ຮູ້ຫຼືບໍ່ວ່າ ນ້ຳຢາປັບຜ້ານຸ້ມສາມາດໃຊ້ຖູພື້ນກຳຈັດຝຸ່ນໄດ້


ນ້ຳຢາປັບຜ້ານຸ້ມມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະເຮັດໃຫ້ເສື້ອຜ້າມີກິ່ນຫອມແລ້ວ ຖ້າເອົາໄປນຳໃຊ້ໃນຮູບແບບອື່ນກໍໄດ້ເຊັ່ນກັນ ເປັນຕົ້ນແມ່ນ ໃຊ້ເປັນນ້ຳຢາຖູພື້ນ, ນຳໄປເປັນນ້ຳຢາຖູໂຕະຕັ່ງໄດ້ ພ້ອມທັງກຳຈັດຝຸ່ນໄດ້ຢ່າງດີ ແລະ ນອກຈາກນີ້ຍັງກຳຈັດບໍ່ໃຫ້ມີມົດມາໄຕ່ຕອມໂຕະຕັ່ງໄດ້ອີກດ້ວຍ.

ແມ່ບ້ານ-ແມ່ເຮືອນ ທີ່ໄດ້ນຳໃຊ້ນ້ຳຢາປັບຜ້ານຸ້ມມາໃຊ້ຖູພື້ນ ຕ່າງກໍໄດ້ອອກຄຳຄິດເຫັນໃນດ້ານດີຫຼາຍກວ່າດ້ານເສຍ ເພາະເມື່ອເວລານ້ຳຢາຖູພື້ນໝົດ ບາງເທື່ອກໍອາດຈະໃຊ້ນ້ຳຢາປັບຜ້ານຸ້ມຊ່ວຍໃນການບົວລະບັດຮັກສາພື້ນເຮືອນ ແລະ ອື່ນໆ.

ໃນການນຳໃຊ້ ສາມາດເຫັນຜົນໄດ້ເລີຍວ່າ ພື້ນເຮືອນທີ່ມີຝຸ່ນຫຼາຍ ເມື່ອເຮົານຳເອົານ້ຳຢາປັບຜ້ານຸ້ມໄປເຊັດຖູ ຈະສາມາດເຮັດໃຫ້ພື້ນເຮືອນຂອງເຮົານັ້ນແຕກຕ່າງຈາກແຕ່ກ່ອນ ເຊິ່ງສະແດງໃຫ້ເຫັນເລີຍວ່າ ຝຸ່ນລົດໜ້ອຍຖອຍລົງ ພ້ອມມີພື້ນທີ່ກ້ຽງງາມ ເໝາະແກ່ການອະນາໄມເຮືອນທີ່ມີປັນຫາເລື່ອງຝຸ່ນຕິດ. ນອກຈາກນີ້ແລ້ວ ມັນຍັງເຮັດໃຫ້ຝຸ່ນຕິດພື້ນຊ້າ ເຮັດໃຫ້ເຮົາອາດຈະບໍ່ຖູທຸກມື້ກໍໄດ້.

ວິທີໃນການປະສົມນ້ຳຢາ ແມ່ນຈະໃສ່ນ້ຳຢາລົງໄປໃນນ້ຳໃຫ້ພໍດີ, ບໍ່ໃສ່ຫຼາຍຈົນເກີນໄປເພາະຈະເຮັດໃຫ້ເກີດມີຮອຍຕ່າງໆທີ່ເຫັນໄດ້ງ່າຍ ຄວນໃສ່ໃຫ້ພໍດີກັບປະລິມານນ້ຳ ຫຼື ຈະໃສ່ຕາມໃຈກໍໄດ້.

ວິທີການໃຊ້ອີກແບບໜຶ່ງ ກໍຄືໃຊ້ນ້ຳອຸ່ນປະສົມກັບເກືອ ພ້ອມກັບໃສ່ນ້ຳຢາຖູພື້ນລົງໄປ ແລ້ວນຳມາຖູພື້ນຕາມປົກກະຕິ ເຊິ່ງຈະເຮັດໃຫ້ພື້ນແຫ້ງໄວ, ເພາະເກືອມີສານບາງຢ່າງທີ່ສາມາດເຮັດໃຫ້ມີການຊຶມຊັບດູດຄວາມຊື້ນໄດ້ດີ ແລະ ຍັງສາມາດລົດກິ່ນອັບຂອງບ້ານໄດ້.

ຂອບໃຈຂໍ້ມູນຈາກ:

สุดยอดเคล็ดลับ “ทำความสะอาดบ้าน” ที่หลายคนไม่เคยรู้! เพียงขั้นตอนง่ายๆ ทำได้เอง !! – YouTube

สูตรนี้ได้ผล 2 เทคนิค “ถูบ้าน” ไม่ต้องถูบ้านบ่อย ประหยัดเวลา ฝุ่นไม่กล้าเกาะ – YouTube