ຈະເປັນໄປໄດ້ຫຼືບໍ່? ທີ່ມັງກອນ ຈະມີແທ້ ບໍ່ແມ່ນເລື່ອງເລົ່າຂານອີກຕໍ່ໄປ ແຕ່ອາດຈະເປັນໄດໂນເສົາອີກຊະນິດໜຶ່ງ ທີ່ເຄີຍມີຊີວິດຢູ່ເມື່ອ 240 ລ້ານປີກ່ອນ ກໍເປັນໄປໄດ້ ໂດຍມີງານວິໄຈຈາກ Earth and Environmental Science : Transactions of the Royal Society of Edinburgh ໄດ້ອອກມາເຜີຍວ່າ ນັກວິທະຍາສາດໄດ້ຂຸດພົບສັດເລືອຄານສາຍພັນ Dinocephalosaurus orientails ຫຼື ມັງກອນຈີນ ໃນມົນທົນກຸ້ຍໂຈ ທາງຕອນໃຕ້ຂອງປະເທດຈີນ.
ການຄົ້ນພົບໃນເທື່ອນີ້ເຮົາໄດ້ເຫັນຮ່າງເຕັມໆຂອງສັດຄໍຍາວເປັນຄັ້ງທຳອິດ ແລະ ເປັນອີກໜຶ່ງຕົວຢ່າວຂອງໂລກທີ່ແປກປະຫຼາດ ແລະ ມະຫັດສະຈັນຂອງຍຸກໄທແອສຊິກ ທີ່ຍັງຄົງເຮັດໃຫ້ເຮົາສັບສົນກັບຮູບຮ່າງຂອງມັນ ທີ່ມີລັກສະນະຄ້າຍຄືກັບມັງກອນຈາກຕຳນານໃນປະເທດຈີນ ນັ້ນເອງ.
ພ້ອມຍັງເປັນການກະຕຸ້ນຄວາມຫວັງຂອງນັກວິທະຍາສາດວ່າງານວິໄຈໃນອະນາຄົດຊ່ວຍໃຫ້ເຮົາເຂົ້າໃຈວິວັດທະນາການຂອງສັດກຸ່ມນີ້ໃຫ້ຫຼາຍຂຶ້ນໂດຍສະເພາະສັດທີ່ມີລັກສະນະຄໍຍາວ;
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/