ຫຼ້າສຸດ! ນັກຂ່າວໄທຊ່ອງ NBT ຂໍໂທດປະຊາຊົນລາວ ແລະ ທ່ານ ທູດ ຕໍ່ກັບການສະເໜີຂ່າວລົດໄຟລາວ-ຈີນ ທີ່ມີຂໍ້ມູນບິດເບືອນ


ໃນຕອນບ່າຍເວລາ 15:00 ໂມງ, ວັນທີ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ, ໄດ້ເຂົ້າພົບ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະຖານທູດລາວ, ເພື່ອມາຂໍໂທດ ກ່ຽວກັບການສະເໜີຂ່າວລົດໄຟລາວ-ຈີນ, ເຊິ່ງສື່ຂອງສະຖານີວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງ ໃນວັນທີ 6 ທັນວາ 2021 ທີ່ຜ່ານມາ ໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງ ທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວ ບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງິນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.

ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພິ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ພ້ອມຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນ ໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂຶ້ນອີກ, ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນ, ຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດ ທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂຶ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ, ພ້ອມທັງຮັບປາກຢ່າງໜັກແໜ້ນວ່າຈະບໍ່ໃຫ້ເຫດການລັກສະນະນີ້ເກີດຂຶ້ນອີກ. ພ້ອມດຽວກັນ, ທ່ານພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ໃຫ້ ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມາໄລມາຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.

ຫຼັງຈາກນັ້ນ, ທ່ານທູດ ແສງ ສຸຂະທິວົງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ, ໂດຍຈະນໍາເອົາການຂໍໂທດຄັ້ງນີ້ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວ ຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກສະນະນີ້ເກີດຂຶ້ນອີກ. ໃນໂອກາດນີ້, ທ່ານທູດ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້, ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫລື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດ ເພື່ອຂໍຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວ ທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງ. ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວມີຄວາມພາກພູມໃຈໃນການເປີດການນໍາໃຊ້ລົດໄຟດັ່ງກ່າວ, ເຊິ່ງໂຄງການນີ້ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອະນາຄົດ.

ໃນຕອນທ້າຍນີ້, ທ່ານທູດ ໄດ້ເນັ້ນຄືນຈຸດຢືນຂອງລັດຖະບານ ສປປ ລາວ ຍາມໃດກໍພະຍາຍາມ ເສີມຂະຫຍາຍສາຍພົວພັນມິດຕະພາບບ້ານໃກ້ເຮືອນຄຽງ ທີ່ດີນໍາກັນຂອງສອງປະເທດໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ່ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/