ອຸນຫະພູມໂລກສູງຂຶ້ນທຳລາຍສະຖິຕິ ເກີນ 17​ ອົງສາ ຮ້ອນທີ່ສຸດນັບຕັ້ງແຕ່ເລີ່ມມີການບັນທຶກມາ


ວັນທີ 3 ກໍລະກົດ 2023 ທີ່ຜ່ານມາ ອຸນຫະພູມສະເລ່ຍຂອງໂລກແຕະລະດັບສູງທີ່ສຸດນັບຕັ້ງແຕ່ມີການບັນທຶກກັນມາ ໂດຍສູງຮອດ 17 ອົງສາເປັນຄັ້ງທຳອິດ ເຊິ່ງນັກວິໄຈຂອງສະຫະລັດອາເມຣິກາລະບຸວ່າ ສະຖິຕິໃໝ່ນີ້ສູງທີ່ສຸດໃນບັນດາການເກັບສະຖິຕິທຸກຮູບແບບທີ່ຜ່ານມາ ເຊິ່ງຢ້ອນໄປຮອດປາຍສະຕະວັດທີ 19.

ນັກວິທະຍາສາດຈາກສູນຄາດການສິ່ງແວດລ້ອມແຫ່ງຊາດຂອງສະຫະລັດອາເມຣິກາລະບຸໄວ້ວ່າ ໃນວັນທີ 3 ກໍລະກົດ 2023 ຢູ່ທີ່ປະມານ 17.01 ອົງສາ ທຳລາຍສະຖິຕິເກົ່າຢູ່ທີ່ປະມານ 16.92 ອົງສາທີ່ເກີດຂຶ້ນໃນເດືອນ ສິງຫາ 2016 ນັບເປັນອຸນຫະພູມທີ່ຮ້ອນທີ່ສຸດນັບຕັ້ງແຕ່ເລີ່ມມີການເກັບສະຖິຕິອຸນຫະພຸມໂລກໃນຮອບ 44 ປີ.

ໂດຍຄາດວ່າສາເຫດທີ່ເກີດໂລກຮ້ອນມາຈາກຫຼາຍປັດໄຈ ທີ່ມີຜົນລວມກັນຕັ້ງແຕ່ປາກົດການເອວນິນໂຍ (el Niño) ການປ່ອຍກ໊າສຄາບອນໄດອັອກໄຊຢ່າງຕໍ່ເນື່ອງ ລ້ວນເປັນປັດໄຈເຮັດໃຫ້ອຸນຫະພູມສະເລ່ຍຂອງໂລກເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໃນເດືອນມິຖຸນາທີ່ຜ່ານມາກໍຍັງເປັນເດືອນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີການຈົດບັນທຶກສະຖິຕິເອົາໄວ້ເຊ່ັນດຽວກັນ.

ນັບຕັ້ງແຕ່ຕົ້ນປີນີ້ ບັນດານັກວິໄຈສະແດງຄວາມກັງວົນກ່ຽວກັບອຸນຫະພູມທີ່ສູງຂຶ້ນທັງເທິງບົກ ແລະ ໃນທະເລ ໂດຍປະເທດສະເປນ ແລະ ຫຼາຍປະເທດໃນເອເຊຍ ເຮັດໃຫ້ສະຖິຕິມີອຸນຫະພູມສູງສຸດສຳລັບລະດູໃບໄມ້ບົ່ງ ແລະ ຍັງເກີດຄື້ນຄວາມຮ້ອນປົກຄຸມທະເລໃນຫຼາຍແຫ່ງ ຢ່າງທີ່ບໍ່ເຄີຍເຫັນມາກ່ອນ. ໃນອາທິດກ່ອນໜ້ານີ້ ປະເທດຈີນ ກໍຍັງຄົງຕ້ອງພົບກັບຄື້ນຄວາມຮ້ອນຢ່າງຕໍ່ເນື່ອງ ໂດຍອຸນຫະພູມໃນບາງພື້ນສູງກວ່າ 35 ອົງສາ ແລະ ໃນບາງພື້ນທີ່ທາງຕອນໃຕ້ຂອງອາເມຣິກາ ກໍຍັງຕ້ອງພົບກັບສະພາບອາກາດທີ່ບໍ່ປົກກະຕີຢູ່ນັ້ນເອງ.

ຢ່າງໃດກໍຕາມທາງ UN ຫຼື ສະຫະປະຊາຊາດກໍໄດ້ອອກມາເຕືອນ ພ້ອມປະກາດປາກົດການ ເອວນິນໂຍ ເກີດຂຶ້ນແລ້ວ ແລະ ມີໂອກາດຮອດ 90% ທີ່ຈະດຳເນີນໄປຮອດເຄິ່ງຫຼັງຂອງປີນີ້ ແລະ ໃນຫຼາຍໆປະເທດທີ່ໄດ້ຮັບຜົນກະທົບຈາກປາກົດການ ເອວນິນໂຍ ນັ້ນຕ່າງກໍໜ້າເປັນຫ່ວງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/