“One Love” ສິດທິ ແລະ ຄວາມເທົ່າທຽມ ໃນບານໂລກ ທີ່ຖືກຈຳກັດດ້ວຍກົດໝາຍ ແລະ ສາສະໜາ ຂອງປະເທດເຈົ້າພາບ


ຢ້ອນກັບໄປກ່ອນການແຂ່ງຂັນບານໂລກ ຄັ້ງນີ້ຈະເປີດສາກຂຶ້ນ ທ່າມກາງເລື່ອງລາວຫຼາຍຢ່າງ ທີ່ກ່ຽວເນື່ອງກັບ ບັນຫາເລື່ອງສິດທິມະນຸດ ແລະ ການແບ່ງແຍກຍິງ-ຊາຍ ແລະ ການຕໍ່ຕ້ານ ຊາວ LGBTQIA+ ຂອງປະເທດເຈົ້າພາບ ເຮັດໃຫ້ 8 ປະເທດ ໃນຢູໂຣບ ທີ່ຈະເຂົ້າໄປແຂ່ງຂັນບານໂລກຄັ້ງນີ້ ຮ່ວມກັນອອກແຄັມເປນ One Love ເພື່ອຕໍ່ຕ້ານການຈຳແນກເພດທາງເລືອກ ໂດຍທີມທີ່ເຂົ້າຮ່ວມໄດ້ແກ່ ທີມຊາດອັງກິດ, ທີມຊາດ ເນເທີແລນ, ທີມຊາດ ເບວຢຽມ, ທີມຊາດ ເດນມາກ, ທີມຊາດ ຝຣັ່ງ, ທີມຊາດ ເຢຍລະມັນ, ທີມຊາດ ສະວິດເຊີແລນ ແລະ ທີມຊາດເວວ.

ໂດຍການສະແດງອອກຄັ້ງນີ້ ຈະເປັນການໃຫ້ ກັບຕັນທີມຂອງທີມຊາດ ທີ່ເຂົ້າຮ່ວມ ໃສ່ປອກແຂກກັບຕັນທີ່ມີຄຳວ່າ #ONE ພ້ອມຫົວໃຈສີຮຸ້ງທີ່ປະກອບດ້ວຍສີສົ້ມ, ດຳ, ຂຽວ, ແດງ ເຫຼືອງ ແລະ ສີຟ້າ ພ້ອມກັບມີຕົວເລກ 1 ໃນຮູບຫົວໃຈ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ ແຄມເປນດັ່ງກ່າວ ຈະຖືກອະນຸມັດຈາກສະຫະພັນບານເຕະຢູໂຣບ ຫຼື  UEFA ແຕ່ການທີ່ຈະໄປໃສ່ປອກແຂນທີ່ມີການສື່ຄວາມໝາຍໃນລັກສະນະດັ່ງກ່າວ ທີ່ປະເທດກາຕ້າ ປະເທດເຈົ້ພາບບານໂລກ 2022 ທີ່ເຄັ່ງຄັດກັບເລື່ອງນີ້ ກໍຍັງຖືວ່າເປັນເລື່ອງ ສະມາຄົມບານເຕະ ສາກົນ ຫຼື FIFA ນັ້ນ ສະແດງຄວາມກັງວົນຢ່າງຊັດເຈນ ແລະ ບໍ່ໃຫ້ຄວາມຄິດເຫັນໃດໆ ກ່ຽວກັບເລື່ອງນີ້.

ສຳລັບປະເທດ ກາຕ້າ ເຈົ້າພາບນັ້ນຄວາມຮັກລະຫວ່າງເພດດຽວກັນ ບໍ່ໄດ້ເປັນພຽງເລື່ອງທີ່ຜິດຕາມຫຼັກສາສະໜາທີ່ເຄັ່ງຄັດ ແຕ່ຍັງເປັນເລື່ອງທີ່ຜິດກົດໝາຍ ແລະ ມີບົດລົງໂທດຢ່າງຊັດເຈນ.​ ທາງ FIFA ຈຶ່ງກັງວົນວ່າ ເລື່ອງນີ້ຈະໄປກະທົບການເມືອງ ແລະ ສາສະໜາຂອງ ປະເທດເຈົ້າພາບ. ເຊິ່ງກ່ອນການແຂ່ງຂັນຈະເລີ່ມຂຶ້ນ ຫົວໜ້າຝ່າຍການແຂ່ງຂັນບານໂລກ ກໍໄດ້ອອກມາຮຽກຮ້ອງກັບປະຊາຄົມໂລກວ່າ ຢາກໃຫ້ແຟນບານ ໃຫ້ຄວາມສຳຄັນກັບເລື່ອງໃນສະໜາມຫຼາຍກວ່າເລື່ອງການເມືອງພາຍໃນປະເທດກາຕ້າ.

ເຊິ່ງຕາມກົດລະບຽບຂອງ FIFA ໄດ້ລະບຸວ່າໄວ້ຢ່າງຊັດເຈນວ່າ ອຸປະກອນ ຫຼື ຊຸດອຸປະກອນທີ່ຈະໃສ່ລົງໃນສະໜາມນັ້ນ ຕ້ອງບໍ່ມີຂໍ້ຄວາມ, ສັນຍະລັກ ຫຼື ທ່າທີ ທີ່ສະແດງອອກທາງການເມືອງ.

ຈົນສຸດທ້າຍກ່ອນການແຂ່ງຂັນຈະເລີ່ມຂຶ້ນ ພຽງມື້ດຽວ ທາງ FIFA ໄດ້ມີການສົ່ງຈົດໝາຍເຕືອນໄປຫາ ບັນດາທີມຊາດທີ່ຈະໃສ່ປອກແຂກດັ່ງກ່າວລົງສະໜາມ ວ່າຖ້າຜູ້ໃດລະເມີດ ຈະມີການປັບໄໝເງິນ ແລະ ແຈກໂທດໃບເຫຼືອງທັນທີ ເຊິ່ງອາດສົ່ງຜົນຕໍ່ການແຂ່ງຂັນ ເຮັດໃຫ້ເກີດຄວາມບໍ່ພໍໃຈໃຫ້ກັບຊາດຕ່າງໆ ທີ່ສະໜັບສະໜູນເລື່ອງນີ້ເປັນຢ່າງສູງ.

ຈົນມາຮອດຄໍ່າຄືນຂອງວັນທີ 23 ພະຈິກ 2022 ຂອງເກມການແຂ່ງຂັນບານໂລກ 2022 ກຸ່ມ E ທີ່ທີມຊາດເຢຍລະມັນ ພົບກັບ ທີມຊາດຍີ່ປຸ່ນ. ໂດຍກ່ອນເກມນັດນີ້ຈະເລີ່ມຕົ້ນຂຶ້ນ ທັບນັກກິລາ ທີມຊາດເຢຍລະມັນ ທັງ 11 ຄົນ ໄດ້ຍົກມືມາປິດປາກຕົນເອງ ໃນຕອນຖ່າຍຮູບລວມກັນ ເພື່ອເປັນການປະທ້ວງຄຳສັ່ງຂອງ FIFA ທີ່ສັ່ງຫ້າມບໍ່ໃຫ້ໃສ່ປອກແຂກ One Love ລົງສະໜາມ.

ໂດຍທາງ ສະມາຄົມບານເຕະ ເຢຍລະມັນ ຫຼື DFB ຊີ້ແຈງເຖິງການປະທ້ວງດັ່ງກ່າວຂອງ ທັບນັກເຕະທີມຊາດ ເຢຍລະມັນວ່າ: “ມັນບໍ່ແມ່ນເລື່ອງຂອງການເມືອງ ສິດທິມະນຸດຄືສິ່ງທີ່ບໍ່ຄວນມີການຕໍ່ຮອງ ມັນຄືສິ່ງທີ່ຄວນຖືກຍອມຮັບ ແຕ່ມັນກໍບໍ່ເປັນແບບນັ້ນ ນັ້ນຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງຂໍ້ຄວາມດັ່ງກ່າວຈຶ່ງມີຄວາມສຳຄັນກັບພວກເຮົາ”.

“ການປະຕິເສດປອກແຂນຂອງພວກເຮົາ ກໍປຽບເໝືອນການປະຕິເສດທີ່ຈະຮັບຟັງສຽງຂອງພວກເຮົາ ເຮົາຂໍຢຶດໝັ້ນໃນສິ່ງທີ່ພວກເຊື່ອ ນັ້ນກໍຄືຄວາມຫຼາກຫຼາຍ ແລະ ເຄົາລົບເຊິ່ງກັນ ແລະ ກັນ ຮ່ວມກັບປະເທດອື່ນໆ”

ນອກຈາກນີ້ ທາງ DFB ກໍຍັງໄດ້ສົ່ງຄຳຮ້ອງໄປຫາສານກິລາໂລກ CAS ເພື່ອບໍ່ໃຫ້ FIFA ລົງໂທດ ທີມທີ່ມີຄວາມຕ້ອງການຈະໃສ່ປອກແຂນສີຮຸ້ງລົງສະໜາມໃນການແຂ່ງຂັນບານໂລກ ເພາະເປັນເລື່ອງທີ່ບໍ່ຍຸຕິທຳ ແລະ ຂໍໃຫ້ມີການທົບທວນເລື່ອງນີ້ຄືນໃໝ່ ເພາະພວກເຂົາຄິດວ່າ ປອກແຂນນີ້ ບໍ່ແມ່ນເລື່ອງທີ່ຜິດກົດໝາຍ ແລະ ການສະແດງອອກທາງການເມືອງແຕ່ຢ່າງໃດ.

ກ່ອນໜ້ານີ້ ທັງ ອັງກິດ ແລະ ເນເທີແລນ ສອງທີມຊາດ ພັນທະມິດ ທີ່ລົງສະໜາມໄປກ່ອນໜ້ານີ້ ກໍໄດ້ຍົກເລີກທີ່ຈະໃສ່ປອກແຂນດັ່ງກ່າວລົງສະໜາມ ເພາະບໍ່ຕ້ອງການໃຫ້ນັກເຕະຂອງຊາດຕົນເອງ ຕິດໂທດໃບເຫຼືອງໂດຍອັດຕະໂນມັດ ເຊິ່ງອາດສົ່ງຜົນຕໍ່ຜົນການແຂ່ງຂັນໃນນັດຕໍ່ໆໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/