ສາວນ້ອຍອາຍຸ 12 ປີ ທຳລາຍສະຖິຕິໂລກ ແລ່ນ 5 ກິໂລແມັດ ດ້ວຍເວລາ 16.40 ນາທີ


ກ່ອນຈະທຳລາຍສະຖິຕິໂລກໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍເລີຍ ຕ້ອງໃຊ້ຄວາມພະຍາຍາມໃຫ້ເຖິງທີ່ສຸດ ໃນການແລ່ນ 5 ກິໂລແມັດ ໃນຮຸ່ນອາຍຸດຽວກັນ ແຕ່ ເອເມີ ແມັກຄີ ກໍສາມາດທຳລາຍສະຖິຕິໂລກໄດ້ ໃນການແລ່ນ Down Royal Racecourse ໃນຮຸ່ນອາຍຸບໍ່ເກີນ 12 ປີ ພຽງເວລາ 16.40 ນາທີ ຢ່າງໜ້າຊົມເຊີຍ.

ສະຖິຕິດັ່ງກ່າວ ຍັງເຮັດໃຫ້ລາວກາຍເປັນເດັກນ້ອຍອາຍຸ 12 ປີ ທີ່ໄວທີ່ສຸດ ຫຼັງທຳລາຍສະຖິຕິເກົ່າຂອງ ແອນນາເບວລ່າ ເວວເຊວາ ທີ່ເຮັດໄວ້ໃນຟໍຣິດ້າ ເມື່ອເດືອນມີນາ ປີ 2017.

ເອເມີ ແມັກຄີ ກ່າວວ່າ: “ປົກກະຕິແລ້ວ ຂ້ອຍພຽງແຕ່ແລ່ນໃຫ້ມັນໄວທີ່ສຸດ ທີ່ຂ້ອຍຈະເຮັດໄດ້ ແລະ ແລ່ນຈົນກວ່າຈະແຂ່ງສຳເລັດ, ຄັ້ງທຳອິດຂ້ອຍເລີ່ມຈາກແຂ່ງລາຍການ Parkruns ເຂົ້າໄປຢູ່ໃນສະໂມສອນກິລາແລ່ນ ເມື່ອອາຍຸ 9 ປີ ແລະ ທຸກຄົນທີ່ນັ້ນກໍດີຕໍ່ຂ້ອຍຫຼາຍ ທັງຊ່ວຍເຫຼືອ ແລະ ເປັນມິດທີ່ດີໃຫ້ກັນຕະຫຼອດ”.

ທີ່ຈິງກ່ອນໜ້ານີ້ ລາວກໍທຳລາຍສະຖິຕິທີ່ໄວກວ່ານີ້ແລ້ວ ໃນການແລ່ນທີ່ ເບວຟາສ ເມືອງຫຼວງຂອງໄອແລນເໜືອ ແຕ່ໜ້າເສຍດາຍທີ່ສະຖິຕິດັ່ງກ່າວ ບໍ່ໄດ້ຮັບການບັນທຶກຢ່າງເປັນທາງການ

ສອງອາທິດທີ່ຜ່ານມາ ລາວໄດ້ໄປແຂ່ງແລ່ນທີ່ Victoria Park ເຊິ່ງເຮັດເວລາໄດ້ 16.37 ນາທີ, ດັ່ງນັ້ນ ເມື່ອການແຂ່ງຂັນກັບມາເລີ່ມຕົ້ນໃໝ່ (ຫຼັງລັອກດາວ) ລາວຮູ້ສຶກດີໃຈຫຼາຍ ເພາະລາວກຳລັງຢູ່ໃນຟອມທີ່ດີທີ່ສຸດ.

ເວົ້າໄດ້ວ່າ ລາວກຳລັງມີອະນາຄົດທີ່ສົດໃສ ໃນອາຍຸພຽງເທົ່ານີ້ ເພາະສະຖິຕິໂລກ 5,000 ແມັດ ຂອງຜູ້ຍິງຕອນນີ້ຢູ່ທີ່ 14.06.62 ນາທີ ທີ່ ເລດເຊັນເບັດ ກິເດ ນັກກິລາແລ່ນຈາກເອທິໂອເປຍ ເຮັດໄວ້ເມື່ອເດືອນຕຸລາ 2020.

ຂໍ້ມູນຈາກ:
https://www.facebook.com/MainStandTH/posts/908222236404139?_rdc=1&_rdr
https://www.bbc.com/sport/athletics/56891059?fbclid=IwAR01Ea-3_8BaR1rASD4fpOGZF0055PqlhiYb08H_QM9-sHJwrCX6UaY_t4E

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/