ອະລັງການ! ອີຢິບຂົນຍ້າຍເຮືອບູຮານອາຍຸ 4,500 ປີໄປຫໍພິພິທະພັນ


ສຳນັກຂ່າວ ບີບີຊີລາຍງານວ່າ ເມື່ອວັນທີ 8 ສິງຫາ 2021 ທີ່ຜ່ານມາ ລັດຖະບານຂອງປະເທດອີຢິບໄດ້ຂົນຍ້າຍ ເຮືອບູຮານ “ເຮືອສຸລິຍະຟາໂຣຄູຟູ” ຈາກປີລະມິດກີຊາ ເພື່ອໄປຕັ້ງສະແດງໃນຫໍພິພິທະພັນ ເດິ ແກຣນ ອີຢິບ ໂດຍໃຊ້ເວລາຂົນຍ້າຍປະມານ 10 ຊົ່ວໂມງ.

ເຮືອໄມ້ລຳນີ້ ຖືກຄົ້ນພົບຄັ້ງທຳອິດໃນປີ 1936 ເຊິ່ງຕັ້ງຢູ່ທາງທິດໃຕ້ຂອງມະຫາປີລາມິດຟາໂຣຄູຟູ ປີລະມິດທີ່ໃຫຍ່ທີ່ສຸດໃນບັນດາ 3 ມະຫາປີລະມິດກີຊາ ແລະ ຍັງເປັນໜຶ່ງໃນ 7 ສິ່ງມະຫັດສະຈັນຂອງໂລກອີກພ້ອມ. 

ນັກບູຮານຄະດີລາຍງານວ່າ ເຮືອລຳດັ່ງກ່າວ ແມ່ນເຮືອໄມ້ທີ່ມີຄວາມຍາວ 42 ແມັດ, ມີນ້ຳໜັກ 20,000 ກິໂລກຣາມ ຫຼື ປະມານ 20 ໂຕນ ແລະ ຍັງມີອາຍຸເກົ່າແກ່ເຖິງ 4,500 ປີ.

ການຂົນສົ່ງແມ່ນນຳໃຊ້ຕູ້ຂົນສົ່ງ ແລະ ລົດທີ່ອອກແບບມາສະເພາະ. ພ້ອມກັນນັ້ນ, ລົດທີ່ຂົນສົ່ງແມ່ນຈະໄດ້ຂົນສົ່ງຢ່າງຊ້າໆ ແລະ ລະມັດລະວັງ ເພື່ອປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບເຮືອ.

ໃນລະຫວ່າງການຂົນສົ່ງ ໄດ້ມີປະຊາຊົນຢືນເບິ່ງອ້ອມຮອບຢູ່ສອງຟາກທາງເປັນຈຳນວນຫຼາຍຢ່າງເປັນຂະບວນ ເພື່ອຊົມພາບທີ່ບໍ່ອາດຈະເຫັນໄດ້ທຸກມື້ ກັບຄວາມອະລັງການ ແລະ ໃຫຍ່ຍັກຂອງເຮືອລຳນີ້.

ທີ່ມາ: https://bit.ly/3Cw8s1o

ພາບ:  thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/