ອະດີດຜູ້ຈັດການໄດ້ເງິນຊົດເຊີຍຈາກການຟ້ອງບໍລິສັດເກົ່າ ສາເຫດຍ້ອນ “ວຽກທີ່ໄດ້ເຮັດໜ້າເບື່ອເກີນໄປ” ຈົນເຮັດໃຫ້ເປັນໂຣກຊຶມເສົ້າ


ເວລາທີ່ຮູ້ສຶກເມື່ອຍ, ເບື່ອ, ໝົດໄຟ, ໝົດກຳລັງໃຈ ກັບວຽກງານເຈົ້າຈະເຮັດຫຍັງເປັນສິ່ງທຳອິດ? ຫຼືວ່າເຈົ້າຈະຟ້ອງບໍລິສັດຄືກັນກັບຊາຍຊາວຝຣັ່ງຄົນນີ້ຫຼືບໍ່ ເມື່ອລາວໄດ້ເງິນຊົດເຊີຍເປັນຈຳນວນ 36,000 ຢູໂຣ ຈາກຈາກການຟ້ອງບໍລິສັດເກົ່າ ສາເຫດຍ້ອນ “ວຽກທີ່ໄດ້ເຮັດໜ້າເບື່ອເກີນໄປ” ຈົນເຮັດໃຫ້ເປັນໂຣກຊຶມເສົ້າ.

ຊາຍຝຣັ່ງຄົນນີ້ມີຊື່ວ່າ Parisian Frederic Desnard ເປັນຜູ້ຈັດການທີ່ບໍລິສັດນ້ຳຫອມ Interparfum ຈົນມາຮອດປີ 2015 ໂດຍ Desnard ໄດ້ຕັດສິນໃຈຢື່ນຟ້ອງບໍລິສັດນ້ຳຫອມທີ່ລາວເຮັດ ດ້ວຍເຫດຜົນທີ່ວ່າ ວຽກທີ່ລາວເຮັດໜ້າເບື່ອເກີນໄປ ຈົນເຮັດໃຫ້ລາວຕ້ອງລາອອກຈາກວຽກ ໂດຍຮຽກຮ້ອງເງິນຊົດເຊີຍສູງສຸດເຖິງ 550,000 ຢູໂຣ.

Desnard ອ້າງວ່າ ທາງບໍລິສັດສູນເສຍລູກຄ້າຄົນສຳຄັນໄປ ນັ້ນຈຶ່ງເປັນເຫດຜົນທີ່ລາວຖືກຍ້າຍໄປທີ່ສາຂາຍ່ອຍໃນປາຣີສ ເປັນເວລາ 4 ປີ…ໂດຍທີ່ນັ້ນລາວໄດ້ຮັບມອບໝາຍວຽກງານທີ່ໜ້າເບື່ອສຸດໆ ເຊິ່ງເຮັດໃຫ້ລາວຮູ້ສຶກຫົດຫູ່, ສູນເສຍຄວາມໝັ້ນໃຈ ແລະ ລະອາຍໃຈ.

ສິ່ງເຫຼົ່ານີ້ເຮັດໃຫ້ Desnard ມີບັນຫາດ້ານສຸຂະພາບຈິດ ແລະ ທ່ານໝໍກໍໄດ້ລົງຄວາມເຫັນວ່າມັນເກີດຈາກຄວາມເບື່ອໜ່າຍຢ່າງຮຸນແຮງ. ສຸດທ້າຍ Desnard ຕ້ອງຂໍລາປ່ວຍເປັນເວລາ 6 ເດືອນເພື່ອປິ່ນປົວຕົວເອງ.

ທີ່ສານແຮງງານໃນປາຣີສ ເຈົ້າໜ້າທີ່ຂອງສານໃຊ້ຄຳວ່າ “ເບື່ອໜ່າຍ” ເອີ້ນອາການຂອງ Desnard ໂດຍປຽບທຽບກັບຄຳເອີ້ນຂອງອາການກົງຂ້າມທີ່ເອີ້ນວ່າ “ໝົດໄຟ” ເຊິ່ງເປັນອາການທາງປະສາດທີ່ເກີດຈາກການໄດ້ຮັບມອບໝາຍວຽກງານຫຼາຍເກີນໄປ.

Desnard ກ່າວເສີມ “ຂ້ອຍຮູ້ສຶກຄືກັບຕົກນາຮົກແບບຊ້າໆ” ແລະ ໄດ້ໂທດວ່ານາຍຈ້າງເຮັດໃຫ້ລາວຕ້ອງອອກຈາກບໍລິສັດ Interfum.

ລັກສະນະວຽກທີ່ Desnard ໄດ້ຮັບມອບໝາຍຫຼັງຈາກຖືກຍ້າຍໄປສາຂາຍ່ອຍນັ້ນຄືການເຮັດວຽກໃຫ້ CEO Interparfum ໂດຍລາວໄດ້ເຮັດວຽກພຽງມື້ລະ 20-40 ນາທີເທົ່ານັ້ນ ແລະ ກໍບໍ່ມີໃຜສົນໃຈວ່າ Desnard ຈະເຂົ້າວຽກກົງເວລາຫຼືບໍ່.

“ຂ້ອຍບໍ່ມີແຮງເຮັດຫຍັງອີກແລ້ວ ຂ້ອຍຮູ້ສຶກຜິດທີ່ໄດ້ຮັບເງິນເດືອນແບບບໍ່ໄດ້ເຮັດປະໂຫຍດ ຂ້ອຍມີຄວາມຮູ້ສຶກວ່າຂ້ອຍບໍ່ມີຕົວຕົນໃນບໍລິສັດ” Desnard ກ່າວ.

ທະນາຍຄວາມຂອງ Desnard ຊີ້ໃຫ້ເຫັນວ່າ ບັນຫາສຸຂະພາບຈິດຂອງ Desnard ແມ່ນກ່ຽວຂ້ອງກັບລັກສະນະວຽກຂອງລາວໂດຍກົງ ແລະ ບໍລິສັດຕ້ອງຮັບຜິດສອບໃນເລື່ອງນີ້.

ທາງດ້ານບໍລິສັດໄດ້ຕອບກັບວ່າ ໃນໄລຍະ 4 ປີທີ່ຜ່ານມາ Desnard ບໍ່ເຄີຍເວົ້າກ່ຽວກັບຄວາມເບື່ອໜ່າຍຂອງລາວເລີຍ ແລະຖ້າລາວຮູ້ສຶກວ່າບໍ່ມີຫຍັງເຮັດແທ້ໆ ເປັນຫຍັງຕະຫຼອດ 4 ປີທີ່ຜ່ານມາ ລາວຄືບໍ່ທັກທ້ວງອອກມາ.

ແຕ່ເຖິງຢ່າງນັ້ນ ສຸດທ້າຍແລ້ວສານເຫັນວ່າ “ຄວາມເບື່ອໜ່າຍ” ເປັນຮູບແບບໜຶ່ງຂອງ “ການລ່ວງລະເມີດ” ແລະ ຕັດສິນໃຫ້ບໍລິສັດ Interparfum ຊົດເຊີຍເງິນໃຫ້ Desnard ເປັນຈຳນວນເງິນ 36,000 ຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/