ອາເມຣິກາພົບຜູ້ຕິດເຊື້ອໂຄວິດຈຳນວນ 525,763 ຄົນ ພາຍໃນມື້ດຽວ ເປັນສະຖິຕິສູງສຸດ ແລະ ສ່ຽງຈະສູງຂຶ້ນໄປອີກ


ທີ່ສະຫະລັດອາເມຣິກາ ໄດ້ມີລາຍງານຜູ້ຕິດເຊື້ອໂຄວິດຂອງວັນທີ 30 ທັນວາ ປີ 2021 ເປັນຈຳນວນ 525,763 ຄົນ ພາຍໃນມື້ດຽວ. ນັບວ່າເປັນຈຳນວນທີ່ສູງທີ່ສຸດໃນຕອນນີ້ ແລະ ກາຍເປັນປະເທດທີ່ມີຍອດຜູ້ຕິດເຊື້ອສູງທີ່ສຸດໃນໂລກ. ແຕ່ຕົວເລກສູງທີ່ສຸດກ່ອນໜ້າແມ່ນຢູ່ທີ່ 488,000 ຄົນ ໃນວັນພຸດທີ່ຜ່ານມາ ເຊິ່ງໝາຍຄວາມວ່າຕົວເລກໃນປັດຈຸບັນນັ້ນມີຄວາມເປັນໄປໄດ້ທີ່ຈະເພີ່ມສູງຂຶ້ນອີກ.

ພາຍໃນໄລຍະ 2 ອາທິດທີ່ຜ່ານມານີ້ ຕົວເລກຜູ້ຕິດເຊື້ອທີ່ສະຫະລັດນັ້ນເພີ່ມຂຶ້ນສູງ ແລະ ໄວວາຫຼາຍ. ທັງນີ້ ແມ່ນເກີດຈາກການລະບາດຂອງສາຍພັນໂອໄມຄຣອນ ທີ່ໄດ້ກະຈາຍໄປເປັນສາຍພັນຫຼັກຂອງໂຄວິດທົ່ວປະເທດໄປແລ້ວ. ນອກຈາກນີ້, ຈຳນວນຜູ້ເຂົ້າປິ່ນປົວທີ່ພະແນກສຸກເສີນຂອງໂຮງໝໍ ໃນໄລຍະປີໃໝ່ນີ້ຍັງເພີ່ມຂຶ້ນເລື້ອຍໆຈາກ 100% ເປັນ 200% ຈຶ່ງສ້າງຄວາມກັງວົນຕໍ່ບັນດາແພດໝໍ ເຖິງຈຳນວນຕຽງທີ່ຈະສາມາດອຳນວຍໃຫ້ຄົນໄຂ້ໄດ້ພຽງພໍຫຼືບໍ່ ພ້ອມທັງຄວາມຮຸນແຮງຂອງອາການຜູ້ປ່ວຍ ເນື່ອງຈາກຍັງມີຫຼາຍຄົນທີ່ບໍ່ໄດ້ຮັບວັກຊີນ ເຊິ່ງພວກເຂົາແມ່ນກຸ່ມຄົນທີ່ຕ້ອງໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່.

ສ່ວນໃຫຍ່ແລ້ວ ຜູ້ປ່ວຍທີ່ເຂົ້າຮັບການປິ່ນປົວໃນໂຮງໝໍຈະແມ່ນກຸ່ມຄົນທີ່ຍັງບໍ່ໄດ້ສັກວັກຊີນ ແລະ ພວກເຂົາມັກຈະມີອາການຮຸນແຮງເຊັ່ນ ຫາຍໃຈຕິດຂັດ ຫຼື ປອດອັກເສບ. ເຊິ່ງວ່າອາການດັ່ງກ່າວນີ້ຈະຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ ຫຼື ສອດທໍ່. ສຳລັບຜູ້ປ່ວຍທີ່ໄດ້ຮັບວັກຊີນແລ້ວ ແຕ່ຍັງບໍ່ໄດ້ຮັບເຂັມ 3 ເທື່ອ ກໍຈະມີອາການຄືເປັນໄຂ້ຫວັດໃຫຍ່ ທີ່ນັບວ່າອັນຕະລາຍເຊັ່ນກັນ. ຜູ້ປ່ວຍທີ່ບໍ່ໄດ້ຮັບວັກຊີນ ຈະມີຄວາມສ່ຽງເຖິງ 17 ເທົ່າທີ່ຈະໄດ້ຮັບອາການຮຸນແຮງ ແລະ ຕ້ອງເຂົ້າປິ່ນປົວໂຄວິດ-19 ໃນໂຮງໝໍ, ໝາຍຄວາມວ່າ ເມື່ອປຽບທຽບກັບຜູ້ທີ່ໄດ້ສັກວັກຊີນຄົບໂດສ ຫຼື ຄົນທີ່ໄດ້ສັກເຂັມທີ 3 ໂອກາດເສຍຊີວິດຂອງຜູ້ທີ່ບໍ່ໄດ້ຮັບວັກຊີນເລີຍຈະສູງຫຼາຍ. ໃນປະເທດສະຫະລັດອາເມຣິກາ, ຈຳນວນຜູ້ທີ່ໄດ້ຮັບວັກຊີນຄົບແລ້ວນັ້ນມີ 62% ແລະ ມີພຽງ 33% ທີ່ໄດ້ຮັບເຂັມ 3.

ປັດຈຸບັນ, ຈຳນວນຜູ້ເສຍຊີວິດດ້ວຍໂຄວິດ-19 ທົ່ວປະເທດມີເຖິງ 812,577 ຄົນ ແລະ ມັນກຳລັງເພີ່ມສູງຂຶ້ນເລື້ອຍໆ. ຊ່ຽວຊານໄດ້ອອກມາແນະນຳເຖິງການສະເຫຼີມສະຫຼອງປີໃໝ່ນີ້ ວ່າຄວນຈັດໃຫ້ເປັນງານນ້ອຍ. ແຕ່ກໍອາດຈະເປັນສິ່ງທີ່ຄວບຄຸມໄດ້ຍາກ. ແນ່ນອນວ່າພາຍໃນປີໜ້ານີ້, ຈຳນວນຜູ້ຕິດເຊື້ອຈະຍິ່ງສູງຂຶ້ນເປັນທະວີຄູນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/