ສາວນັກທ່ອງທ່ຽວຖືກປະຊາຊົນຮ້ອງດ່າ ຫຼັງປີນຂຶ້ນໄປໃນພີຣະມິດບູຮານທີ່ຖືກປະກາດໄວ້ວ່າ “ຫ້າມຂຶ້ນ” ໃນປະເທດເມັກຊິໂກ


ການທີ່ເຮົາໄປທ່ຽວຊົມສະຖານທີ່ໃດໜຶ່ງ ສິ່ງທີ່ສຳຄັນສຸດກໍຄືການເຄົາລົບແລະໃຫ້ກຽດສະຖານທີ່ນັ້ນໆ ແຕ່ຖ້າເຮົາບໍ່ເຄົາລົບກໍຈະຖືກຫຍຸມຫົວຄືນັກທ່ອງທ່ຽວສາວຄົນນີ້ທີ່ໄດ້ໄປປີນຂຶ້ນພີຣະມິດບູຮານ ເຊິ່ງເປັນແຫຼ່ງສະຖານອັນເກົ່າແກ່ໃນເມັກຊີໂກ ເຮັດໃຫ້ປະຊາຊົນແລະນັກທ່ອງທ່ຽວບໍ່ພໍໃຈ ຈົນເກີດເຫດການຮ້ອງດ່າ, ຫຍຸມຫົວ ແລະ ແກວ່ງສິ່ງຂອງໃສ່.

ໂດຍເລື່ອງລາວ Talk of the town ນີ້ຖືກເຜີຍແຜ່ໃນວັນທີ 22 ພະຈິກ 2022 ໂດຍຜູ້ໃຊ້ TikTok @angelalopeze  ທີ່ໄດ້ອອກມາໂພສຄລິບວິດີໂອເຫດການຂອງຍິງສາວນັກທ່ອງທ່ຽວຄົນໜຶ່ງທີ່ໄດ້ຍ່າງຂຶ້ນໄປເທິງພີຣະມິດເອລ ຄັສຕິໂຍ  (El Castillo) ໃນແຫຼ່ງບູຮານຄະດີ  ຊິເຊນ ອິທຊາ (Chichen Itza) ເຊິ່ງເປັນບູຮານສະຖານທີ່ສຳຄັນແລະສັກສິດຂອງຊົນເຜົ່າມາຍາ. ພ້ອມກັນນັ້ນ ພີຣະມິດແຫ່ງນີ້ຍັງເຄີຍໄດ້ຖືກຮັບເລືອກໃຫ້ເປັນມໍລະດົກໂລກຂອງອົງກອນ UNESSCO ແລະກົດຂໍ້ຫ້າມຂອງສະຖານບູຮານແຫ່ງນີ້ກໍຂຽນໄວ້ວ່າ “ຫ້າມນັກທ່ອງທ່ຽວຂຶ້ນໄປເດັດຂາດ”.

ໂດຍໃນວິດີໂອຕົວດັ່ງກ່າວຈະສະແດງໃຫ້ເຫັນວ່ານັກທ່ອງທ່ຽວຍິງທີ່ໃສ່ເສື້ອສີຟ້າ, ໂສ້ງແດງ ແລະໃສ່ໝວກຄົນນີ້ ໄດ້ແຫກກົດປີນຂຶ້ນໄປ ທ່າມກາງສຽງຂັບໄລ່ຂອງຄົນທີ່ຢູທາງລຸ່ມແລະບອກໃຫ້ຍິງສາວລົງມາ ແຕ່ກໍບໍ່ເປັນຜົນ ເພາະຍິງສາວຍັງປີນຂຶ້ນໄປຕໍ່ແລະໄດ້ເຕັ້ນຍົກມືໄປມາ ທ້າທາຍຄົນທີ່ຢູ່ທາງລຸ່ມ ຕໍ່ມາເຈົ້າໜ້າທີ່ກໍໄດ້ຂຶ້ນໄປຫ້າມການກະທຳດັ່ງກ່າວແລະໄດ້ນຳຕົວຍິງຄົນນີ້ລົງມາໄດ້ສຳເລັດ.

ຫຼັງຈາກທີ່ຍິງຄົນນີ້ລົງມາຮອດຊັ້ນລຸ່ມຂອງພີຣະມິດ ນັກທ່ອງທ່ຽວລວມທັງຄົນໃນພື້ນທີ່ຕ່າງກໍພາກັນຮ້ອງໂຫ່ຂັບໄລ່ ພ້ອມທັງຮ້ອງປະສານສຽງກັນວ່າ “ຈັບລາວໄວ້”, “ຄຸກ, ຄຸກ, ຄຸກ” (ໃນພາສາສະເປນ) ແລະໃນຂະນະທີ່ເຈົ້າໜ້າທີ່ກໍາລັງພາຍິງສາວຄົນດັ່ງກ່າວຍ່າງຜ່ານຝູງຊົນ ກໍໄດ້ມີເຫດການທີ່ຄົນຮ້ອງດ່າຕະຫຼອດທາງ ພ້ອມກັນນັ້ນຍັງມີການແກວ່ງຂອງແຫຼວໃສ່ນັກທ່ອງທ່ຽວຍິງຄົນນີ້ ແລະ ມີການຫຍຸມຫົວກັນເລັກນ້ອຍ.

ເຊິ່ງບົດສະຫຼຸບຂອງເລື່ອງນີ້ກໍຄືຍິງສາວຄົນນີ້ຖືກຈັບກຸມຕົວແລະຖືກຕັ້ງຂໍ້ຫາກ່ຽວກັບການລະເມີດກົດບູຮານສະຖານແລະສະຖານທີ່ທາງປະຫວັດສາດ ເຊິ່ງຄາດວ່າຍິງນັກທ່ອງທ່ຽວຄົນນີ້ໜ້າຈະຖືກປັບໃໝເປັນຈຳນວນເງິນ 50.000 – 100.000 ເປໂຊເມັກຊີໂກ.

ຫຼັງຈາກທີ່ວິດີໂອດັ່ງກ່າວຖືກເຜີຍແຜ່ກໍໄດ້ມີຄົນມາກົດຖືກໃຈເກືອບ 6 ແສນຄັ້ງ, ສະແດງຄວາມຄິດເຫັນອີກກວ່າ 7.000 ຄັ້ງ ໂດຍໃນຄອມເມັ້ນແມ່ນຕໍາໜິຍິງສາວຄົນດັ່ງກ່າວເຖິງການບໍ່ເຄົາລົບສະຖານທີ່, ບາງຄົນກໍບອກວ່າຫຼາຍປີມານີ້ຂ້ອຍກໍເຄີຍປີນຂຶ້ນໄປ ແຕ່ຄືບໍ່ເປັນຫຍັງ?, ບາງຄົນກໍຖາມວ່າເປັນຫຍັງຄືບໍ່ໃຫ້ປີນ…

ສາມາດເບິ່ງຄລິບວິດີໂອດັ່ງກ່າວໄດ້ທີ່: https://cutt.ly/3M3zDnh

ວິນາທີຕອນຖືກຫຍຸມຫົວ: https://cutt.ly/dM3zLKu

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/