ສາຍຄວັນໃຫ້ລະວັງ! ພົບໄວໜຸ່ມໄທ ສະພາບປອດເສຍຫາຍໜັກ ຈາກການສູບຢາສູບໄຟຟ້າ

ສາຍຄວັນໃຫ້ລະວັງ

ໃນໄລຍະ 5-6 ປີຫຼັງທີ່ຜ່ານມາ ຢາສູບໄຟຟ້າ ບໍ່ວ່າຈະເປັນ vape, pod ຫຼື Pilot  ແມ່ນໄດ້ຮັບຄວາມນິຍົມສູງໂດຍສະເພາະໃນກຸ່ມໄວໜຸ່ມ ເນື່ອງຈາກມີກິ່ນທີ່ຫອມ ແລະ ບໍ່ຂິວຄືກັບຢາສູບ. ແຕ່ໃນກິ່ນຫອມໆນັ້ນກໍມີອັນຕະລາຍທີ່ເຊື່ອງໄວ້ຫຼາຍເຊັ່ນດຽວກັບຢາສູບທົ່ວໄປ. ຫຼ້າສຸດ ທ່ານໝໍຢູ່ປະເທດໄທ ໄດ້ອອກມາເປີດເຜີຍ ພົບໄວໜຸ່ມສະພາບປອດເສຍຫາຍໜັກ ຈາກການສູບຢາສູບໄຟຟ້າ.

ສາຍຄວັນໃຫ້ລະວັງ

ໂດຍທ່ານໝໍໄດ້ລະບຸວ່າ ມີຄົນເຈັບທ່ານໜຶ່ງມາກວດພະຍາດກັບໝໍໂດຍມີອາການໄອ, ຫອບ ແລະ ເມື່ອຍ ເຊິ່ງພໍໄດ້ເຮັດການກວດຮ່າງກາຍແບບລະອຽດ ກໍພົບວ່າປອດບວມຈາກການຕິດເຊື້ອແບັກທີເຣຍ ແລະ ຕິດເຊື້ອໄວຣັສ.

ສາຍຄວັນໃຫ້ລະວັງ

ໂດຍຜົນການເຮັດ CT ສະແກນ (ການກວດຫາຄວາມຜິດປົກກະຕິຕ່າງໆຕາມຮ່າງກາຍໂດຍການສາຍຣັງສີ) ເຫັນວ່າ ສະພາບປອດຂອງຄົນເຈັບດັ່ງກ່າວນັ້ນເສຍຫາຍຂັ້ນຮຸນແຮງ ແລະ ມີສະພາບຄືຮັງເຜິ້ງ ເຊິ່ງເມື່ອສອບຖາມປະຫວັດ ຄົນເຈັບເຜີຍວ່າໄດ້ໃຊ້ຢາສູບໄຟຟ້າມາເປັນໄລຍະໜຶ່ງແລ້ວ. ເຊິ່ງໃນປອດມີການອັກເສບຈາກພວກສານເຄມີຈາກຢາສູບໄຟຟ້າເຊັ່ນ: ຟໍມາດິໄຮ (Formaldehyde), ໄດອາຊິທິນ (Diacetyl) ທີ່ໄປສົ່ງຜົນໃຫ້ປອດເສື່ອມສະພາບ, ມີອາການຫອບ ແລະ ເມື່ອຍໄດ້ງ່າຍ.

ເຊິ່ງກໍລະນີແບບນີ້ແມ່ນສາມາດພົບໄດ້ໃນຫຼາຍປະເທດ ແລະ ມີອັດຕາຈຳນວນທີ່ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະໃນກຸ່ມໄວໜຸ່ມ ເຊັ່ນ: ສະຫະລັດ ອາເມຣິກາ ມີຄົນເຈັບທີ່ຕ້ອງນອນໂຮງໝໍຈາກກໍລະນີແບບນີ້ ເຖິງ 2.807 ຄົນ ແລະ ໃນຈຳນວນນີ້ ມີຜູ້ເສຍຊີວິດເຖິງ 68 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/