ອະດີດພະນັກງານຟ້ອງ Twitter ເນື່ອງຈາກບໍ່ຈ່າຍເງິນຊົດເຊີຍ 500 ລ້ານໂດລາ


ສຳນັກຂ່າວຕ່າງປະເທດໄດ້ລາຍງານອະດີດພະນັກງານຂອງ Twitter ຄົນໜຶ່ງໄດ້ຍື່ນຟ້ອງບໍລິສັດ Twitter ຕໍ່ສານຊານຟຣານຊິສໂກ ພ້ອມອ້າງວ່າທາງບໍລິສັດ Twitter ນັ້ນບໍ່ໄດ້ຈ່າຍເງິນຊົດເຊີຍທີ່ຕ້ອງໃຫ້ກັບພະນັກງານທີ່ຖືກໄລ່ອອກໄປ ເປັນຈຳນວນລວມກັນປະມານ 500 ລ້ານໂດລາ.

ເມື່ອວັນທີ 12 ກໍລະກົດ 2023 ຄອດນີ ແມັກມີລຽນ (Courtney McMillan) ອະດີດຜູ້ດູແລໂຄງການສະຫວັດດີການພະນັກງານຂອງທາງບໍລິສັດ Twitter ເຊິ່ງຖືກປົດອອກຈາກການເຮັດວຽກເມື່ອເດືອນ ມັງກອນ ທີ່ຜ່ານມາ ໄດ້ຍື່ນຟ້ອງທາງ ບໍລິສັດ Twitter ຕໍ່ສານແບບຮ່ວມກຸ່ມກັນຟ້ອງ.

ໂດຍທາງ ຄອດນີ ແມັກມີລຽນ ໄດ້ອ້າງວ່າພາຍໃຕ້ແຜນການຢຸດຈ້າງທີ່ຈັດຂຶ້ນໂດຍ Twitter ໃນປີ 2019 ພະນັກງານສ່ວນໃຫຍ່ໄດ້ຮັບສັນຍາວ່າ ຈະໄດ້ຮັບເງິນຊົດເຊີຍເປັນເງິນຄ່າຈ້າງ 2 ເດືອນ ບວກກັບຄ່າຈ້າງອີກ 1 ອາທິດສຳລັບການເຮັດວຽກແຕ່ລະປີ ໂດຍສະເພາະກໍລະນີຂອງ ຄອດນີ ແມັກມີລຽນ ທາງ Twitter ຍັງຄົງຄ້າງເງິນຊົດເຊີຍເທົ່າຄ່າຈ້າງ 6​ ເດືອນ ແຕ່ໃນເອກະສານຢື່ນຟ້ອງກັບລະບຸເອົາໄວ້ວ່າ ພະນັກງານເຫຼົ່ານີ້ໄດ້ຮັບເງິນຊົດເຊີຍຫຼາຍສຸດກໍເພື່ອ 1​ ເດືອນເທົ່ານັ້ນ. ຖ້າຫາກນຳຈຳນວນເງິນມາລວມກັນຈະພົບວ່າທາງ Twitter ບໍ່ໄດ້ຈ່າຍເງິນຄ່າຊົດເຊີຍພະນັກງານທັງໝົດປະມານ 500 ລ້ານໂດລາ.

ການຮ່ວມກຸ່ມກັນຟ້ອງຮ້ອງໃນເທື່ອນີ້ເປັນການກ່າວຫາວ່າທາງ Twitter  ແລະ Elon Musk ໄດ້ລະເມີດກົດໝາຍຂອງລັດຖະບານກາງວ່າດ້ວຍຜົນປະໂຫຍດ ແລະ ສະຫວັດດີການຂອງແຮງງານ ໂດຍກ່ອນໜ້ານີ້ທາງ Twitter ກໍໄດ້ເຄີຍຖືກຟ້ອງເລື່ອງບໍ່ຈ່າຍເງີນຊົດເຊີຍແລ້ວ ແຕ່ຄະດີເຫຼົ່ານັ້ນເປັນການຟ້ອງຮ້ອງກໍລະນີທີ່ບໍລິສັດເນັ້ນການປົດພະນັກງານແມ່ຍິງ ແລະ ພະນັກງານທີ່ມີຄວາມຜິດປົກກະຕິທາງຮ່າງກາຍ.

ຢ່າງໃດກໍຕາມ ທາງສຳນັກຂ່າວ Reuters ໄດ້ພະຍາຍາມຕິດຕໍ່ໄປທາງບໍລິສັດ Twitter  ເພື່ອຂໍຄວາມເຫັນກ່ຽວກັບການຟ້ອງຮ້ອງໃນເທື່ອນີ້ ແຕ່ກໍເປັນອີກຄັ້ງທີ່ພວກເຂົາຕອບກັບສຳນັກຂ່າວພຽງ ອີໂມຈິ ແບບສຸດປັ່ນເລີຍກໍວ່າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/