ຫຼຽນຄຳບູຮານອາຍຸເກົ່າແກ່ກວ່າ 2.000 ປີ ຖືກຄົນຮ້າຍໂຈລະກຳໄປຈາກພິພິທະພັນໃນປະເທດເຢຍລະມັນ


ສຳນັກຂ່າວ AP ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດເຢຍລະມັນໄດ້ອອກມາເປີດເຜີຍເມື່ອວັນອັງຄານທີ 22 ພະຈິກທີ່ຜ່ານມາວ່າ ໄດ້ມີໂຈນບຸກເຂົ້າໄປໃນພິພິທະພັນເຊລຕິກ-ໂຣມັນ (Celtic and Roman) ໃນເມືອງ ມານຊິງ ແຄວ້ນບາວາເຣຍ ຂອງເຢຍລະມັນ ໂດຍໂຈນສາມາດໂຈລະກໍາເອົາຫຼຽນຄໍາເຊລຕິກ ບູຮານວັດຖຸທີ່ມີອາຍຸ 100 ປີກ່ອນ ຄ.ສ ຫຼື ປະມານ 2.000 ກວ່າປີ ນ້ຳໜັກລວມຂອງຫຼຽນທີ່ຖືກລັກໄປແມ່ນຢູ່ທີ່ 4 ກິໂລກຣາມ.

ພ້ອມນັ້ນເຈົ້າໜ້າທີ່ພິພິທະພັນຍັງໄດ້ບອກວ່າ ຕູ້ຈັດສະແດງທີ່ໃສ່ຫຼຽນເຊລຕິກແມ່ນຖືກທຳລາຍຈົນແຕກເສຍຫາຍ ແລະ ຫຼຽນປະມານ 450 ຫຼຽນຈາກທັງໝົດ 483 ຫຼຽນຖືກເອົາໄປໄດ້ລວມມູນຄ່າເສຍຫາຍຫຼາຍລ້ານຢູໂຣ.

ໂດຍຫຼຽນດັ່ງກ່າວຖືກຄົ້ນພົບໃນປີ 1999 ລະຫວ່າງການຂຸດຄົ້ນນິຄົມບູຮານໃນເມືອງມານຊິງ ແລະຖືເປັນຫຼຽນຄໍາຊຸດໃຫຍ່ທີ່ສຸດຂອງຊາວເຊລຕິກ ທີ່ຖືກຂຸດພົບໃນສະຕະວັດທີ 20 ແລະຜູ້ຊ່ຽວຊານກໍຄາດວ່າຫຼຽນຄຳນີ້ຖືກສ້າງຂຶ້ນມາເມື່ອ 100 ປີກ່ອນ ຄ.ສ.

ແຕ່ສິ່ງທີ່ເຈົ້າໜ້າທີ່ກັງວົນໄປກວ່ານັ້ນຄືຢ້ານວ່າ ຄົນຮ້າຍຈະນຳຫຼຽນຄຳເຫຼົ່ານີ້ໄປຫຼອມໃໝ່ ເຊິ່ງເທົ່າກັບວ່າຮູບຊົງເກົ່າຂອງຫຼຽນບູຮານທີ່ມີປະຫວັດສາດອັນຍາວນານຈະຖືກທຳລາຍຫາຍໄປໝົດ.

ຫຼັງຈາກເກີດເຫດ Markus Blume ລັດຖະມົນຕີກະຊວງວິທະຍາສາດແລະສິລະປະຂອງແຄວ້ນບາວາເຣຍ ກໍໄດ້ອອກມາລະບຸວ່າ ໃນຂະນະທີ່ເກີດເຫດຢູ່ນັ້ນລະບົບຮັກສາຄວາມປອດໄພທັງໝົດຂອງພິພິທະພັນ ລວມທັງລະບົບໂທລະສັບຂອງເມືອງມານຊິງແມ່ນຫຼົ້ມຢູ່ ເຊິ່ງເຮັດໃຫ້ເຈົ້າໜ້າທີ່ກວ່າຈະຮູ້ເລື່ອງກໍຄືຕອນເຊົ້າຂອງມື້ຕໍ່ໄປ ດັ່ງນັ້ນຈຶ່ງສັນນິຖານໄດ້ວ່າການກໍ່ເຫດໂຈລະກໍາດັ່ງກ່າວບໍ່ແມ່ນການລົງມືກໍ່ເຫດພຽງຄົນດຽວຢ່າງແນ່ນອນ ແລະຄາດວ່າໜ້າຈະມີອົງກອນ ຫຼືກຸ່ມຄົນທີ່ຮ່ວມກັນວາງແຜນມາເປັນຢ່າງດີ ເຊິ່ງທາງຕໍາຫຼວດຈະເລັ່ງສືບສວນແລະຕິດຕາມເອົາຫຼຽນຄຳດັ່ງກ່າວກັບຄືນມາຢ່າງຮີບດ່ວນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/