ສິລະປິນໂຄລົມເບຍຂາຍໂຄເຄນເປັນພັນອັນໃນຮູບແບບ NFT


Camilo Restrepo ສິລະປິນຊາວໂຄລົມເບຍທີ່ຖືກແບນຈາກໂຊຊຽວມີເດຍເນື່ອງຈາກຕົນເອງໂພສຮູບຂາຍໂຄເຄນກວ່າ 1,000 ອັນ. ແຕ່ສຳລັບຜູ້ທີ່ຊື້ໄປນັ້ນຈະບໍ່ສາມາດດົມ ຫຼື ເສບມັນໄດ້ ເນື່ອງຈາກໂຄເຄນພວກນີ້ນັ້ນຖືກຂາຍໃນຮູບແບບສິລະປະ NFT.

NFT ກໍຄືຊ່ອງທາງການຄ້າຂາຍຜົນງານສິລະປະຕ່າງໆ ໃນໂລກອອນລາຍຜ່ານການໃຊ້ສະກຸນເງິນດິຈິຕອນ ເຊັ່ນການຄ້າຂາຍຮູບແຕ້ມ, ຮູບຖ່າຍ. ຜູ້ທີ່ຊື້ຈະໄດ້ເປັນເຈົ້າຂອງລິຂະສິດຂອງຜົນງານນັ້ນ ແຕ່ວ່າມັນເປັນຜົນງານໃນຮູບແບບທີ່ຈັບບາຍບໍ່ໄດ້ ແບບດຽວກັນກັບທີ່ Camilo Restrepo ຜະລິດ ແລະ ຂາຍໂຄເຄນທີ່ເປັນຢາເສບຕິດລົງໃນ NFT ທີ່ຜູ້ຊື້ບໍ່ສາມາດເສບມັນໄດ້.

ຜົນງານດັງຂອງ Camilo Restrepo ແມ່ນຮູບແຕ້ມຂະໜາດໃຫຍ່ສະໄຕລ໌ກາຕູນ ແລະ ຊັບຊ້ອນ. ຜົນງານປັດຈຸບັນນີ້ກໍມີຕີ້ມກ່ຽວກັບຄວາມໄຮ້ສາລະຂອງສົງຄາມຢາເສບຕິດໃນປະເທດໂຄລົມເບຍ ທີ່ຕົນເອງໄດ້ເປັນຜູ້ຢູ່ໃນເຫດການຄວາມໂຫດຮ້າຍນີ້ ທັງລະເບີດທີ່ຖືກຖິ້ມລົງໃກ້ກັບປ່ອງຢ້ຽມເຮືອນ ແລະ​ ໝູ່ເພື່ອນຖືກຂ້າຕາຍ. ໃນສະໄໝທີ່ຕົວລາວຍັງນ້ອຍນັ້ນ ທາງອອກຈາກລັດຖະບານຕໍ່ການປາບປາມຢາເສບຕິດແມ່ນກໍ່ສົງຄາມ ສົ່ງຜົນໃຫ້ມັນລາມເປັນສົງຄາມຢາເສບຕິດໃນປະເທດຈົນຮອດທຸກມື້ນີ້. ຕົວລາວນັ້ນເຊື່ອວ່າການໃຊ້ຄວາມຮຸນແຮງບໍ່ໄດ້ຊ່ວຍລົດບັນຫາດັ່ງກ່າວໄດ້, ຄວາມຄິດທີ່ຢາກເຮັດໃຫ້ໂຄເຄນເບິ່ງຖືກກົດໝາຍຈຶ່ງເກີດຂຶ້ນມາ.

ຫຼ້າສຸດ Camilo Restrepo ກໍໄດ້ອອກຜົນງານ a ToN oF coke ທີ່ມີຕີ້ມຄ້າຍຄືກັບຜົນງານເກົ່າຂອງຕົນ ແຕ່ມາໃນຮູບແບບ NFT ທີ່ເປັນຮູບຂອງຢາເສບຕິດທີ່ບໍ່ສາມາດເສບໄດ້ພ້ອມໝາຍເລກລຳດັບແຕ່ລະຮຸ່ນ ລວມມີເຖິງ 1,000 ຜົນງານໃຫ້ຈັບຈອງໄດ້ຕັ້ງແຕ່ວັນທີ 17 ມິຖຸນາ. ໃນກິໂລທຳອິດນັ້ນມີລາຄາ 0.001 ETH ກ່ອນທີ່ມັນຈະຄ່ອຍໆສູງຂຶ້ນຈົນໄປຮອດຮຸ່ນສຸດທ້າຍ 1,000/1,000 ທີ່ມີລາຄາເຖິງ 1 ETH ເຊິ່ງມີລາຄາທຽບເທົ່າກັບໂຄເຄນຂອງແທ້ທີ່ຂາຍກັນໃນປະເທດໂຄລົມເບຍ.

Camilo Restrepo ໄດ້ເປີດບັນຊີທະວິດເຕີ ແລະ ອິນສະຕາແກຣມເພື່ອໂຄສະນາໂປຣເຈັກໂຄເຄນຂອງຕົນເອງລົງຂາຍຢ່າງຖືກກົດໝາຍໃນຮູບແບບ NFT ໃນຊື່ “buy 100% legal crypto cocain” ກໍຄືໃຫ້ຊື້ໂຄເຄນໃນຮູບແບບຄຣິບໂຕຖືກກົດໝາຍ 100%. ແຕ່ໂພສຂອງລາວກໍໄດ້ສ້າງຄວາມເຂົ້າໃຈຜິດພ້ອມທັງຖືກເອົາອອກໂດຍລະບົບອັລກໍຣິທຶມຂອງທັງສອງຊ່ອງທາງ ກ່ອນຈະຖືກເຕືອນວ່າຖ້າມີການເອົາລົງເປັນຮອບທີ 3 ບັນຊີຂອງລາວຈະຖືກແບນຖາວອນ. ນອກຈາກນີ້ຍັງມີການວິຈານວ່າການກະທຳດັ່ງກ່າວແມ່ນການດຶງດູດການຄ້າຢາເສບຕິດເຂົ້າມາໃນວົງການ NFT.

ເຖິງແມ່ນວ່າຈະຖືກເຂົ້າໃຈຜິດໄປແລ້ວ ແຕ່ກໍນັບວ່າເປັນຜົນສຳເລັດແກ່ສິລະປິນບໍ່ວ່າຈະເປັນການທີ່ໄດ້ຂາຍໂຄເຄນຄຣິບໂຕເຖິງ 50 ກິໂລ ການແບນລາວຈາກໂຊຊຽວຍັງໄດ້ຊ່ວຍຮຽກຮ້ອງຄວາມສົນໃຈຈາກໂລກໂຊຊຽວໃຫ້ຄຳນຶງເຖິງການຄ້າຂາຍໂຄເຄນອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/