ຮັກໂລກໄປອີກ! ຫວຽດນາມຫັນມານຳໃຊ້ຫຍ້າໃນການເຮັດທໍ່ດູດ


ປັດຈຸບັນ ປະເທດຫວຽດນາມມີການຈຳໜ່າຍທໍ່ດູດທີ່ເຮັດດ້ວຍຫຍ້າ ເຊິ່ງເໝາະສົມກັບສະຖານະການທີ່ທົ່ວໂລກກຳລັງຊຸກຍູ້ໃຫ້ມີການຮັກສາສິ່ງແວດລ້ອມຫຼາຍຂຶ້ນ.

ຜູ້ຄິດຄົ້ນທໍ່ຫຍ້ານີ້ມີຊື່ວ່າ ທຣານ ມິນ ຕຽນ (Tran Minh Tien) ອາໄສຢູ່ທີ່ປະເທດຫວຽດນາມ ໂດຍຄົ້ນຄິດທໍ່ດູດທີ່ເຮັດໄດ້ຈາກຫຍ້າ ທີ່ສາມາດພົບໄດ້ໃນທ້ອງຖິ່ນ ເຊິ່ງຫຍ້າຊະນິດນີ້ມີຊື່ວ່າ Lepironia articulata ເປັນພືດທີ່ມີລຳຕົ້ນສູງ 1.5-3 ແມັດ ແລະ ມີລັກສະນະມີປ່ອງຢູ່ທາງກາງ.

ເມືອນຳຫຍ້າເຫຼົ່ານີ້ມາຜ່ານຂະບວນການອະນາໄມ ແລະ ຕັດໃຫ້ເຫຼືອພຽງແຕ່ 20 ຊັງຕີແມັດ ກໍຈະໄດ້ທໍ່ດູດນ້ຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງແບ່ງອອກເປັນ ທໍ່ 2 ຊະນິດຄື: ທໍ່ແບບສົດ ແລະ ທໍ່ແບບແຫ້ງ.

ທໍ່ແບບສົດຈະສາມາດເກັບຮັກສາໄວ້ໃນຕູ້ເຢັນ ແລະ ມີເວລາດົນເຖິງ 2 ອາທິດ ສ່ວນທໍ່ຫຍ້າແບບແຫ້ງແມ່ນສາມາດຢູ່ໄດ້ດົນເຖິງ 6 ເດືອນ.

ທີ່ມາ: https://youtu.be/u1eDMNrwcOY

ພາບ: Asean Records World, Intelligent Living

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/