ສິວສາວເປັນເຫດ! ນາງງາມສາວຊາວອັງກິດ ຖືກTikTok ແບນບັນຊີເພາະມີສິວຫຼາຍເກີນໄປ

ສິວສາວເປັນເຫດ

ສິວແມ່ນສິ່ງໜຶ່ງທີ່ໄວໜຸ່ມໄວສາວ ຫຼີກເວັ້ນໄດ້ຍາກ ແລະ ຖືເປັນເລື່ອງທຳມະດາທີ່ໄວໜຸ່ມຄົນໜຶ່ງຈະມີສິວຂຶ້ນຢູ່ບໍລິເວນໃບໜ້າ. ແຕ່ບາງເທື່ອ ແອັບພລິເຄຊັ່ນ ອາດຈະບໍ່ໄດ້ຄິດແບບນັ້ນ ເພາະຫຼ້າສຸດ TikTok ໄດ້ແບນບັນຊີ ສາວ ເອວາ (Eva) ນາງງາມ ອາຍຸ 16 ປີ ຈາກປະເທດອັງກິດ ເພາະແອັບເບິ່ງວ່າ ສິວຢູ່ໜ້າຂອງນາງເປັນຄອນເທັນທີ່ໜ້າລັງກຽດ.

ສິວສາວເປັນເຫດ

ເອວາ ເປັນນາງງາມ ແລະ ດາວ TikTok ຈາກປະເທດອັງກິດ ແລະ ຫຼັງຈາກຖືກ TikTok ບລັອກບັນຊີ ເອວາ ໄດ້ອອກມາຮຽກຮ້ອງໃຫ້ສັງຄົມຍອມຮັບຜິວໜ້າທີ່ແທ້ຈິງໂດຍປາສະຈາກ “ຟິວເຕີ້” ຫຼາຍຂຶ້ນ. ໂດຍນາງໄດ້ລະບຸວ່າ: “ການທີ່ເຈົ້າມີຈຸດຕຳໜິທີ່ຮູບຮ່າງພາຍນອກ ບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ໄດ້ງົດງາມ”.

ຫຼັງບັນຊີ TikTok ຂອງນາງຖືກລຶບ ນາງໄດ້ກ່າວກັບສຳນັກຂ່າວ BBC ວ່າ: “ວິດີໂອຂອງຂ້ອຍບໍ່ເຂົ້າກັບແອັບຍ້ອນຜິວໜ້າຂອງຂ້ອຍ ເພາະແອັບນັ້ນເບິ່ງວ່າມັນເປັນຄອນເທັນທີ່ເປັນຕາຂີ້ດຽດເກີນໄປ”.

ສິວສາວເປັນເຫດ

ຢ່າງໃດກໍຕາມກ່ຽວກັບກໍລະນີດັ່ງກ່າວ ທາງ TikTok ກໍໄດ້ອອກຖະແຫຼງການຍອມຮັບຜິດໄວ້ວ່າ: “ພວກເຮົາຍອມຮັບວ່າບໍ່ໄດ້ຕັດສິນໃຈໄປໃນທາງທີ່ຖືກຕ້ອງຕະຫຼອດເວລາ ຈຶ່ງຈະຂໍກູ້ຄືນບັນຊີຂອງ ເອວາ ໃຫ້ນາງຄືນ ແລະ ພວກເຮົາຫວັງວ່າ ເອວາ ຈະໃຊ້ TikTok ໃນການສະໜັບສະໜູນຜູ້ຄົນຕໍ່ໄປ”.

     ເອວາເປີດເຜີຍວ່າ ນາງຕ້ອງປະເຊີນກັບບັນຫາສິວມາແລ້ວເກືອບ 2 ປີ ແລະ ນາງເຄີຍມີບັນຫາສິວຂຶ້ນເກືອບເຕັມໃບໜ້າມາແລ້ວ ເຊິ່ງສິວເປັນອາການທີ່ເກີດຂຶ້ນຕາມທຳມະຊາດທີ່ໄວໜຸ່ມເກືອບທຸກຄົນ ຕ້ອງເຄີຍປະສົບກັບບັນຫານີ້ິ້.

ເອວາ ເປັນນາງງາມ Miss Teen Galaxy York ທີ່ມີກຳນົດຈະແຂ່ງຂັນໃນຮອບສຸດທ້າຍລະດັບຊາດໃນເດືອນ ມີນາ ທີ່ກຳລັງຈະມາຮອດນີ້. ໂດຍກ່ອນໜ້ານີ້ ນາງເຄີຍຊະນະລາຍການ UK Junior Miss Competition ເມື່ອປີ 2022 ມາແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/