ອາການ “Caffeine Overdose” ອັນຕະລາຍທີ່ເກີດຈາກການດື່ມກາເຟ ຫຼື ການບໍລິໂພກຄາເຟອີນຫຼາຍເກີນໄປ


ໃນທຸກໆມື້ ຫຼາຍຄົນທີ່ຕື່ນເຊົ້າມາມັກຈະຕ້ອງດື່ມກາເຟພ້ອມກັບອາຫານເປັນປະຈຳ ໂດຍບາງຄົນອາດຈະດື່ມເພື່ອໃຫ້ຮ່າງກາຍສົດຊື່ນຂຶ້ນ, ບາງຄົນອາດຈະດື່ມເພື່ອໃຫ້ເຊົາຢາກນອນ ແລະ ບາງຄົນເຖິງຂັ້ນທີ່ຈຳເປັນຕ້ອງດື່ມທຸກມື້ເພື່ອໃຫ້ມີຊີວິດຢູ່ຕໍ່ ກາຍເປັນວ່າຄາເຟອີນເຫຼົ່ານີ້ໄດ້ເຂົ້າມາເປັນອີກໜຶ່ງປັດໄຈໃນການດຳເນີນຊີວິດປະຈຳວັນຂອງພວກເຮົາ.

ຄາເຟອີນ ແມ່ນໜຶ່ງໃນສານທີ່ຖືກໃຊ້ກັນຢ່າງກວ້າງຂວາງທີ່ສຸດໃນໂລກ. ເພື່ອກະຕຸ້ນໃຫ້ຮ່າງກາຍມີການຕື່ນຕົວຢູ່ສະເໝີ ໂດຍຄົນສ່ວນໃຫຍ່ມັກຈະຄິດເຖິງກາເຟເປັນສິ່ງທຳອິດ. ແຕ່ໃນປັດຈຸບັນ, ຄາເຟອີນໄດ້ຖືກນຳໃຊ້ເຂົ້າໃນອາຫານ ແລະ ເຄື່ອງດື່ມຕ່າງໆອີກຫຼາຍຊະນິດເຊັ່ນ: ເຄື່ອງດື່ມຊູກຳລັງ, ນ້ຳອັດລົມ, ຊາ, ຊັອກໂກແລັດ, ໂກໂກ້ ແລະ ຢາແກ້ປວດບາງຊະນິດ ເຊິ່ງສາມາດຊື້ໄດ້ຈາກຮ້ານສະດວກຊື້ທົ່ວໄປ.

ໂດຍປະລິມານຄາເຟອີນທີ່ແນະນຳໃນແຕ່ລະມືຄື 400 ມິນລີກຣາມຕໍ່ມື້, ແຕ່ຖ້າຫາກເຮົາບໍລິໂພກຄາເຟອິນໃນປະລິມານທີ່ຫຼາຍເກີນໄປອາດເຮັດໃຫ້ເກີດອາການ “Caffeine Overdose”  ເຊິ່ງມັນຈະສົ່ງຜົນກະທົບຕໍ່ຮ່າງກາຍຈົນເຖິງຂັ້ນເສຍຊີວິດໄດ້.

ອາການ Caffeine Overdose ຫຼື ການບໍລິໂພກຄາເຟອີນຫຼາຍເກິນໄປໃນແຕ່ລະມືຈະເຮັດໃຫ້ເຮົາມີອາການຫົວໃຈສັ່ນ ຫຼື ເຕັ້ນແຮງຜິດປົກກະຕິ, ປວດຫົວໄມເກຣນເນື່ອງຈາກຮັບຄາເຟອີນຫຼາຍເກີນໄປ, ນອນບໍ່ຫຼັບ ແລະ ຕື່ນຕົວຕະຫຼອດເວລາເຖິງແມ່ນວ່າຮ່າງກາຍຈະອ່ອນເພຍກໍຕາມ, ມີອາການປວດຮາກ ທ້ອງໄສ້ປັ່ນປ່ວນ, ເຮັດໃຫ້ຄວາມດັນເພີ່ມຂຶ້ນສູງ ແລະ ສ່ຽງເປັນໂຣກຫົວໃຈ.

ໃນກໍລະນີທີ່ຮ່າງກາຍໄດ້ຮັບຄາເຟອີນປະລິມານຫຼາຍ ສົ່ງຜົນໃຫ້ຫົວໃຈເຕັ້ນໄວຂຶ້ນ ແລະ ອາດເຕັ້ນຜິດຈັງຫວະ ຈົນສາມາດເຮັດໃຫ້ເຮົາເສຍຊີວິດຢ່າງກະທັນຫັນໄດ້, ໂດຍສະເພາະໃນກຸ່ມຄົນທີ່ເປັນພະຍາດຫົວໃຈທີ່ມີຄວາມດັນເລືອດສູງຢູ່ແລ້ວ ຈະເຮັດໃຫ້ມີຄວາມສ່ຽງສູງຕໍ່ການເສຍຊີວິດ.

ສຳລັບແມ່ຍິງທີ່ຖືພາ ຫຼື ໃຫ້ນົມລູກຄວນຫຼີກເວັ້ນການບໍລິໂພກຜະລິດຕະພັນທີ່ມີຄາເຟອີນ ເພາະນອກຈາກຈະສົ່ງຜົນເສຍຕໍ່ລູກແລ້ວ, ຄາເຟອີນຍັງເຮັດໃຫ້ການດູດຊຶມຂອງແຄລຊຽມລົດລົງ ເຮັດໃຫ້ເກີດຄວາມສ່ຽງຕໍ່ໂຣກກະດູກຜ່ອຍໄດ້.

ໃນແຕ່ລະປີ, ມີຫຼາຍຄົນທີ່ໄດ້ຮັບການປິ່ນປົວສຸກເສີນຍ້ອນການບໍລິໂພກຄາເຟອີນຢູ່ຫຼາຍຄັ້ງ. ເມື່ອຢ້ອນກັບໄປກວດເບິ່ງສະຖິຕິພົບວ່າ: ໃນສະຫະລັດ ມີຜູ້ປ່ວຍກ່ຽວກັບການບໍລິໂພກຄາເຟອີນຫຼາຍເກີນໄປເຖິງ 2.787 ຄົນໃນປີ 2004 ແລະ ໃນປີ 2007 ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 10.000 ຄົນ, ໂດຍເພີ່ມຂຶ້ນເປັນຈຳນວນເທົ່າຕົວກວ່າ 20.783 ຄົນໃນປີ 2011.

ດັ່ງນັ້ນ, ເພື່ອປ້ອງກັນ Caffeine Overdose, ພວກເຮົາຄວນຫຼີກເວັ້ນການບໍລິໂພກຄາເຟອີນຫຼາຍເກີນໄປ. ດີທີ່ສຸດແມ່ນບໍ່ໃຫ້ເກີນ 400 ມິນລີກຣາມຕໍ່ມື້ ແລະ ຄວນບໍລິໂພກໃຫ້ໜ້ອຍລົງ ຖ້າທ່ານມີຄວາມຮູ້ສຶກໄວຕໍ່ຄາເຟອີນເປັນພິເສດ. ນອກຈາກນີ້ ການພັກຜ່ອນໃຫ້ພຽງພໍ 6-8 ຊົ່ວໂມງຕໍ່ມື້ ຄຽງຄູ່ກັບການກິນອາຫານໃຫ້ຄົບ 5 ໝູ່ ແລະ ອອກກຳລັງກາຍເປັນປະຈຳ ກໍສາມາດເຮັດໃຫ້ສະໝອງ ແລະ ຮ່າງກາຍຂອງເຮົາຜ່ອນຄາຍ, ປອດໂປ່ງ ແລະ ຕື່ນຕົວໄດ້ດີເຊັ່ນກັນ.

ທີ່ມາ:

https://cutt.ly/gwuvd2zD

https://cutt.ly/iwuvd6gF

https://cutt.ly/dwuvfiSq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/