ຮູ້ຈັກກັບ Cluster Bomb “ລະເບີດລູກຫວ່ານ” ຮອຍບາດຈາກສົງຄາມ ທີ່ຍັງຝັງຢູ່ແຜ່ນດິນລາວ ອີກຫຼາຍລ້ານລູກ


ໃນໄລຍະ 2-3 ມື້ຫຼັງມານີ້ ຫຼາຍຄົນທີ່ໄດ້ຕິດຕາມຂ່າວສານຕ່າງປະເທດ ເລື່ອງທີ່ໜ້າສົນໃຈ ແລະ ເປັນປະເດັນຮ້ອນກັນໄປທົ່ວໂລກ ກໍຄົງຈະໜີບໍ່ພົ້ນ ການອະນຸມັດແພັກເກັດການຊ່ວຍເຫຼືອທາງການທະຫານຮອບໃໝ່ຂອງສະຫະລັດອາເມຣິກາ ໃຫ້ກັບຢູເຄຣນ ເຊິ່ງລວມມີ Cluster Bomb  ຫຼື ລະເບີດລູກຫວ່ານ ຢູ່ນໍາ ເພື່ອຕໍ່ຕ້ານກັບກອງທັບ ຣັດເຊຍ.

ເຊິ່ງການຕັດສິນໃຈສົ່ງມອບ ລະເບີດລູກຫວ່ານ ໃຫ້ກັບທາງຢູເຄຣນ ຄັ້ງນີ້ ໄດ້ກໍ່ໃຫ້ເກີດສຽງວິພາກວິຈານຈາກປະຊາຄົມໂລກ ພໍສົມຄວນ ເນື່ອງຈາກເປັນອາວຸດທີ່ມີການທຳລາຍລ້າງສູງ ແລະ ເປັນວົງກວ້າງ ໃຫ້ກັບເປົ້າໝາຍ ແຖມຍັງເປັນອາວຸດທີ່ຖິ້ມຮອຍບາດທີ່ຍາກຈະລຶບໄດ້ ໃຫ້ກັບປະເທດທີ່ປະເຊີນກັບລະເບີດດັ່ງກ່າວ.

ມື້ນີ້ ເຮົາຈະພາທຸກຄົນມາຮູ້ຈັກກັບ Cluster Bomb  ຫຼື ລະເບີດລູກຫວ່ານ ວ່າມີຄວາມອັນຕະລາຍຫຼາຍໜ້ອຍພຽງໃດ ເປັນຫຍັງຫຼາຍປະເທດຈຶ່ງຕໍ່ຕ້ານ ແລະ ບໍ່ໃຫ້ມີການນຳໃຊ້ລະເບີດຊະນິດນີ້ອີກບໍ່ວ່າກໍລະນີໃດໆ.

ໂດຍ Cluster Bomb  ຫຼື ລະເບີດລູກຫວ່ານ ຖືກຄິດຄົ້ນ ແລະ ໃຊ້ເປັນຄັ້ງທໍາອິດໃນ ສົງຄາມໂລກຄັ້ງທີ 2 ຈາກກອງທັບ ສະຫະລັດອາເມຣິກາ, ອິຕາລີ ແລະ ຣັດເຊຍ. ໂດຍລະເບີດລູກຫວ່ານ ຈະເປັນການລວມຕົວກັນຫຼາຍພັນໜ່ວຍຂອງລະເບີດລູກນ້ອຍໆ ທີ່ບັນຈຸໃນຫົວລູກສອນ ທີ່ພໍຍິງ ຫຼື ປ່ອຍອອກໄປແລ້ວ ລູກລະເບີດນ້ອຍໆ ຈະກະຈາຍອອກ ແລະ ສ້າງຂອບເຂດການທຳລາຍເປັນວົງກວ້າງ.

ລະເບີດລູກຫວ່ານ ຖືກຄິດຄົ້ນມາໃຊ້ໃນສະຖານະການທີ່ຕໍ່ສູ້ໃນສະໜາມຮົບທີ່ມີລັກສະນະຊັບຊ້ອນ, ມີພື້ນທີ່ກຳບັງ ຫຼື ຫຼຸມລົບໄພຫຼາຍໆ ເພາະເນື່ອງຈາກລະເບີດລູກນ້ອຍທີ່ກະຈາຍອອກໄປເປັນວົງກວ້າງ ກໍມີໂອກາດສູງທີ່ຈະມີລະເບີດບາງໜ່ວຍຫຼຸດລອດເຂົ້າໄປລະເບີດໃນພື້ນທີ່ກຳບັງຂອງສັດຕູ ແລະ ທຳລາຍສັດຕູໃນພື້ນທີ່ນັ້ນໆໄດ້.

ເຊິ່ງວິທີການໃຊ້ຫຼັກໆ ກໍຈະມີ 2 ແບບຄື ການຍິງຈາກພາກພື້ນດິນ ໃຫ້ມັນໄປກະຈາຍຕົວຢູ່ອາກາດ ແລະ ຕົກລົງສູ່ເປົ້າໝາຍ. ສ່ວນອີກໜຶ່ງວິທີກໍຄືການຍິງ ຫຼື ປ່ອຍອອກມາຈາກ ເຮືອບິນແລ້ວໃຫ້ລະເບີດຈຳນວນຫຼາຍພັນລູກກະຈາຍຕົວຢູ່ກາງອາກາດ ແລ້ວຕົກລົງມາສູ່ເປົ້າໝາຍ.

ນອກຈາກຄວາມອັນຕະລາຍຂອງລະເບີດລູກຫວ່ານ ທີ່ສາມາດທຳລາຍສັດຕູໃນພື້ນທີ່ຊັບຊ້ອນໄດ້ແລ້ວ ອີກໜຶ່ງຄວາມເປັນຕາຢ້ານ ທີ່ຖືກຫຼາຍປະເທດທົ່ວໂລກ ລົງນາມສົນທິສັນຍາຫ້າມໃຊ້ລະເບີດແບບນີ້ກໍຄື ລະເບີດຊະນິດນີ້ ມີບາງໜ່ວຍທີ່ຕົກລົງສູ່ພື້ນດິນແລ້ວ ມັນບໍ່ລະເບີດທັນທີ ແຕ່ບໍ່ໝາຍຄວາມວ່າມັນຈະບໍ່ເຮັດວຽກ ຫຼື ຈະບໍ່ລະເບີດຕະຫຼອດໄປ.

ເຊິ່ງດ້ວຍຄວາມທີ່ມັນບໍ່ລະເບີດທັນທີນີ້ ແລະ ຢູ່ໃນດິນ ເຮັດໃຫ້ເຖິງແມ່ນວ່າຈະຈົບສົງຄາມແລ້ວ ແລະ ຜ່ານມາຫຼາຍສິບປີ ແຕ່ເມື່ອມີປະຊາຊົນໄປພົບ ຫຼື ໄປຢຽບ ມັນກໍພ້ອມທີ່ຈະລະເບີດທັນທີ ເຊິ່ງມັນກໍຍັງໄດ້ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ກັບປະຊາຊົນ ຮຸ່ນລູກຮຸ່ນຫຼານ ໃນພື້ນທີ່ດັ່ງກ່າວ ຫຼື ເວົ້າງ່າຍໆ ເປັນອາວຸດທີ່ມີຄວາມສ່ຽງສູງທີ່ຈະສົ່ງຜົນກະທົບຕໍ່ປະຊາຊົນຫຼາຍທີ່ສຸດ ຮອງຈາກອາວຸດທີ່ມີພະລັງທຳລາຍລ້າງສູງສຸດຢ່າງ ລະເບີດນິວເຄຼຍ.

ໂດຍ ລະເບີດລູກຫວ່ານ ຖືກໃຊ້ກັນຢ່າງແຜ່ຫຼາຍ ໃນສົງຄາມໃນທະວີບ ອາຟຣິກາ ບໍ່ວ່າຈະເປັນ ໃນປະເທດ ເຢເມນ, ຊີເຣຍ, ຊູດານ, ລິເບຍ ແລະ ອື່ນໆ. ນອກຈາກນີ້ກໍຍັງຖືກໃຊ້ໃນ ອາຊີຕາເວັນອອກກາງ ຢ່າງອັບການິສຖານ ອີຣັກ, ອີຣານ ແລະ ແນ່ອນ ສົງຄາມໃນຫວຽດນາມ.

ເຊິ່ງແນ່ນອນຫຼາຍຄົນກໍຄົງຮູ້ດີ ວ່າປະເທດທີ່ໄດ້ຮັບຜົນກະທົບ ແລະ ຖືກຖິ້ມລະເບີດລູກຫວ່ານນີ້ໃສ່ຫຼາຍທີ່ສຸດໃນໂລກກໍຄື ປະເທດລາວຂອງເຮົານີ້ເອງ. ນັບແຕ່ປີ 1964-1973 ທີ່ມີສົງຄາມໃນຫວຽດນາມ ສປປ ລາວເຮົາ ຖືກຍົນຂົນລະເບີດຖິ້ມໃສ່ແຜ່ນດິນປະເທດລາວ 580.000 ຖ້ຽວ ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່ 260 ລ້ານໜ່ວຍ.

ໂດຍອີງຕາມການເປີດເຜີຍຂອງທ່ານ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານ ກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບເມື່ອປີ 2022 ທີ່ຜ່ານມາ ເຫັນວ່າ ຜ່ານມາ 49 ປີ ນັບຈາກປີ 2022 ຍັງມີລະເບີດທີ່ຖືກຖິ້ມລົງມາແຜ່ນດິນລາວ ແລ້ວຍັງບໍ່ແຕກເຖິງ 30% ໃນນັ້ນມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫຼາຍກວ່າໝູ່ແມ່ນ ຊຽງຂວາງ ແລະ ສະຫວັນນະເຂດ, ສາລະວັນ ຕາມລໍາດັບ. ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ, ແຕ່ມີການພົບເຫັນ ແລະເກີດເຫດລະເບີດແຕກ ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ເຂດເມືອງສັງທອງ ແລະ ເມືອງປາກງື່ມ.

ໃນທົ່ວປະເທດ, ພາຍຫຼັງສົງຄາມໄດ້ສິ້ນສຸດລົງ ໄດ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດ ຫຼາຍກວ່າ 50.000 ຄົນ ແລະ ຫຼາຍໆຄົນກໍກາຍເປັນຄົນພິການຢ່າງຖາວອນ. ສະເລ່ຍແລ້ວມາຮອດປັດຈຸບັນ, ໃນແຕ່ລະປີຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ.

ຂອບໃຈຂໍ້ມູນຈາກ: dw, bbc, CRI, stopclustermunitions

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/