ສົ່ງເສີມການກະສິກຳ! ອັດຕະປືນຳເອົາແນວພັນປາ 2 ໝື່ນກວ່າໂຕ ລ້ຽງໃສ່ນາເຂົ້າ

ອັດຕະປື

ອໍານາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ນໍາເອົາແນວພັນປາ ຈໍານວນ 2 ໝື່ນ 8 ພັນກວ່າໂຕ,ເຊິ່ງມີປາປາກ, ປານິນ ແລະ ປາໄນ, ລວມມູນຄ່າ 22 ລ້ານ 4 ແສນກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືສາກົນປະເທດເກົາຫຼີ ໄປມອບໃຫ້ປະຊາຊົນ ຈໍານວນ 14 ຄອບຄົວ ໃນ 7 ບ້ານເປົ້າໝາຍຂອງເມືອງສະໜາມໄຊ ເພື່ອສ້າງໃຫ້ກາຍເປັນຄອບຄົວຕົວແບບໃນການລ້ຽງປາໃນນາເຂົ້າ, ເຊິ່ງມີ: ບ້ານຄັງ, ບ້ານຈູມໂພຍ, ບ້ານອິນທີ, ບ້ານດອນເສືອ, ບ້ານດອນໄຜ່, ບ້ານດອນສູງ ແລະ ບ້ານອຸດົມໄຊ.

ອັດຕະປື

ພິທີມອບ-ຮັບໄດ້ຈັດຂື້ນຢ່າງເປັນທາງການ ເມື່ອວັນທີ 16 ສິງຫາ 2022 ທີ່ຫ້ອງການບ້ານດອນໄຜ່, ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ, ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນປະເທດເກົາຫຼີປະຈໍາແຂວງອັດຕະປື ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຄອບຄົວເປົ້າໝາຍການລ້ຽງປາໃສ່ນາເຂົ້າ ເຂົ້າຮ່ວມ.

ອັດຕະປື

ໃນໂອກາດກ່າວມອບແນວພັນປາ ທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ ໄດ້ກ່າວວ່າ: ເມືອງສະໜາມໄຊ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກໃນຄັ້ງວັນທີ 23 ກໍລະກົດ ປີ 2018 ຜ່ານມາ, ສະນັ້ນ ເພື່ອເປັນການພື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ທາງອໍານາດການປົກຄອງເມືອງສະໜາມໄຊ ຮ່ວມກັບບັນດາອົງສາກົນ ໄດ້ພະຍາຍາມໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຕະຫຼອດມາ,ໂດຍສະເພາະທາງໂຄງການຮ່ວມມືສາກົນປະເທດເກົາຫຼີ ເປັນໂຄງການໜຶ່ງທີ່ໄດ້ໃຫ້ທຶນສະໜັບສະໜູນ ການພື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ ຕະຫຼອດມາ, ເປັນຕົ້ນແມ່ນໂຄງການລ້ຽງໝູລາດ, ລ້ຽງໄກ່ລາດ ແລະ ໂຄງການປູກພືດສວນຄົວ ແລະ ຊ່ວຍເຫຼືອແນວພັນປາ ເພື່ອລ້ຽງປາໃນນາເຂົ້າ. ຄັ້ງນີ້ ເປັນການລ້ຽງປາຂັ້ນເລີ່ມຕົ້ນຂອງໂຄງການທີ່ໄດ້ຈັດຕັ້ງຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຕອບສະໜອງທາງດ້ານອາຫານ ໂພສະນາການ, ທັງເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ອັດຕະປື

ຂອບໃຈຂໍ້ມູນຈາກ: https://cutt.ly/sXlsbPN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply