ຫຼາຍພາກສ່ວນຮ່ວມໃຫ້ກຳລັງໃຈນັກກິລາບານເຕະຍິງ-ຊາຍທີມຊາດລາວ ທີ່ຈະເຂົ້າຮ່ວມຊີເກມທີ່ຫວຽດນາມ


ນັກກິລາບານເຕະຊາຍທີມຊາດລາວ ຈະອອກເດີນທາງໃນວັນທີ 4 ພຶດສະພາ, ສ່ວນທີມຍິງ ຈະອອກເດີນທາງໃນວັນທີ 6 ພຶດສະພານີ້ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022.

ກ່ອນອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ໃນວັນທີ 2 ພຶດສະພາ 2022 ທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ກຽດເປັນປະທານໂອ້ລົມຄະນະນໍາ ແລະ ນັກກິລາບານເຕະທັງຊາຍ ແລະ ຍິງ ໂດຍມີ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວເຂົ້າຮ່ວມ.

ໃນພິທີຄັ້ງນີ້, ກ່ອນອື່ນ ທ່ານ ນາງ ພູໄຊ ແພງພົງ ຄະນະນຳທີມບານເຕະຍິງ ແລະ ທ່ານ ປະສາດໄຊ ພິລາພັນເດຊ ຄະນະນຳທີມບານເຕະຊາຍ ໄດ້ປ່ຽນກັນຂຶ້ນລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມຍິງ ແລະ ຊາຍ ເພື່ອກະກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ເຊິ່ງຄະນະນໍາ ແລະ ທັງນັກກິລາ ທຸກຄົນແມ່ນມີຄວາມພ້ອມແລ້ວເຕັມຮ້ອຍ.

ຫຼັງຈາກນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກໃຫ້ ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ເອົາໃຈໃສ່ປະຕິບັດຕາມລະບຽບການທີ່ເຈົ້າພາບ ກໍຄື ຄະນະຮັບຜິດຊອບ ຈັດການແຂ່ງຂັນກິລາແຕ່ລະປະເພດຢ່າງເຂັ້ມງວດ, ຕັ້ງໃຈແຂ່ງຂັນຈົນສຸດຄວາມສາມາດ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນຕົວແທນນັກກິລາທັງຊາດເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານ ເພື່ອຍາດເອົາໄຊຊະນະ ແລະ ສ້າງກຽດຊື່ສຽງມາໃຫ້ປະເທດຊາດ. ນອກຈາກນີ້ ຕ້ອງຖືໂອກາດສໍາຄັນດັ່ງກ່າວສະແດງໃຫ້ຊາດອື່ນຮັບຮູ້ກ່ຽວກັບວັດທະນະທໍາ ກໍຄື ນໍ້າໃຈໄມຕຣີຈິດມິດຕະພາບທີ່ດີຂອງນັກກິລາລາວຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ ກໍຄື ເພື່ອນຮ່ວມອາຊີບນຳກັນ ແລະ ຮູ້ເສຍ-ຮູ້ຊະນະ.

ສໍາລັບການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ມີ 10 ປະເທດ ເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມ ຄື:

  • ກຸ່ມ ເອ: ຫວຽດນາມ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍເລສເຕ.
  • ກຸ່ມ ບີ: ໄທ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ລາວ.

      ສ່ວນຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້:

  • ວັນທີ 7 ພຶດສະພາ, ສິງກະໂປ ພົບ ລາວ, ແຂ່ງຂັນຢູ່ສະໜາມ Thien Truong, ເວລາ 16 ໂມງ 00.
  • ວັນທີ 9 ພຶດສະພາ, ລາວ ພົບ ກຳປູເຈຍ, ແຂ່ງຂັນຢູ່ສະໜາມ Thien Truong, ເວລາ 16 ໂມງ 00. 
  • ວັນທີ 11 ພຶດສະພາ, ມາເລເຊຍ ພົບ ລາວ,  ແຂ່ງຂັນຢູ່ສະໜາມ Thien Truong, ເວລາ 19 ໂມງ 00
  • ວັນທີ 16 ພຶດສະພາ. ລາວ ພົບ ໄທ, ແຂ່ງຂັນຢູ່ສະໜາມ Thien Truong, ເວລາ 19 ໂມງ 00

ສໍາລັບການແຂ່ງຂັນບານເຕະຍິງ ມີ 7 ປະເທດ ເຂົ້າຮ່ວມແຂ່ງຂັນ, ແບ່ງອອກເປັນ 2 ກຸ່ມ ຄື: 

  • ກຸ່ມເອ : ຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ.
  • ກຸ່ມບີ: ໄທ, ມຽນມາ, ລາວ ແລະ ສິງກະໂປ

 ສ່ວນຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:

  • ວັນທີ 10 ພຶດສະພາ, ມຽນມາ ພົບ ລາວ, ແຂ່ງຂັນຢູ່ທີ່ສະໜາມ Cam Pha, ເວລາ 16 ໂມງ 00
  • ວັນທີ 13 ພຶດສະພາ, ລາວ ພົບ ສິງກະໂປ, ແຂ່ງຂັນຢູ່ທີ່ສະໜາມ Cam Pha, ເວລາ 16 ໂມງ 00
  • ວັນທີ 15 ພຶດສະພາ, ລາວ ພົບ ໄທ, ແຂ່ງຂັນຢູ່ທີ່ສະໜາມ Cam Pha, ເວລາ 16 ໂມງ 00

ຂອບໃຈຂໍ້ມູນຈາກ: https://bit.ly/3kzi8At

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/