ງານວິໄຈໃໝ່ຈາກນັກຄົ້ນຄວ້າຂອງມະຫາວິທະຍາໄລ Liverpool ຊີ້ໃຫ້ເຫັນວ່າປະຊາກອນສິ່ງທີ່ມີຊີວິດໃນ “ເຂດທະເລກາງ” ຂອງມະຫາສະໝຸດອາດຈະລົດລົງຢ່າງຫຼວງຫຼາຍເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດ.
ເຂດທະເລກາງ ມີລະດັບຄວາມເລິກແຕ່ 200 ແມັດ ຫາ 1.000 ແມັດ, ເຊິ່ງເປັນທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດທີ່ຫຼາກຫຼາຍຊະນິດ ແລະ ມີທາດອິນຊີຫຼາຍຕື້ໂຕນ ເຊິ່ງໄດ້ຮັບແສງສະຫວ່າງໜ້ອຍ. ແຕ່ການສຶກສາໃໝ່ເຕືອນວ່າການປ່ຽນແປງຂອງສະພາບດິນຟ້າອາກາດອາດເຮັດໃຫ້ສິ່ງທີ່ມີຊີວິດໃນເຂດ Twilight ລົດລົງ 20-40% ໃນທ້າຍສະຕະວັດນີ້.

ໃນອະນາຄົດ ການປ່ອຍມົນລະພິດທີ່ເພີ່ມສູງຂຶ້ນ ອາດເຮັດໃຫ້ສິ່ງທີ່ມີຊີວິດໃນເຂດ Twilight ສູນພັນ ເເລະ ໝົດໄປພາຍໃນ 150 ປີຂ້າງໜ້າ ເເລະ ບໍ່ສາມາດຟື້ນຕົວກັບມາໄດ້ອີກເປັນເວລາຫຼາຍພັນປີ.
Dr Katherine Crichton ຈາກມະຫາວິທະຍາໄລ Exeter ແລະ ເປັນຜູ້ນໍາຂອງການສຶກສາ ກ່າວວ່າ “ພວກເຮົາຍັງບໍ່ມີຂໍ້ມູນຫຼາຍກ່ຽວກັບເຂດ Twilight ໃນມະຫາສະໝຸດນີ້, ເເຕ່ການໃຊ້ຫຼັກການຈາກອະດີດ ເຮັດໃຫ້ເຮົາຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ”
ທີມງານຄົ້ນຄວ້າ ປະກອບດ້ວຍຜູ້ຊ່ຽວຊານດ້ານຊີວະວິທະຍາ ແລະ ນັກສ້າງແບບຈໍາລອງໃນມະຫາສະໝຸດ, ໄດ້ມີການສຶກສາກ່ຽວກັບຊີວິດອຸດົມສົມບູນຢູ່ໃນເຂດ Twilight ໃນສະພາບອາກາດທີ່ອົບອຸ່ນທີ່ຜ່ານມາ, ໂດຍນໍາໃຊ້ບັນທຶກຈາກການຕິດກ້ອງຈຸລະທັດຂະໜາດນ້ອຍໄວ້ກັບເປືອກຫອຍທີ່ເກັບຮັກສາໄວ້ໃນຕະກອນມະຫາສະໝຸດ.

ສາສະດາຈານ Paul Pearson ຈາກມະຫາວິທະຍາໄລ Cardiff ເຊິ່ງເປັນຜູ້ນໍາພາການຄົ້ນຄວ້າກ່າວວ່າ “ພວກເຮົາພົບວ່າເຂດທະເລກາງບໍ່ແມ່ນເເຫຼ່ງທີ່ຢູ່ອາໄສທີ່ມີຄວາມອຸດົມສົມບູນສະເໝີໄປ ໃນເວລາທີ່ອົບອຸ່ນ ຈະມີສິ່ງທີ່ມີຊີວິດຈຳນວນໜ້ອຍອາໄສຢູ່. ເນື່ອງຈາກວ່າອາຫານທີ່ມາຈາກໜ້ານໍ້າແມ່ນລົດລົງຢ່າງຫຼວງຫຼາຍ, ເຊິ່ງສະແດງໃຫ້ເຫັນວ່າໃນທະເລທີ່ອົບອຸ່ນໃນອະດີດນັ້ນ ສານອິນຊີຈະຖືກຍ່ອຍສະຫຼາຍໄດ້ໄວຂຶ້ນຈາກເຊື້ອແບັກທີເຣັຍ. ນີ້ໝາຍຄວາມວ່າອາຫານຈະໄປຮອດທະເລກາງໄດ້ໜ້ອຍລົງ”
Dr Katherine Crichton ກ່າວວ່າ “ຖ້າຫາກວ່າພວກເຮົາບໍ່ລົດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄວທີ່ສຸດ ນີ້ອາດນໍາໄປສູ່ການຫາຍສາບສູນ ຫຼື ການສູນພັນຂອງສິ່ງທີ່ມີຊີວິດນານາຊະນິດໃນເຂດທະເລກາງມະຫາສະໝຸດພາຍໃນ 150 ປີ ແລະ ຜົນກະທົບຈະຂະຫຍາຍອອກໄປເປັນພັນໆປີຫຼັງຈາກນັ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/