ສຸດອັດສະຈັນ! ກ້ອງ Hubble ຂອງ NASA  ສາມາດຈັບຮູບພາບກາແລັກຊີສອງແຫ່ງທີ່ກຳລັງຈະຕຳ-ລວມຕົວກັນ


ກາແລັກຊີນັ້ນເປັນສະຖານທີ່ ທີ່ກວ້າງໃຫຍ່ສຸດແສນຈະບັນຍາຍ ແລະ ທຸກມື້ນີ້ມະນຸດເຮົາກໍຍັງຕ້ອງໄດ້ສຶກສາຄົ້ນຄວ້າກ່ຽວກັບມັນຢູ່ຕະຫຼອດເວລາ. ນອກຈາກນີ້ແລ້ວກາແລັກຊີນັ້ນກໍຈະມັກມີເຫດການເໜືອທຳມະຊາດຕ່າງໆ ເກີດຂຶ້ນຢູ່ສະເໝີ ເຊັ່ນດຽວກັນກັບເຫດການນີ້ເມື່ອ “Arp 282” ເປັນຊື່ຂອງກາແລັກຊີສອງແຫ່ງ ທີ່ກຳລັງຈະຕຳກັນ ແລະ ມັນຖືກບັນທຶກໄວ້ດ້ວຍກ້ອງຂອງ NASA.

ຮູບພາບກາແລັກຊີທີ່ເຈົ້າເຫັນຕໍ່ໄປນີ້ມັນມີຊື່ວ່າ “Arp 282” ເຊິ່ງເປັນກາແລັກຊີສອງແຫ່ງກຳລັງຈະລວມຕົວກັນ ໃນຮູບຈະເຫັນວ່າ ກາແລັກຊີດ້ານລຸ່ມ ເປັນກາແລັກຊີປະເພດເຊຍ໌ເຟີດ (Seyfert galaxy) ມີ ຊື່ວ່າ NGC 169 ສ່ວນກາແລັກຊີອີກອັນທີ່ຢູ່ທາງດ້ານເທິງມີຊື່ວ່າ IC 1559 ໂດຍຮູບພາບສຸດແສນອັດສະຈັນນີ້ຖືກບັນທຶກໄວ້ໂດຍກ້ອງໂທລະທັດອະວະກາດ ຮັບເບິລ (Hubble Space Telescope).

ຄວາມໜ້າສົນໃຈຂອງຮູບພາບນີ້ແມ່ນ ທີ່ບໍລິເວນໃຈກາງຂອງສອງກາແລັກຊີແມ່ນມີແຫຼ່ງພະລັງງານສູງເຊື່ອງຢູ່ ເອີ້ນວ່າ Active Galactic Nuclei ຫຼື AGN ເຊິ່ງໂຊກດີທີ່ AGN ຂອງທັງສອງກາແລັກຊີ ບໍ່ໄດ້ເຮັດໃຫ້ເກີດແສງສະຫວ່າງຫຼາຍເກີນໄປ ດັ່ງນັ້ນມະນຸດເຮົາຈຶ່ງສາມາດສັງເກດເຫັນລາຍລະອຽດຂອງສະສານພາຍໃນກາແລັກຊີ ທີ່ເກີດການຖ່າຍເທຈາກຜົນຂອງ “ແຮງໄທດັລ” (Tidal forces) .

ແຮງໄທດັລນີ້ເກີດຈາກແຮງດຶງດູດຢ່າງມະຫາສານຂອງກາແລັກຊີທັງສອງທີ່ມີປະຕິສຳພັນກັນ ເຊິ່ງກາແລັກຊີທີ່ມີແຮງດຶງດູດໜ້ອຍກວ່າ ອາດຈະຖືກຈີກເປັນຕ່ອນໆ ໄດ້ ແລະ ສາມາດເກີດການຖ່າຍໂອນແກ໊ສ, ຝຸ່ນ ຫຼື ແມ່ນແຕ່ດວງດາວຈາກກາແລັກຊີໜຶ່ງໄປອີກກາແລັກຊີໜຶ່ງໄດ້.

Arp 282 ເປັນກາແລັກຊີທີ່ກໍາລັງຕຳກັນທີ່ສາມາດເຫັນລາຍລະອຽດການໄຫຼຂອງມວນສານໄດ້ຢ່າງຊັດເຈນ. ທັງນີ້ນັກດາຣາສາດກໍໃຫ້ຄວາມສຳຄັນ, ຄວາມສົນໃຈກັບການປະຕິສໍາພັນ ແລະ ວິວັດທະນາການຂອງສອງກາແລັກຊີນີ້ຫຼາຍ ເພາະວ່າທັງການຕຳ, ການລວມຕົວກັນ ຫຼື ການເຄື່ອນທີ່ສຽດກັນ ລ້ວນແລ້ວແຕ່ສົ່ງຜົນຕໍ່ຮູບຮ່າງແລະໂຄງສ້າງ.

ເຖິງແມ່ນວ່າເຫດການແບບນີ້ຈະເປັນເລື່ອງທຳມະດາໃນອະວະກາດ ແຕ່ວ່າການທີ່ສາມາດບັນທຶກວິນາທີທີ່ສອງກາແລັກຊີກຳລັງຕຳແລະລວມຕົວເຂົ້າກັນນັ້ນ ມັນບໍ່ແມ່ນສິ່ງທີ່ຈະຫາເບິ່ງໄດ້ງ່າຍ ແລະ ຈາກເຫດການນີ້ມັນກໍຍັງສົ່ງຜົນດີ ໂດຍມີຄວາມສຳຄັນໃນການເຮັດໃຫ້ມະນຸດເຮົາເຂົ້າໃຈກ່ຽວກັບວິວັດທະນາການຂອງກາແລັກຊີຫຼາຍຂຶ້ນຕື່ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/