ສຸດຍອດ! ນັກຮຽນໄທຄິດຄົ້ນສີກັນໄຟ Nanosilica ຈາກຂີ້ແກບ ຄວ້າຮາງວັນສິ່ງປະດິດແລະນະວັດຕະກຳໄດ້ສຳເລັດ


ໃນວັນທີ 8 ກຸມພາ 2022 ທີ່ຜ່ານມາ ທ່ານ ນາງ ຣັດຊະດາ ທະນາດິເຣກ ຮອງໂຄສົກລັດຖະບານປະຈຳປະເທດໄທ ໄດ້ເຜີຍແຜ່ຂໍ້ຄວາມຜ່ານເຟສບຸກ ໂດຍໄດ້ລະບຸວ່າ ນາງ ນູຣະມາ ແວມະມິງ, ທ້າວ ອັຟຟານ ສາແລະ, ທ້າວ ຊັບລີ ເຈະເລາະ, ທ້າວ ຍຸລກິຟລິ ແມ ນັກຮຽນມັດທະຍົມ ຈາກໂຮງຮຽນຄຳພີວິທະຍາ (คัมภีร์วิทยา) ເມືອງ ບັນນັງສະຕາ ຈັງຫວັດ ຍະລາ ປະເທດໄທ ໄດ້ຄິດຄົ້ນນະວັດຕະກຳສີກັນໄຟນາໂນຊິລິກາຈາກຂີ້ແກບ Sekam ທີ່ຮ້ອນເທົ່າໃດກໍເອົາຢູ່ ແລະ ໄດ້ຮັບຮາງວັນຊະນະເລີດໃນການແຂ່ງຂັນນັກປະດິດ.

ໂດຍແຮງບັນດານໃຈຂອງນະວັດຕະກຳນີ້ແມ່ນມາຈາກພື້ນທີ່ໃນຈັງຫວັດຍະລາມີການເຮັດກະສິກຳເປັນຈຳນວນຫຼາຍ ເຊິ່ງບັນຫາທີ່ຕາມມາກໍຄືແກບທີ່ເຫຼືອໃຊ້ແມ່ນຈະຖືກກອງຖິ້ມໄວ້ ແລ້ວຊາວບ້ານບາງຄົນກໍຈະນຳເອົາໄປເຜົາ ແລະກໍ່ໃຫ້ເກີດມົນລະມິດທາງອາກາດໂດຍກົງ. ດັ່ງນັ້ນ ກຸ່ມນັກຮຽນເລີຍຢາກແກ້ບັນຫານີ້ ຈຶ່ງໄດ້ນຳແກບມາສຶກສາ ຈົນໄດ້ພົບວ່າຂີ້ແກບມີຊິລິກາເປັນອົງປະກອບຫຼັກ ເຊິ່ງຄຸນສົມບັດຂອງມັນແມ່ນທົນທານຕໍ່ຄວາມຮ້ອນໄດ້ສູງ, ຈາກນັ້ນກຸ່ມນັກຮຽນຈຶ່ງຄິດເອົາຊິລິກາໃນແກບນີ້ ມາພັດທະນາເປັນສີກັນໄຟ. ອີກໜຶ່ງເຫດຜົນກໍຄື ປະເທດໄທແມ່ນມີການເກີດອັກຄີໄພເປັນຈຳນວນຫຼາຍໃນແຕ່ລະປີ ເຊິ່ງເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບ ແລະ ສີກັນໄຟຕາມປົກກະຕິກໍມີລາຄາທີ່ແພງ ເຮັດໃຫ້ປະຊາຊົນບໍ່ມີກຳລັງຊື້ ກຸ່ມນັກຮຽນເລີຍມີຄວາມຄິດຢາກຜະລິດສີກັນໄຟທີ່ປະຊາຊົນສາມາດເຂົ້າເຖິງໄດ້.

ຈາກນັ້ນກຸ່ມນັກຮຽນພ້ອມດ້ວຍອາຈານທີ່ປຶກສາ ກໍໄດ້ນຳມາຕໍ່ຍອດຈົນສາມາດຄວ້າຮາງວັນຊະນະເລີດ ໃນການປະກວດສິ່ງປະດິດແລະນະວັດຕະກຳ (I-New Gen Award 2021) ລະດັບມັດທະຍົມສຶກສາກຸ່ມພະລັງງານເຄມີ ແລະ ວັດສະດຸຊີວະພາບ ໃນງານວັນນັກປະດິດ ປະຈຳປີ 2022 ທີ່ຈັດຂຶ້ນໂດຍ ສຳນັກງານການວິໄຈແຫ່ງຊາດໄດ້ສຳເລັດ.

ສຳລັບນະວັດຕະກຳສີກັນໄຟນາໂນຊິລິກາຈາກຂີ້ແກບ “Sekham” ນີ້ສາມາດນຳໄປປະສົມກັບສີທາເຮືອນທົ່ວໄປໄດ້ ໃນອັດຕາສ່ວນ 1 ຕໍ່ 100 ຫຼື ພຽງແຕ່ 1% ເທົ່ານັ້ນ ກໍເຮັດໃຫ້ສີທາເຮືອນທົ່ວໄປມີຄຸນສົມບັດກັນໄຟໄດ້ ໂດຍສາມາດໃຊ້ທາໄດ້ທັງພາຍນອກແລະພາຍໃນ ຫຼືຈະປະສົມກັບສີຮອງພື້ນກໍໄດ້.

ຈາກການກວດສອບດ້ວຍເທັກນິກ TGA ກັບທາງມະຫາວິທະຍາໄລສົງຂານະຄະຣິນ ພົບວ່າ ການໃຊ້ປະລິມານຊິລິກາພຽງແຕ່ 1% ແມ່ນສາມາດທົນຄວາມຮ້ອນໄດ້ຫຼາຍເຖິງ 700 ອົງສາ (c).

ປະໂຫຍດຈາກນະວັດຕະກຳນີ້ມີຄື:

1. ສາມາດລົດຂີ້ເຫຍື້ອຈາກແກບ

2. ລົດການເຜົາແກບ

3. ລົດແລະປ້ອງກັນການລຸກລາມຂອງໄຟ

4. ເພີ່ມມູນຄ່າໃຫ້ແກບ

5. ສີກັນໄຟນາໂນຊິລິກາຈາກແກບມີລາຄາທີ່ປະຊາຊົນເຂົ້າເຖິງໄດ້

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າຍິນດີນຳສຸດໆ ຖ້າໃນອະນາຄົດນະວັດຕະກຳນີ້ສາມາດຕໍ່ຍອດໄປໃນຂົງເຂດອຸດສາຫະກຳອື່ນໆ ຫຼື ຂະຫຍາຍໄປທົ່ວໂລກ ມັນຈະສາມາດຊ່ວຍເຫຼືອສິ່ງແວດລ້ອມບໍ່ໜ້ອຍກໍຫຼາຍ ພ້ອມກັນນັ້ນຍັງສາມາດຊ່ວຍໃຫ້ຊາວກະສິກອນມີລາຍໄດ້ຈາກສິ່ງເສດເຫຼືອເຫຼົ່ານີ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/