຳແນກສີຕ່າງໆ ແລະ ຊ່ວຍກະຕຸ້ນພັດທະນາການຂອງເດັກຜ່ານກິດຈະກຳຕ່າງໆ ໄດ້ອີກດ້ວຍ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=1eSgglpr9Po
  • ການສອນເດັກເລື່ອງສັດລ້ຽງ ແມ່ນມີປະໂຫຍດຕໍ່ເດັກໃນດ້ານຄວາມຮູ້, ທັງສະນະຄະຕິ ແລະ ທັກສະຊີວິດ ເພາະວ່າເດັກຈະເກີດການຮຽນຮູ້ໂດຍມີການສັງເກດ ຊະນິດ, ຮູບຮ່າງ, ລັກສະນະ, ອາການ ແລະ ການເບິ່ງແຍງຮັກສາ. ພ້ອມກັນນັ້ນຍັງເຮັດໃຫ້ເດັກຮູ້ຈັກຮັກສັດລ້ຽງ, ມີຄວາມເມດຕາ, ອ່ອນໂຍນ ຫຼື ຮັກຜູ້ອື່ນເປັນ ລົດການເຫັນຕົວເອງເປັນສູນກາງລົງໄດ້.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=_m_XL2gjWCM
  • ຝຶກການຂີດຂຽນ ພະຍັນຊະນະລາວ ໄປກັບ ເມສາ ແລະ ທັນວາ ທີ່ຈະຊ່ວຍໃຫ້ການຂຽນພາສາລາວຂອງເດັກບໍ່ໜ້າເບື່ອອີກຕໍ່ໄປ. ນອກຈາກນີ້ ການຂຽນຍັງຊ່ວຍເພີ່ມທັກສະການເຮັດວຽກຂອງສະໝອງທັງສອງຂ້າງ ໃຫ້ເຮັດວຽກຮ່ວມກັນຫຼາຍຂຶ້ນ ເຮັດໃຫ້ເດັກມີສະມາທິຈົດຈໍ່ກັບວຽກຫຼາຍຂຶ້ນ, ຊ່ວຍໃຫ້ຮ່າງກາຍຂອງເດັກເຮັດວຽກປະສານສຳພັນກັນຫຼາຍຂຶ້ນ, ທັກສະຄວາມສຳພັນລະຫວ່າງຕາກັບມືໄດ້ຖືກໃຊ້ງານຫຼາຍຂຶ້ນ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=7hnw2lI_5nE
  • ການທວາຍເງົາສັດ ເປັນອີກໜຶ່ງກິດຈະກຳດີໆ ຈາກ Meysa Thanva Kids Channel ທີ່ຜູ້ປົກຄອງສາມາດຫຼິ້ນກັບລູກຫຼານໄດ້ໃນເວລາວ່າງ ເພາະມັນຈະໄປຊ່ວຍໃຫ້ເດັກເກີດການຄາດເດົາ ແລະ ຈິນຕະນາການຕ່າງໆ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=ZB3-HATLxY8
  • ເຊື່ອວ່າໝາກໄມ້ເປັນອາຫານທີ່ເດັກນ້ອຍມັກກິນ ເພາະມັນມີຄຸນປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ແລະ ມີຣົດຊາດທີ່ເປັນເອກະລັກແຕກຕ່າງກັນໄປ. ນອກຈາກນີ້ ການທີ່ໃຫ້ເດັກຮຽນຮູ້ກ່ຽວກັບໜ້າຕາຂອງໝາກໄມ້ນານາຊະນິດມັນກໍຈະຊ່ວຍໃຫ້ເຂົາຮູ້ຈັກສັງເກດ ແລະ ຈຳແນກລັກສະນະຂອງໝາກໄມ້ໄດ້.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=TCdOtsrqkqw
  • ການສອນນັບເລກ 1-10 ຫຼື 1-20 ເປັນການສອນໃຫ້ເດັກໄດ້ຮຽນຮູ້ເຖິງຈຳນວນ, ການນັບ ແລະ ຕົວເລກ ໂດຍຈຳນວນເປັນການສະແດງປະລິມານຂອງສິ່ງຂອງຕ່າງໆ ທີ່ມີຮູບຮ່າງ, ຂະໜາດ ຫຼື ລັກສະນະ ທີ່ສາມາດແນມເຫັນໄດ້ ແລະ ຈັບຕ້ອງໄດ້. ພ້ອມນີ້ ການນັບເລກໄດ້ຍັງຊ່ວຍໃຫ້ເດັກຮຽນຮູ້ເຖິງການບອກຈຳນວນ ພ້ອມກັບຮຽນຮູ້ເລື່ອງຕົວເລກ ຫຼື ສັນຍະລັກທີ່ຂຽນຂຶ້ນແທນຈຳນວນເພື່ອໃຊ້ສື່ຄວາມເຂົ້າໃຈ.
    ສາມາດຮັບຊົມວິດີໂອໄດ້ທີ່:
    https://www.youtube.com/watch?v=B79jisi42P8 (ເພງ ນັບເລກ 1-10)
    https://www.youtube.com/watch?v=yizsaXHcfvE (ເພງ ນັບເລກ 1-20)
  • ການສອນລູກຫຼານຂອງທ່ານກ່ຽວກັບເລື່ອງວັນໃນໜຶ່ງອາທິດເປັນວິທີທີ່ດີໃນການຊ່ວຍໃຫ້ເດັກເຂົ້າໃຈກ່ຽວກັບວັນ,ເວລາ ແລະ ຜູ້ປົກຄອງກໍສາມາດໃຫ້ລູກຫຼານຂອງທ່ານຮຽນໄດ້ດ້ວຍຕົວຂອງເຂົາເຈົ້າເອງຢ່າງງ່າຍດາຍ ພຽງແຕ່ເປີດ ເພງ 1ອາທິດ 7ວັນ ຂອງ Meysa Thanva Kids Channel ທີ່ມາເຮັດໃຫ້ການຮຽນຮູ້ຂອງເຂົາເຈົ້າມີຄວາມມ່ວນຊື່ນຂຶ້ນກວ່າເກົ່າ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=A9idnJsT7a4
  • ນອກຈາກວິດີໂອເພງ 1ອາທິດ 7ວັນແລ້ວ ທາງ Meysa Thanva Kids Channel ຍັງມີວີດີໂອເພງ 1ປີ 12ເດືອນ ທີ່ມາພ້ອມສຽງຮ້ອງທີ່ສົດໃສ ແລະ ຈັງຫວະທີ່ເພີດເພີນ ເຊິ່ງຈະຊ່ວຍໃຫ້ເດັກຮຽນຮູ້ກ່ຽວກັບຊື່ຂອງ 12ເດືອນໃນ 1ປີ ແລະ ຝຶກຄໍາສັບພາສາອັງກິດໄດ້ງ່າຍຂຶ້ນ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=BEsqvx2Nudg&t=1s
  • ການສອນລູກຫຼານກ່ຽວກັບເຄື່ອງຂຽນຕ່າງໆ ໝາຍເຖິງການຈັດກິດຈະກຳໃຫ້ກັບເດັກໄດ້ຮຽນຮູ້ກ່ຽວກັບສິ່ງຂອງທີ່ໃຊ້ປະກອບກັນ ຫຼື ວິທີການໃຊ້ ສຳລັບການຂີດຂຽນເປັນຕົວໜັງສື, ຕົວເລກ, ເສັ້ນ ຫຼື ຮູບຕ່າງໆ ແລະ ອຸປະກອນເຫຼົ່ານັ້ນກໍໄດ້ແກ່ ບິກ, ສໍ, ສໍສີ, ໄມ້ບັນທັດ, ຢາງລຶບ… ເພື່ອຄວາມເໝາະສົມໃນການນຳໃຊ້ເຄື່ອງຂີດຂຽນໃນແຕ່ລະໄວອາຍຸຂອງເດັກ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=KMC_xwLo7aY
  • ການທີ່ເດັກໄດ້ຮຽນຮູ້ກ່ຽວກັບຮູບຊົງນັ້ນ ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ຄິດ ແລະ ຕັດສິນໃຈຈາກສິ່ງທີ່ເຫັນ, ໄດ້ປຽບທຽບ ຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນຈາກວັດຖຸ ຫຼື ອຸປະກອນຕ່າງໆ. ນອກຈາກນີ້ ເດັກຍັງສາມາດຈຳແນກປະເພດສິ່ງຂອງ, ຈື່ຈຳສິ່ງຕ່າງໆໄດ້ອີກດ້ວຍ.
    ສາມາດຮັບຊົມວິດີໂອໄດ້ທີ່: https://www.youtube.com/watch?v=CLdaXJ4M7Ig

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/