ອັງກິດຕິດກ້ອງ CCTV ພ້ອມກັບ AI ກວດຈັບຄົນຖິ້ມຂີ້ເຫຍື້ອຊະຊາຍ


ເບື່ອໜ່າຍບໍ່ ກັບການເຫັນຄົນຖິ້ມຂີ້ເຫຍື້ອຊະຊາຍ ໂດຍສະເພາະຄົນທີ່ຖິ້ມລົງຫົນທາງໃນລະຫວ່າງຂັບລົດ, ແຕ່ຈາກນີ້ໄປ ຈະເຮັດແບບນັ້ນບໍ່ໄດ້ແລ້ວໃນປະເທດອັງກິດ ເພາະທາງອັງກິດໄດ້ຕິດຕັ້ງກ້ອງ CCTV ທີ່ບັນທຶກພາບຄົນຖິ້ມຂີ້ເຫຍືອຕາມຫົນທາງ ຊື່ວ່າ “LitterCam”

ກ້ອງ LitterCam ຈະຈັບພາບຕາມຫົນທາງ ຖ້າຫາກວ່າລົດຄັນໃດຖິ້ມຂີ້ເຫຍື້ອອອກມາຈາກລົດ ລະບົບ AI ທີ່ຢູ່ໃນກ້ອງກໍຈະຈັບພາບ ແລະ ສົ່ງສັນຍານອ້ອມສິ່ງເຫຼົ່ານັ້ນທັນທີ ເພື່ອຊີ້ໃຫ້ເຫັນວ່າມີຂີ້ເຫຍື້ອຕົກຫຼົ່ນລົງມາ ມັນຈະບອກວ່າມາຈາກລົດຄັນໃດ, ຫຼັງຈາກນັ້ນ ເຈົ້າໜ້າທີ່ຈະສົ່ງພາບ ແລະ ຂໍ້ມູນໄປໃຫ້ໜ່ວຍງານ Driver and Vehicle Licensing Agency (DVLA) ໜ່ວຍງານທີ່ອອກໃບທະບຽນພາຫະນະ ແລະ ໃບຂັບຂີ່ແຫ່ງສະຫະລາຊະອານາຈັກ ເພື່ອນຳຫາຜູ້ຖິ້ມໃຫ້ກັບມາເສຍຄ່າປັບ.

ຈາກການທົດສອບສັກກະຍະພາບຂອງກ້ອງດັ່ງກ່າວ ແມ່ນແຕ່ກົ້ນຢາສູບອັນນ້ອຍໆ ມັນກໍສາມາດຈັບໄດ້, ດັ່ງນັ້ນ ຂີ້ເຫຍື້ອທີ່ໃຫຍ່ກວ່ານີ້ກໍບໍ່ສາມາດລອດພົ້ນຈາກເທັກໂນໂລຢີນີ້ໄປໄດ້.

ຖ້າມີເທັກໂນໂລຢີແບບນີ້ ແນ່ນອນວ່າຄົນທີ່ມັກຖິ້ມຂີ້ເຫຍື້ອຊະຊາຍກໍຕ້ອງມີຮ້ອນໆໜາວໆກັນເລີຍ ແຖມມັນຍັງປຽບເໝືອນດັ່ງຕຳຫຼວດພິທັກສິ່ງແວດລ້ອມ ທີ່ເຮັດໜ້າທີ່ກວດກາ ແລະ ດູແລບໍ່ໃຫ້ຕາມຖະໜົນຫົນທາງເຕັມໄປດ້ວຍຂີ້ເຫຍືອເປິເປື້ອນ ລວມທັງຕາມຜູ້ກະທຳຜິດມາຮັບໂທດນຳອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.bbc.com/news/av/uk-56255823?fbclid=IwAR2OwtKeXKWJ8XuszKV_1KbrG7YQsMVc1D-sbpmQIOOSub9z_GCcJwOGFd4

https://www.facebook.com/environman.th/posts/3489964491131973

https://www.littercam.ai/home?fbclid=IwAR2gKI15HXQUABIaO1BUm-BXR4s9YQCJifjARhN9MH5OcIdCquCYJ1lt-yQ