ອິນໂດເນເຊຍຫ້າມຂາຍສິນຄ້າເທິງໂລກໂຊຊຽວມີເດຍ


ເມື່ອວັນທີ 27 ກັນຍາ 2023  Zulkifli Hasan ລັດຖະມົນຖະມົນຕີກະຊວງການຄ້າຂອງປະເທດອິນໂດເນເຊຍ ໄດ້ອອກມາເປິດເຜີຍໂດຍອ້າງອີງກົດລະບຽບໃໝ່ວ່າ ທາງການອິນໂດເນເຊຍໄດ້ອອກມາສັ່ງຫ້າມເຮັດທຸລະກຳອີເມີດເຖິງແພລັດຟອມໂຊຊຽວມີເດຍ ເພື່ອຮັບປະກັນການແຂ່ງຂັນທາງທຸລະກິດທີ່ເປັນທຳລະຫວ່າງຕະຫຼາດອີຄອມເມີດ ແລະ ຕະຫຼາດອອບລາຍ ເຊິ່ງຈະມີຜົນບັງຄັບໃຊ້ທັນທີ.

ການແຂ່ງຂັນກົດລາຄາສິນຄ້າເຖິງແພລັດຟອມໂຊຊຽວມີເດຍ ກຳລັງຄຸກຄາມຜູ້ປະກອບການຂະໜາດນ້ອຍ ແລະ ຂະໜາດກາງ ດັ່ງນັ້ນ ການອອກກົດລະບຽບດັ່ງກ່າວຈຶ່ງເປັນໄປເພື່ອການປົກປ້ອງຮ້ານຄ້າອອນລາຍທົ່ວປະເທດ ແລະ ສ້າງການແຂ່ງຂັນທາງທຸລະກິດທີ່ເປັນທຳ ໂດຍແພລັດຟອມໂຊຊຽວມີເດຍມີເວລາປັບຕົວປະມານ 1 ອາທິດ ເພື່ອປະຕິບັດຕາມກົດລະບຽບໃໝ່.

ໂດຍກ່ອນໜ້ານີ້ Jerry Sambuaga ລັດຖະມົນຕີຊ່ວຍວ່າການກະຊວງການຄ້າອິນໂດເນເຊຍ ລະບຸວ່າລັດຖະບານກຳລັງວາງແຜນຫ້າມການເຮັດທຸລະກຳສິນຄ້າເຖິງໂຊຊຽວມີເດຍ ເນື່ອງຈາກເບິ່ງວ່າອີຄອມເມີດ ແລະ ໂຊຊຽວມີເດຍຈຳເປັນຕ້ອງແຍກອອກຈາກກັນ ໂດຍຍົກຕົວຢ່າງ ການ LIVE ຈຳໜ່າຍສິນຄ້າໃນ TikTok ເຊິ່ງຕາມກົດລະບຽບໃໝ່ນີ້ຈະບໍ່ສາມາດເຮັດການ LIVE ຂາຍເຄື່ອງໄດ້ອີກຕໍ່ໄປ.

ທັງນີ້ໂຄສົກຂອງທາງ TikTok ປະຈຳອິນໂດເນເຊຍ ໄດ້ອອກມາເຫັນຄວາມເຫັນວ່າ ລັດຖະບານຄວນພິຈາລະນາເຖິງຄວາມເປັນຢູ່ຂອງພໍ່ຄ້າແມ່ຄ້າທ້ອງຖິ່ນຫຼາຍກວ່າ 6 ລ້ານຄົນທີ່ໃຊ້ TikTok Shop ເປັນຊ່ອງທາງການຈຳໜ່າຍສິນຄ້າ ແລະ ການແຍກໂຊຊຽວມີເດຍ ກັບ ອີຄອມເມີດອອກຈາກກັນນັ້ນ ເປັນການຂັດຂວາງນະວັດຕະກຳ ເຊິ່ງຈະສົ່ງຜົນເສຍກັບທຸລະກິດຕ່າງໆ ລວມໄປຮອດຜູ້ບໍລິໂພກພາຍໃນປະເທດຫຼາຍກວ່າ.

ໃນປັດຈຸບັນ ອິນໂດເນເຊຍ ເປັນໜຶ່ງໃນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກສຳລັບ TikTok Shop ແລະ ເປັນຕະຫຼາດທຳອິດທີ່ນຳທາງກຸ່ມອີຄອມເມີດຂອງແອັບ ໃນປີ 2022 ທີ່ຜ່ານມານັ້ນເອງ ກົດລະບຽບໃໝ່ນີ້ອາດຈະສົ່ງຜົນສະເທືອນໄປເຖິງຮອດ TikTok ແລະ ບຸກຄົນທົ່ວໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/