ອອສເຕເລຍກຽມທົດລອງສະເປສີດດັງສຳລັບ Covid-19


ທີມນັກວິໄຈຈາກປະເທດອອສເຕເລຍກຽມທົດລອງສະເປສີດດັງສຳລັບໂຄວິດ ເພື່ອເບິ່ງວ່າຕົວຊ່ວຍເລືອດຈາງລົງໃນດັງຈະສາມາດປ້ອງກັນໂຄວິດໄດ້ບໍ່.

ການທົດລອງດັ່ງກ່າວແມ່ນການຮວມກັນຈາກ ທີມວິໄຈຈາກມະຫາວິທະຍາໄລເມລເບີນ, ມະຫາວິທະຍາໄລໂມນາສ, ສູນສຸຂະພາບທາງຕອນເໜືອຂອງເມລເບີນ, ສະຖາບັນ Peter Doherty, ສະຖານບັນວິໄຈ Murdoch Children’s ແລະ ອົງການ CSIRO ທີ່ເປັນເຄືອດຽວກັບກຸ່ມທົດລອງທາງເດີນຫາຍໃຈຂອງມະຫາວິທະຍາໄລ Oxford.

ການທົດລອງສະເປດັ່ງສີດດັງກ່າວນັ້ນ ຈະໄດ້ເລີ່ມທົດລອງກັບຜູ້ປ່ວຍທີ່ໄດ້ຕິດເຊື້ອໂຄວິດ 400 ຄົນທີ່ປິ່ນປົວໃນເຮືອນ ໃນເດືອນກຸມພາປີ 2022. ມັນຖືກສ້າງມາເພື່ອຊ່ວຍປິ່ນປົວ ພ້ອມທັງປ້ອງກັນການກະຈາຍຂອງເຊື້ອໂຄວິດ. ເຊິ່ງມັນສາມາດນຳໃຊ້ໄດ້ໃນສະຖານທີ່ໃດກໍໄດ້ ບໍ່ວ່າຈະເປັນບ່ອນສາທາລະນະທີ່ມີກຸ່ມຄົນແອອັດ. ພວກເຂົາໄດ້ນຳໃຊ້ຢາຊ່ວຍໃຫ້ເລືອດຈາງຢ່າງເຮປາຣິນ (Heparin) ໃນການຊ່ວຍໃຫ້ໂປຣຕີນໜາມຂອງໂຄວິດຄົງທີ່.

ເມື່ອໄດ້ສີດໃສ່ໃນດັງຂອງຄົນທີ່ຕິດເຊື້ອໂຄວິດແລ້ວ ກໍເຫັນວ່າອາສາສະໝັກຜູ້ນັ້ນບໍ່ສ່ຽງກະຈາຍເຊື້ອໄດ້. ການທົດລອງນີ້ຈະໄດ້ປະຕິບັດທົ່ວໂລກ ແລະ ຈະສືບຕໍ່ໄປຈົນກວ່າຈະຮອດກາງປີ 2022 ຖ້າເຫັນວ່າມີປະສິດທິຜົນກໍຈະໄດ້ນຳມາໃຊ້ຄູ່ກັບວັກຊີນ ແລະ ລະບຽບການອື່ນໆ. ພ້ອມກັນນັ້ນ, ນີ້ຍັງແມ່ນຄັ້ງທຳອິດທີ່ທາງນັກວິໄຈໄດ້ນຳໃຊ້ເຮປາຣິນ ເຊິ່ງມັນມີຄ່າໃຊ້ຈ່າຍຖືກ ແລະ ຍັງເປັນຢາທີ່ມີພ້ອມໃຊ້ໃນການຊ່ວຍບໍ່ໃຫ້ເລືອດກ້າມໄດ້. ນອກຈາກນີ້ແລ້ວ, ເມື່ອອາສາສະໝັກໄດ້ຫາຍໃຈເອົາເຮປາຣິນເຂົ້າໄປ ມັນຈະບໍ່ໄຫຼເຂົ້າໄປໃນກະແສເລືອດ ແຕ່ຈະຢູ່ໃນດັງ ເຊິ່ງຈະມີໜ້າທີ່ກັນບໍ່ໃຫ້ໄວຣັສເຂົ້າມາແທນເຊວຂອງມະນຸດ.

ຜູ້ປ່ວຍຈະໄດ້ຫາຍໃຈເຂົ້າສອງຮອບ ເປັນຈຳນວນ 3 ຄັ້ງຕໍ່ມື້ ໃນການເບິ່ງວ່າສະເປສີດດັ່ງກ່າວນີ້ສາມາດປ້ອງກັນບໍ່ໃຫ້ເຊື້ອກະຈາຍໄປສູ່ຄົນໃນເຮືອນທີ່ບໍ່ໄດ້ມີເຊື້ອໄດ້ຫຼືບໍ່. ຖ້າຫາກວ່າການທົດລອງນີ້ເປັນຜົນສຳເລັດ, ກໍຈະໄດ້ມີການຂະຫຍາຍທົດລອງໃຫ້ເປັນວົງກວ້າງຂຶ້ນຕື່ມເຊັ່ນພື້ນທີ່ໃນສັງຄົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/