ຮາງວັນໂນເບລສາຂາສັນຕິພາບປີ 2021 ມອບໃຫ້ນັກຂ່າວໃນຟິລິບປິນ ແລະ ຣັດເຊຍ ທີ່ຕໍ່ສູ້ເພື່ອເສລີພາບຂອງສື່


ໃນວັນທີ 8 ຫຼື ວັນສຸກທີ່ຜ່ານມາ ທາງຄະນະກຳມະການໄດ້ປະກາດຮາງວັນໂນເບລທີ 4 ເຊິ່ງກໍຄືສາຂາສັນຕິພາບສຳລັບປີ 2021 ໃຫ້ແກ່ Maria Ressa ແລະ Dmitry Muratov. ພວກເຂົາທັງສອງໄດ້ຕາງໜ້ານັກຂ່າວທັງຫຼາຍໃນການລຸກຂຶ້ນມາປົກປ້ອງສິດເສລີພາບໃນການສະແດງອອກ ເຊິ່ງກໍຄືການກ້າວໄປສູ່ປະຊາທິປະໄຕ ແລະ ສັນຕິພາບອັນຍືນຍົງຂອງປະເທດຟິລິບປິນ ແລະ ຣັດເຊຍ.

Maria Ressa ໄດ້ເປີດເຜີຍການໃຊ້ອຳນາດກົດຂີ່, ການໃຊ້ຄວາມຮຸນແຮງ ແລະ ອຳນາດຂອງປະເທດຟິລິບປິນ. ໃນປີ 2012, ລາວເປັນໜຶ່ງໃນຜູ້ເລີ່ມບໍລິສັດ ແລະ ເປັນນັກຂ່າວ ສື່ທາງດິຈິຕອນທີ່ເປັນສຳນັກຂ່າວສືບສວນ. ພ້ອມທັງສະແດງຕົນວ່າບໍ່ຢ້ານທີ່ຈະສະແດງອອກ. ບໍລິສັດ Rappler ໄດ້ແນຈຸດສົນໃຈໃສ່ລະບົບການປົກຄອງຂອງປະເທດ, ການຕໍ່ຕ້ານຢາເສບຕິດ ແລະ ການຄາຕະກຳ. ນອກຈາກນີ້ຍັງໄດ້ຜະລິດສາລະຄະດີກ່ຽວກັບການກະຈາຍຂ່າວປອມຜ່ານໂຊຊຽວມີເດຍ ແລະ ອື່ນໆ.

Dmitry Andreyevich Muratov ໄດ້ຮຽກຮ້ອງສິດໃນປະເທດຣັດເຊຍມາຫຼາຍທົດສະວັດ. ໃນປີ 1993, ລາວເປັນໜຶ່ງໃນຜູ້ກໍ່ຕັ້ງສຳນັກຂ່າວອິດສະຫຼະ Novaja Gazeta ແລະ ໄດ້ເປັນບັນນາທິການໃຫ້ແກ່ສຳນັກຂ່າວຕັ້ງແຕ່ປີ 1995. ປັດຈຸບັນ, Novaja Gazeta  ເປັນສຳນັກຂ່າວທີ່ເປັນອິດສະຫຼະທີ່ສຸດໃນຣັດເຊຍ ດ້ວຍການເປີດເຜີຍແຕ່ຄວາມຈິງ ແລະ ຕຳໜິຕິຊົມໃນອຳນາດການປົກຄອງ. ຕັ້ງແຕ່ເລີ່ມຕົ້ນກໍ່ຕັ້ງສຳນັກຂ່າວ, Novaja Gazeta ກໍໄດ້ອອກບົດຄວາມວິຈານຕ່າງໆຕັ້ງແຕ່ການສໍ້ລາດບັງຫຼວງ, ການໃຊ້ຄວາມຮຸນແຮງຂອງຕຳຫຼວດ, ການຈັບກຸມໂດຍບໍ່ມີຄວາມເປັນທຳ ແລະ ອື່ນໆ. ເປັນທີ່ແນ່ນອນວ່າທັນທີທີ່ໄດ້ເປີດບໍລິສັດ, ສຳນັກພິມໄດ້ຮັບການຂູ່ຂ້າ ພ້ອມທັງຖືກໃຊ້ຄວາມຮຸນແຮງ.

ເສລີພາບ, ບໍ່ຂຶ້ນກັບໃຜ ແລະ ເວົ້າແຕ່ຄວາມຈິງ ກໍຄືໜ້າທີ່ຂອງສື່ມວນຊົນເພື່ອປ້ອງກັນການໃຊ້ອຳນາດກົດຂີ່, ການຕົວະ ແລະ ການປຸກປັ່ນເພື່ອສະໜັບສະໜູນສົງຄາມ. ດ້ວຍເຫດນັ້ນ, ເສລີພາບໃນການສະແດງອອກ ແລະ ການໃຫ້ຂໍ້ມູນຄວາມຈິງແກ່ສາທາລະນະຊົນຈຶ່ງຈະນຳມາສູ່ປະຊາທິປະໄຕ ພ້ອມທັງປ້ອງກັນພວກເຂົາຈາກສົງຄາມ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/