ສຸດຍອດ! The Long Walk (ບໍ່ມີວັນຈາກ) ຮູບເງົາລາວເລື່ອງທຳອິດທີ່ໄດ້ເຂົ້າ Netflix

ຮູບເງົາລາວ

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າພາກພູມໃຈ ແລະ ເປັນບາດກ້າວອັນສໍາຄັນຂອງອຸດສາຫະກໍາຮູບເງົາໃນ ສປປ ລາວ. ເພາະຫຼ້າສຸດນີ້ (1 ສິງຫາ 2022) ທາງເພຈ Facebook ທາງການ ຂອງ Netflix ໄດ້ອອກມາໂພສເຊີນຊວນທຸກຄົນໃຫ້ໄປຮັບຊົມຮູບເງົາສີມືຄົນລາວທີ່ມີຊື່ວ່າ The Long Walk ບໍ່ມີວັນຈາກ ເຊິ່ງຮູບເງົາດັ່ງກ່າວນີ້ເປັນຮູບເງົາແນວເລິກລັບ, ໄຊໄຟລ້ຳຍຸກ-ສະຫຍອງຂວັນ ແລະມີກໍານົດເຂົ້າ Netflix ໃນວັນທີ 15 ສິງຫານີ້.

ຮູບເງົາລາວ

ສໍາລັບຜົນງານນີ້ເປັນຂອງຜູ້ກໍາກັບຫຼາກຫຼາຍຄວາມສາມາດຢ່າງ ແມັດຕີ້ ໂດ (Mattie Do) ທີ່ໄດ້ສ້າງຮູບເງົາເລື່ອງນີ້ອອກມາສູ່ສາຍຕາປະຊາຊົນໃນປີ 2021 ທີ່ຜ່ານມານີ້.

ໂດຍເນື້ອເລື່ອງຂອງຮູບເງົາຈະເລົ່າວ່າ ໃນອະນາຄົດອັນໃກ້ ຊາຍຊະລາອາໄສຢູ່ໃນບ້ານອັນຫ່າງໄກສອກຫຼີກຂອງປະເທດລາວ, ລາວໄດ້ຮັບການຕິດຕໍ່ຈາກກອງຫຼອນປະຈຳບ້ານໃຫ້ໄປຊ່ວຍຊອກຫາຮ່າງສົບຂອງຍິງສາວຄົນໜຶ່ງໃນໝູ່ບ້ານທີ່ຫາຍໄປ ໂດຍຫວັງວ່າຄວາມສາມາດໃນການຕິດຕໍ່ກັບວິນຍານຂອງລາວຈະຊ່ວຍໃນການດຳເນີນຄະດີສືບຫາ, ແຕ່ໂຊກຊະຕາຂອງຊາຍຊະລາຜູ້ນັ້ນ ຕ້ອງໄດ້ປະເຊີນກັບປິດສະໜາດຳມືດທີ່ຖືກເຊື່ອງໄວ້ຫຼາຍກວ່າ 50 ປີ ເຊິ່ງເຫດການຈະດໍາເນີນຕໍ່ໄປແນວໃດເຮົາມາຕິດຕາມຮັບຊົມພ້ອມໆ ກັນກັບ The Long Walk (ບໍ່ມີວັນຈາກ).

ຮູບເງົາລາວ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply