ໃນທ້າຍອາທິດຜ່ານມາ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການຢ້ຽມຄຳນັບຂອງ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືແລກປ່ຽນກັນຫຼາຍບັນຫາໃນຕໍ່ໜ້າ ທີ່ຈະໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດຕາມແຜນວຽກງານ ທີ່ໄດ້ກໍານົດໄວ້ໃຫ້ສາມາດບັນລຸໄດ້ຕາມລະດັບຄາດໝາຍ.
ໃນໄລຍະຜ່ານມາການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ອອສເຕຣເລຍ ຈັດຢູ່ໃນອັນດັບຕົ້ນໆຂອງປະເທດທີ່ໃຫ້ການຊ່ວຍເຫຼືອສອງຝ່າຍ. ແຕ່ລະປີອອສເຕຣເລຍ ໃຫ້ທຶນການສຶກສາສໍາລັບນັກຮຽນທັງພາກລັດ ແລະ ພາກເອກະຊົນຈໍານວນ 30 ທຶນ ເພື່ອໄປຮຽນຢູ່ອອສເຕຣເລຍ. ມາຮອດປັດຈຸບັນ ມີຜູ້ໄດ້ຮັບທຶນທັງໝົດຫຼາຍກວ່າ 1.500 ຄົນ. ນອກນັ້ນ, ຍັງໄດ້ສົ່ງອາສາສະໝັກມາຊ່ວຍວຽກບາງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄລຍະສັ້ນ 3 ເດືອນເຖິງ 2 ປີປະມານ 30 ຄົນຕໍ່ປີ.
ສຳລັບກົນໄກການຊ່ວຍເຫຼືອຂອງ ອອສເຕຣເລຍ ສໍາລັບ ສປປ ລາວ ແມ່ນຜ່ານລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດ, ສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນ ທະນາຄານໂລກ, ທະນາຄານພັດທະນາເອເຊຍ, ອົງການອາຫານໂລກ, ອົງການອະນາໄມໂລກ, ອົງການສະຫະປະຊາຊາດ ເພື່ອຊ່ວຍເຫຼືອເດັກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ອື່ນໆ.

ໂຄງການທີ່ຕິດພັນກັບກະຊວງການເງິນ, ໃນປັດຈຸບັນ ແມ່ນມີວຽກງານການຄຸ້ມຄອງການເງິນພາກລັດ (PFM), ມູນຄ່າເບື້ອງຕົ້ນ 4 ລ້ານໂດລາອອສເຕຣເລຍ ໂດຍຜ່ານກົນໄກກອງທຶນຄຸ້ມຄອງການເງິນແບບຄອບຄຸມໃໝ່ (new Financial Management Umbrella Trust Fund mechanism) ໃຫ້ກະຊວງການເງິນ ເພື່ອສືບຕໍ່ນຳໃຊ້ເຂົ້າໃນວຽກງານ PFM. ຈຸດປະສົງເພື່ອສືບຕໍ່ສະໜັບສະໜູນວຽກງານ PFM ໃຫ້ມີຄວາມສະຖຽນລະພາບຕາມຍຸດທະສາດພັດທະນາການເງິນພາກລັດ ປີ 2025 ແລະ ວິໄສທັດປີ 2030, ພ້ອມທັງເປັນການສະໜັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວຽກງານອື່ນໆ.
ສຳລັບ ການຊ່ວຍເຫຼືອຂອງລັດຖະບານອອສເຕຣເລຍ ແມ່ນໄດ້ກໍານົດຢູ່ໃນແຜນຍຸດທະສາດຮ່ວມມືລະຫວ່າງ ສປປ ລາວ ແລະ ອອສເຕຣເລຍ ເປັນແຕ່ລະໄລຍະ, ກ່ອນຈະຈັດຕັ້ງປະຕິບັດແຜນງານຕົວຈິງທາງອອສເຕຣເລຍ ໄດ້ສົ່ງຊ່ຽວຊານມາຂຽນ ແລະ ວິໄຈໂຄງການລະອຽດ ໂດຍສົມທົບກັບຝ່າຍລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆທີ່ມີສ່ວນກ່ຽວຂ້ອງ, ການຊ່ວຍເຫຼືອດັ່ງກ່າວ ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ເປັນການຊ່ວຍເຫຼືອທີ່ມີຄວາມສໍາຄັນ, ທຶນຊ່ວຍເຫຼືອກໍເພີ່ມຂຶ້ນເປັນລໍາດັບ ແລະ ມີປະສິດທິຜົນ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/