ເຢຍລະມັນ ອະນຸຍາດໃຫ້ຄົນທຸກເພດທຸກໄວ ລວມເຖິງແມ່ຍິງ ສາມາດເປືອຍໜ້າເອິກລົງສະລອຍນໍ້າໄດ້ ບໍ່ຖືເປັນການອະນາຈານ ແຕ່ເປັນຄວາມເທົ່າທຽມ

ເຢຍລະມັນ

ໃນປັດຈຸບັນ ການທີ່ຜູ້ຊາຍຄົນໜຶ່ງຈະແກ້ເສື້ອ ບໍ່ໃສ່ຫຍັງລົງໄປໃນສະລອຍນໍ້າກໍຈະຖືເປັນເລື່ອງປົກກະຕິທີ່ຄຸ້ນຕາ ແຕ່ວ່າເມື່ອເປັນຜູ້ຍິງ ການທີ່ໃສ່ຊຸດໂຊໜ້າເອິກ ຫຼື ບໍ່ໃສ່ຫຍັງເລີຍ ໃນສະຖານທີ່ສາທາລະນະນັ້ນຖືເປັນການອະນາຈານ ແລະ ຜິດຕໍ່ກົດໝາຍທີ່ມີບົດລົງໂທດກັນຢ່າງຊັດເຈນ.

ຫຼ້າສຸດ ສຳນັກງານ​ຄວາມ​ສະເໝີພາບ​ ແລະ ​ຕໍ່​ຕ້ານ​ການ​ການເລືອກປະຕິບັດ ຂອງປະເທດ​ເຢຍລະ​ມັນ ​ປະກາດ​ໃນ​ວັນ​ທີ 11 ມີນາ 2023 ວ່າ “ຄົນ​ທຸກ​ເພດ” ລວມເຖິງ ເພດຍິງ ຢູ່​ນະຄອນ​ເບີ​ລິນ​ຈະ​ສາມາດເປືອຍໜ້າເອິກ ລົງສະລອຍນໍ້າ​ສາທາລະນະໄດ້. ຫຼັງຈາກເມື່ອໄລຍະທ້າຍປີ 2022 ທີ່ຜ່ານມາ ແມ່ຍິງອາຍຸ 33 ປີ ຄົນໜຶ່ງຖືກເຊີນອອກຈາກສະລອຍນໍ້າ ເນື່ອງຈາກລາວປະຕິເສດທີ່ຈະໃສ່ຊຸດລອຍນໍ້າເພື່ອປົກປິດ ດ້ານເທິງຂອງລາວ.

ເຢຍລະມັນ

ແມ່ຍິງຄົນດັ່ງກ່າວໄດ້ຍື່ນຄໍາຮ້ອງທຸກກັບຫ້ອງການຄວາມສະເໝີພາບ ເຊິ່ງຢູ່ພາຍໃຕ້ກະຊວງຍຸຕິທຳ ແລະ ຄະນະກໍາມະການ ໄດ້ປະເມີນຄໍາຮ້ອງຟ້ອງກ່ອນທີ່ຈະຕັດສິນໃຈວ່າທຸກຄົນ ມີສິດທີ່ຈະເປືອຍໜ້າເອິກລົງໄປໃນສະລອຍນໍ້າຢູ່ເບີລິນ ບໍ່ວ່າຈະເປັນເພດຊາຍ, ເພດຍິງ ຫຼືກຸ່ມໃດໆ ກໍຕາມ.

ໂດຍມີລາຍງານລະບຸວ່າ ການເປືອຍກາຍ ໃນສະຖານທີ່ສາທາລະນະແມ່ນ ໜຶ່ງໃນວັດທະນະທໍາທີ່ປາກົດໃນບັນດາຊາວເຢຍລະມັນ ມາຫຼາຍກວ່າຮ້ອຍປີແລ້ວ ໃນນາມຂອງ Freikoerperkultur ຫຼື Free Body Culture, ເຊິ່ງບໍ່ໄດ້ເບິ່ງວ່າເປັນການໂປ້ເປືອຍ ຫຼື ເປັນການຍຸຍົງທາງເພດ ແຕ່ມັນເປັນສິດທິສ່ວນບຸກຄົນທີ່ຈະເປີດເຜີຍຮ່າງກາຍຂອງຕົນເອງໃຫ້ຄົນອື່ນເຫັນ.

ເຢຍລະມັນ

ຢ່າງໃດກໍຕາມ, ແນວຄວາມຄິດຂອງ Freikoerperkultur ມັນໄດ້ກາຍເປັນຂໍ້ຫ້າມໃນລະຫວ່າງການຂຶ້ນມາປົກຄອງຂອງ ນາຊີ ເຢຍລະມັນ. ແຕ່ຕໍ່ມາກຸ່ມຄົນທີ່ສະໜັບສະໜູນແນວຄວາມຄິດນີ້ ກໍຖືກນັບລວມກັບຜູ້ທີ່ສະໜັບສະໜູນແນວຄວາມຄິດ Naturist ຫຼື ແນວຄວາມຄິດຂອງການເປືອຍກາຍນັ້ນເປັນໜຶ່ງດຽວກັບທຳມະຊາດ ເຊິ່ງມີສະມາຊິກຢູ່ໃນຫຼາຍປະເທດຢູໂຣບ ແລະ ແຜ່ຂະຫຍາຍໄປທົ່ວໂລກໃນທຸກມື້ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/