ຫູຟັງຕົວທຳອິດຂອງໂລກທີ່ສາມາດແປພາສາໄດ້


ຖ້າທ່ານເຄີຍເບິ່ງໜັງ ຫຼື Series sci-fi ທີ່ມີມະນຸດຕ່າງດາວ ທ່ານອາດຈະສົງໄສວ່າພວກເຂົາສາມາດສື່ສານກັນໄດ້ແນວໃດ ຖ້າໃຫ້ເດົາໃນຍຸກນັ້ນໜ້າຈະມີເຄື່ອງແປພາສາກາງ ທີ່ເມື່ອເວລາເຮົາເວົ້າພາສາຂອງເຮົາອອກໄປ ເຄື່ອງແປພາສາດັ່ງກ່າວກໍຈະຊ່ວຍແປພາສາໃຫ້ອີກຝ່າຍເຂົ້າໃຈ ແລະ ຖ້າອີກຝ່າຍເວົ້າມາເຄື່ອງແປພາສາຂອງເຮົາກໍຈະຊ່ວຍແປໃນຮູບແບບຄືໃນໜັງ ຫຼື Series ທີ່ເຮົາເຄີຍເບິ່ງກັນນັ້ນເອງ ພຽງແຕ່ວ່າມັນຍັງແປພາສາຕ່າງດາວບໍ່ໄດ້ ແຕ່ແປພາສາທີ່ຢູ່ເທິງໂລກຂອງເຮົາໄດ້ເຖິງ 40 ພາສາ.

ລະບົບຂອງ Timekettle WT2 Edge ສາມາດແປພາສາໄດ້ 40 ພາສາ ແລະ 93 ສຳນຽງທີ່ມີຄວາມຄ້າຍຄືເຖິງ 95% ພາສາທີ່ເວົ້າຫຼາຍທີ່ສຸດໃນໂລກ, 7 ພາສາຈະຖືກຈັດເກັບແບບອອນລາຍເທິງ WT2 Edge ເຮັດໃຫ້ແປພາສາໄດ້ເຖິງແມ່ນວ່າບໍ່ໄດ້ເຊື່ອມຕໍ່ກັບອິນເຕີເນັດກໍຕາມ. ຄວາມສຸດຍອດຂອງ Timekettle WT2 Edge ເກີດຈາກເຕັກໂນໂລຊີແປພາສາທີ່ຖືກພັດທະນາມາກ່ອນໜ້າທັງໝົດ ໂດຍໃຊ້ເຄື່ອງມືແປພາສາຊັ້ນນຳ 6 ຕົວມາປະກອບເຂົ້າກັນເຊິ່ງໄດ້ແກ່: DeepL, Google, Microsoft, iFlytek, AmiVoice ແລະ Hoya ລວມໄປເຖິງເຄື່ອງມືແປພາສາຂອງ Timekettle ເພື່ອໃຫ້ແປພາສາ ແລະ ສຳນຽງໄດ້.

Timekettle WT2 Edge ປະກອບດ້ວຍ 3 ໂໝດຄື.

  1. Simul Mode: ຊ່ວຍໃຫ້ເຮົາ Share ຫູຟັງອີກຂ້າງໜຶ່ງກັບຄົນທີ່ກຳລັງສົນທະນານຳໄດ້ ແລະ ຫູຟັງທັງສອງຈະເຮັດວຽກເປັນນັກແປໃຫ້ແກ່ກັນ ແລະ ກັນ ໂດຍຈະແປທັງ input – output ແບບ Realtime ເພື່ອໃຫ້ແນ່ໃຈວ່າເຮົາສົນທະນາກັນໄດ້ແບບລື່ນໄຫຼ.
  2. Speaker Mode: ຫາກທ່ານສົນທະນາກັນແບບສັ້ນໆຕົວຫູຟັງຈະແປພາສາທີ່ເຮົາເວົ້າ ແລະ ເວົ້າອອກທາງ Smart Phone ໃຫ້ໄດ້ຍິນເປັນລຳໂພງແທນ ອີກທັງຍັງສາມາດສະແດງເປັນຂໍ້ຄວາມໄດ້ອີກດ້ວຍ ສາມາດຮັບສຽງໄດ້ດີ ເຖິງແມ່ນວ່າຢູ່ໃນພື້ນທີ່ສຽງດັງ.
  3. Touch Mode: ຊ່ວຍໃຫ້ເຮົາສົນທະນາຂ້າມວັດທະນະທຳ ແລະ ຊ່ວຍໃຫ້ເຮົາສາມາດສຳຜັດຫູຟັງ ເພື່ອເປີດໃຊ້ງານ ໄມ ຂອງເຮົາໄດ້ (ເຊື່ອມຕໍ່ກັບໄມ) ຮອງຮັບການໃຊ້ງານຮ່ວມກັນ 6 ຄົນ (ສາມາດແປພາສາອອກມາແຍກກັນໄດ້ 6 ພາສາພ້ອມກັນ) Timekettle WT2 Edge ຮອງຮັບການສົນທະນາແບບກຸ່ມໄດ້ເຖິງ 30 ຄົນ ທີ່ຖ້າແຕ່ລະຄົນເວົ້າພາສາທີ່ຕ່າງກັນ ຕົວຫູຟັງຈະແປໄດ້ກວມທັງ 30 ພາສາ, ໝາຍຄວາມວ່າຖ້າເຮົາປະຊຸມວຽກກັບຄົນທົ່ວໂລກຜ່ານທາງ Zoom ເຮົາສາມາດເຊື່ອມຕໍ່ກັບໄມ ແລ້ວລົມວຽກງານກັບຄົນຕ່າງເຊື້ອຊາດທີ່ມີຄວາມຫຼາກຫຼາຍແຕກຕ່າງກັນໄດ້.

Timekettle WT2 Edge ຍັງສາມາດບັນທຶກການສົນທະນາລົງໃນ App Timkettle ໃຫ້ແບບອັດຕະໂນມັດພ້ອມແປພາສາ ແລະ ແປງເປັນຂໍ້ຄວາມໃຫ້ທັນທີ ຊ່ວຍໃຫ້ເຮົາບັນທຶກ ແລະ Share ການສົນທະນາໄດ້ງ່າຍຂຶ້ນ ມີລະບົບຕັດສຽງລົບກວນ ແລະ ລະບົບຈັບສຽງການເວົ້າຂອງເຮົາພາຍໃນຕົວໃຊ້ເວລາໃນການແປພາສາ 0.5 ml ວິນາທີ ສາມາດແປພາສາໄດ້ດົນເຖິງ 3 ຊົ່ງໂມງ ຕໍ່ເນື່ອງ ມາພ້ອມກັບເຄສສາກທີ່ສາມາດເກັບພະລັງງານໄດ້ດົນເຖິງ 12 ຊົ່ວໂມງ.

ກຳນົດຂອງການວາງຈຳໜ່າຍແມ່ນໃນເດືອນ ເມສາ ປີ 2021 ນີ້ ແລະ ຂ່າວດີໄປກວ່ານັ້ນ ຕອນນີ້ທາງຫູຟັງ Timekettle WT2 Edge ໄດ້ລົດລາຄາ 50% ຢູ່ ຖືວ່າຖືກສຸດຢູ່ທີ່ $102 ໄດ້ຫູຟັງ ແລະ Offline Language Pack. ລາຄາທີ່ແພງທີ່ສຸດຄື $254 ຈະໄດ້ຫູຟັງເຖິງ 2 ຊຸດ ແລະ Offline Language Pack 2 ຊຸດ ຖືວ່າກຸ້ມສຸດໆໄປເລີຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/EventPassfanpage/photos/a.433800690027832/5128504507224070

https://www.tnnthailand.com/content/68854