ອາເມຣິກາເຊື່ອວ່າ ບອລລູນສອດແນມຂອງຈີນທີ່ລອຍເຂົ້າສູ່ເຂດທ້ອງຟ້າຂອງອາເມຣິກາ ແລະ ໄດ້ຖືກຍິງຕົກໃນມະຫາສະໝຸດແອັດແລນຕິກ ໃນອາທິດທີ່ຜ່ານມານີ້ ເປັນສ່ວນໜຶ່ງຂອງກອງທັບບອລລູນທີ່ດໍາເນີນການໃນ 5 ທະວີບທົ່ວໂລກ.
ໂດຍ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ຂອງອາເມຣິກາ ໄດ້ເປີດເຜີຍວ່າ: ອາເມຣິກາ ບໍ່ແມ່ນເປົ້າໝາຍດຽວ ຂອງໂຄງການຄອບຄຸມເປັນວົງກວ້າງນີ້. ສະຫະລັດ ອາເມຣິກາ ຈະແບ່ງປັນຂໍ້ມູນທີ່ເກັບກຳມາຈາກເສດປູມເປົ້າກັບປະເທດອື່ນໆອີກຫຼາຍສິບປະເທດ ທີ່ອາດຈະຖືກເປົ້າໝາຍໂດຍໂຄງການບອລລູນສອດແນມຂອງຈີນນີ້.

ເຈົ້າໜ້າທີ່ສະຫະລັດ ລະບຸວ່າ ບອລລູນຂອງຈີນດັ່ງກ່າວມີຄວາມສູງປະມານ 60 ແມັດ ແລະ ມີນ້ຳໜັກຫຼາຍຮ້ອຍ ຫຼື ຫຼາຍພັນກິໂລ ໃນຂະນະທີ່ ນ້ຳໜັກທີ່ບັນທຸກໄດ້ ທຽບເທົ່າກັບຂະໜາດຂອງເຮືອບິນໂດຍສານໃນພາກພື້ນ.

ພົນເອກ Pat Ryder ໂຄສົກກະຊວງປ້ອງກັນປະເທດມັນໄດ້ຢືນຢັນໃນການຖະແຫຼງຂ່າວໃນວັນທີ 9 ກຸມພາ ທີ່ຜ່ານມານີ້ວ່າ: “ສະຫະລັດເຊື່ອວ່າ ບອລລູນ ຄ້າຍຄືກັນໄດ້ດໍາເນີນການຢູ່ໃນເຂດອາເມຣິກາເໜືອ ແລະ ອາເມຣິກາໃຕ້, ເອເຊຍຕາເວັນອອກສຽງໃຕ້, ເອເຊຍຕາເວັນອອກ ແລະ ຢູໂຣບ”.
“ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບບອລລູນເຫຼົ່ານີ້ ແລະ ວິທີການຕິດຕາມພວກມັນ. ອາເມຣິກາໝັ້ນໃຈວ່າປະເທດນີ້ມີຄວາມສາມາດຕິດຕາມກວດກາວັດຖຸປະເພດເຫຼົ່ານີ້ໄດ້”
“ວັດຖຸຕ້ອງສົງໄສເຫຼົ່ານີ້ ອາດມີຂະໜາດ ແລະ ຄວາມສາມາດທີ່ແຕກຕ່າງກັນ ແຕ່ທັງໝົດແມ່ນມີຈຸດປະສົງເພື່ອການສອດແນນເທົ່ານັ້ນ ແລະ ເຊື່ອວ່າມີວັດຖຸແບບນີ້ ລອຍຢູ່ເຖິງຟ້າຂອງ ອາເມຣິກາມາແລ້ວ ຢ່າງໜ້ອຍ 4 ຄັ້ງ”. ແຕ່ຍັງບໍ່ໄດ້ໃຫ້ລາຍລະອຽດຕ່າງໆ ກ່ຽວກັບເລື່ອງທີ່ຜ່ານມາ.

ການກວດພົບ ບອລລູນສອດແນມຂອງຈີນຢູ່ໃນເຂດນ່ານຟ້າອາເມຣິກາ ເປັນເຫດຮ້າຍຫຼ້າສຸດທີ່ເຮັດໃຫ້ສາຍພົວພັນລະຫວ່າງຈີນກັບອາເມຣິກາເຄັ່ງຕຶງ ແລະ ຕົກຕໍ່າ ທ່ານ ແອນໂທນີ ບລິງເຄນ ໄດ້ຕັດສິນໃຈຍົກເລີກແຜນການຢ້ຽມຢາມຈີນຢ່າງເປັນທາງການໃນວັນທີ 5-6 ກຸມພາ ທີ່ຜ່ານມານີ້ ເຊິ່ງຈະເປັນການພົບປະ ແລະ ປະຊຸມຂັ້ນສູງ ແບບຈິງຈັງລະຫວ່າງອາເມຣິກາກັບຈີນເປັນຄັ້ງທຳອິດໃນຮອບຫຼາຍປີ.
ຂະນະທີ່ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການສະແດງຄວາມບໍ່ພໍໃຈຕໍ່ການຍິງບອລລູນຂອງທະຫານອາເມຣິກາ ລົງສູ່ມະຫາສະໝຸດແອັດແລນຕິກ. ຈີນໄດ້ປະຕິເສດວ່າ ບອລລູນດັ່ງກ່າວບໍ່ໄດ້ຖືກນຳໃຊ້ເພື່ອແນໃສ່ການສອດແນມ ແຕ່ເປັນພຽງ ບອລລູນພາກເອກະຊົນ ທີ່ໃຊ້ສໍາລັບການຄົ້ນຄວ້າອຸຕຸນິຍົມເທົ່ານັ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/