ຫວຽດນາມມາແຮງ ຕັ້ງເປົ້າເປັນປະເທດທີ່ພັດທະນາແລ້ວ ໃນປີ 2030-2050

ຫວຽດນາມມາແຮງ

ຫວຽດນາມເປັນປະເທດໜຶ່ງໃນອາຊຽນ ທີ່ມີຄວາມທັນສະໄໝໃນຫຼາຍໆດ້ານ ມີຊັບພະຍາກອນມະນຸດທີ່ມີຄວາມສາມາດເປັນຈຳນວນຫຼາຍພໍສົມຄວນ, ໂດຍສະເພາະທາງດ້ານເສດຖະກິດດ້ານອຸດສາຫະກຳ ຈະເຫັນໄດ້ຢ່າງຊັດເຈນວ່າປະເທດຫວຽດນາມກໍໄດ້ຜະລິດເຄື່ອງອຸປະໂພກ-ບໍລິໂພກ ໄດ້ເອງ. ເປັນສິນຄ້າທີ່ບໍ່ມີການນຳເຂົ້າຈາກປະເທດອື່ນຫຼາຍເທົ່າທີ່ຄວນ ສ່ວນຫຼາຍແລ້ວຈະນິຍົມໃຊ້ແຕ່ຂອງປະເທດຕົນເອງຜະລິດ.

ການຈະເລີນເຕີບໂຕທາງດ້ານອຸດສາຫະກຳກໍກຳລັງພົ້ນເດັ່ນ ຫວຽດນາມຕັ້ງເປົ້າຈະມີອຸດສາຫະກຳທັນສະໄໝທີ່ມີລາຍໄດ້ໃນລະດັບປານກາງຫາລະດັບສູງ ພາຍໃນປີ 2030 ແລະ ຈະເປັນ “ປະເທດທີ່ພັດທະນາແລ້ວ” ໃນປີ 2050 ສະຫຼຸບກໍຄືຕັ້ງເປົ້າໄວ້ອີກປະມານ 27 ປີ.

ຫວຽດນາມມາແຮງ

ຫວຽດນາມມີວິໄສທັດເຖິງ 2050 ຄາດວ່າ GDP ອາດຈະເຕີບໂຕສະເລ່ຍຢູ່ທີ່ 7% ຕໍ່ປີ ແລະ ໃນປີ 2030 ລາຍໄດ້ຂອງປະຊາກອນຕໍ່ຄົນຈະສາມາດໄດ້ເຖິງ 7.500 ໂດລາສະຫະລັດ. ສ່ວນການຈະເລີນເຕີບໂຕທາງດ້ານເສດຖະກິດ ຂຶ້ນຢູ່ກັບວິທະຍາສາດ ແລະ ເທັກໂນໂລຍີ ນະວັດຕະກຳ ແລະ ການປ່ຽນແປງເຂົ້າສູ່ດິຈິຕອນ ໂດຍອັດຕາການຄວາມເປັນເມືອງຂອງປະເທດຄວນເກີນ 50% ແລະ ພື້ນທີ່ເມືອງ 3-5​ ແຫ່ງໃນຫວຽດນາມ ຈະໄດ້ຮັບການພັດທະນາໃຫ້ຂຶ້ນສູງລະດັບພູມີພາກ ແລະ ລະດັບໂລກ.

ໃນອະນາຄົດຫວຽດນາມຈະກາຍເປັນໜຶ່ງໃນປະເທດທີ່ມີອຸດສາຫະກຳຊັ້ນນຳໃນເອເຊຍ ແລະ ຈະເປັນ “ສູນກາງທາງການເງິນ” ໃນລະດັບພູມີພາກ ແລະ ລະຫວ່າງປະເທດ ເປັນປະເທດທາງທະເລທີ່ແຂງແຮງ ລວມໄປເຖິງເປັນສູນກາງເສດຖະກິດທາງທະເລໃນພູມີພາກເອເຊຍແປຊີຟິກ.

ຫວຽດນາມມາແຮງ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/